ຮັກກັນບໍ່ຕ້ອງຫວານທຸກວັນ ຂໍພຽງໃຫ້ກຽດກັນ ບໍ່ນອກໃຈກັນກໍ່ພໍ

ຮັກກັນບໍ່ຕ້ອງຫວານທຸກວັນ ຂໍພຽງໃຫ້ກຽດກັນ ບໍ່ນອກໃຈກັນກໍ່ພໍ

ຮັກກັນບໍ່ຕ້ອງຫວານທຸກວັນ ຂໍພຽງໃຫ້ກຽດກັນ ບໍ່ນອກໃຈກັນກໍ່ພໍ

ຄວາມຮັກທີ່ດີນັ້ນ ບໍ່ຕ້ອງຫວານກັນທຸກໆວັນກໍໄດ້ ຂໍພຽງບໍ່ຫຼອກລວງ ບໍ່ຕົວະ ບໍ່ນອກໃຈ ຊື່ສັດຕໍ່ກັນ ບໍ່ວ່າຈະຕໍ່ໜ້າ ແລະ ລັບຫຼັງ ກໍພຽງພໍແລ້ວ

ຄູ່ຮັກທີ່ດີຕ້ອງຮູ້ຈັກໃຫ້ກຽດກັນ ໃຫ້ຄວາມຮັກ ໃຫ້ຄວາມຊື່ສັດ ໃຫ້ຄວາມຫ່ວງໄຍ ໃສ່ໃຈດູແລເທັກແຄ ທັງຕໍ່ໜ້າ ແລະ ລັບຫຼັງ

ເມື່ອໄດ້ຄົບກັນແລ້ວ ເຮົາບໍ່ຮູ້ດອກວ່າຮົາຈະຈາກກັນຕອນໃດ  ຕອນນິ້ຍັງມີໂອກາດຢູ່ນຳກັນ ເຮັດສີ່ງທີ່ດີຕໍ່ກັນ ເອົາໄວ້ ເມື່ອເຖີງວັນໜື່ງຕ້ອງຈາກກັນໄປ ຈະບໍ່ໄດ້ເສຍໃຈທີ່ຫຼັງ ຄົນຮັກສອງຄົນບໍ່ມີທາງທີ່ຈະຢູ່ນຳກັນໄດ້ຕະຫຼອດເວລາ ບໍ່ມີທາງຮູ້ເລື່ອງຂອງກັນ ແລະ ກັນໃນບາງເລື່ອງ ບໍ່ມີທາງໄດ້ເປັນເຈົ້າຂອງ ກັນ ແລະກັນໄດ້ແບບຮ້ອຍເປີເຊັນ

ເມື່ອຄົບກັນແລ້ວບໍ່ວ່າຢູ່ນຳກັນ ຫຼື ຫ່າງກັນ ໄປຮຽນ ຢູ່ຕ່າງເມືອງ ຕ່າງແຂວງ ກະບໍ່ຕ້ອງເວົ້າຫວານໃສ່ກັນຈົນເວີ້ເຫຼືອເຊື່ອເກີນໄປ ຂໍພຽງເວົ້າດ້ວຍຄວາມຈິງໃຈ ຄວາມຈິງ ຄຳເວົ້າທຳມະດາ ກໍໄດ້ແລ້ວ

ຂໍພຽງເວລາ ບໍ່ໄດ້ຢູ່ນຳກັນ ເວລາໄປໃສມາໃສ ພົບປະໝູ່ຄູ່ ຫຼື ພົບຄົນໃດກໍຕາມ ຂໍພຽງຊື່ສັດ ບໍ່ຕົວະກັນ ບໍ່ນອກໃຈກັນ ເຮັດແບບນີ້ຕະຫຼອດ ກໍຖືວ່າເປັນຄວາມຮັກແທ້ ທີ່ສະເໝີຕົ້ນສະເໝີປາຍ ກໍພຽງພໍແລ້ວ

ຂ່າວທົ່ວໄປ