ຫຼາຍຄົນຄົງຈະຄຸ້ນໜ້າຄຸ້ນຕາກັນແລ້ວ ສຳລັບ “ສຸລິນ” ຫຼື “ສຸລິນດາ ເທບພະວົງສາ” ຕອນນີ້ອາຍຸ 18 ປີ ກຳລັງສຶກສາຢູ່ທີ່ ໂຮງຮຽນ ນານາຊາດ ອິດສະເຕີນ ສະຕາ ທັງນີ້ ສຸລິນ ປັດຈຸບັນສັງກັດຢູ່ຄ້າຍກ້າວໜ້າ ເອັນເຕີເທນເມັ້ນ ໃນຖານະ ນັກສະແດງ-ນາງແບບເຊິ່ເປັນຄ້າຍດຽວກັບ ຄຣິສຕີນາ ລາສະສິມມາ ແລະ ວິນລີ້ ວິໄລວັນ ເປັນຕົ້ນ
ຫຼ້າສຸດ, ສຸລິນດາ ໄດ້ສະແດງເອັມວີເພງ “I wanna see you” ຂອງ ໜຸ່ມນາຍ ເຊິ່ງແມ່ນຜົນງານໃໝ່ຫຼ້າສຸດ ພ້ອມເຜີຍໃຫ້ເຫັນຄວາມໜ້າຮັກແບບເທ້ໆ ຕາມເອກະລັກສະເພາະຕົວຂອງລິນດາໄປແບບເຕັມໆ ເພງກໍມ່ວນ ນັກສະແດງກໍແຈກສະເໜ່ຊວນຫຼົງໄຫຼ ບໍ່ຕິດຕາມ ບໍ່ຟັງບໍ່ໄດ້ແລ້ວ ເຫັນຍັງໜຸ່ມນ້ອຍແບບນີ້ ແຕ່ບອກເລີຍຄວາມສາມາດບໍ່ທຳມະດາ ສຳລັບໃຜຍັງບໍ່ເຄີຍຟັງກົດເຂົ້າຮັບຊົມໃນວິດີໂອດ້ານລຸ່ມນີ້ໄດ້
ສຸລິນດາ ເທບພະວົງສາ ນ້ອງໃໝ່ນອກຈາກເປັນຜູ້ໜຶ່ງທີ່ມີຄວາມສາມາດ ຍັງໜ້າຕາດີ ລູກຊອດໂປແລນ ເຊິ່ງຜົນງານທີ່ຜ່ານມາ ທີ່ເຮັດໃຫ້ເພິ່ນໂດ່ງດັງ ແລະ ຫຼາຍຄົນຄຸ້ນໜ້າຕາດີ ແມ່ນ ຊີຣີ ທີ່ກຳລັງມາແຮງໃນຕອນນັ້ນ ຄືເລື່ອງ “ ພອນຮັກ The Series ” ທີ່ກຳກັບໂດຍ ລຸງໜວດ ແລະ ຜົນງານທີ່ຈະມີອອກມາໃຫ້ທຸກຄົນໄດ້ຕິດຕາມໄວໆນີ້ຢ່າງແນ່ນອນ ຕິດຕາມຜົນງານຂອງສາວນ້ອຍ ໄວໃສຄົນນີ້ໄດ້ທີ່ Facebook: Sulinda thepvongsa

ສະໜັບສະໜູນເນື້ອຫາ
ຫຼາຍຄົນຄົງຈະຄຸ້ນໜ້າຄຸ້ນຕາກັນແລ້ວ ສຳລັບ ສຸລິນ ຫຼື ສຸລິນດາ ເທບພະວົງສາ ຕອນນີ້ອາຍຸ 18 ປີ ກຳລັງສຶກສາຢູ່ທີ່ ໂຮງຮຽນ ນານາຊາດ ອິດສະເຕີນ ສະຕາ ທັງນີ້ ສຸລິນ ປັດຈຸບັນສັງກັດຢູ່ຄ້າຍກ້າວໜ້າ ເອັນເຕີເທນເມັ້ນ ໃນຖານະ ນັກສະແດງ-ນາງແບບ ເຊິ່ງເປັນຄ້າຍດຽວກັບ ຄຣິສຕີນາ ລາສະສິມມາ ແລະ ວິນລີ້ ວິໄລວັນ ເປັນຕົ້ນ
ຫຼ້າສຸດ, ສຸລິນດາ ໄດ້ສະແດງເອັມວີເພງ “I wanna see you” ຂອງ ໜຸ່ມນາຍ ເຊິ່ງແມ່ນຜົນງານໃໝ່ຫຼ້າສຸດ ພ້ອມເຜີຍໃຫ້ເຫັນຄວາມໜ້າຮັກແບບເທ້ໆ ຕາມເອກະລັກສະເພາະຕົວຂອງລິນດາໄປແບບເຕັມໆ ເພງກໍມ່ວນ ນັກສະແດງກໍແຈກສະເໜ່ຊວນຫຼົງໄຫຼ ບໍ່ຕິດຕາມ ບໍ່ຟັງບໍ່ໄດ້ແລ້ວ, ເຫັນຍັງໜຸ່ມນ້ອຍແບບນີ້ ແຕ່ບອກເລີຍຄວາມສາມາດບໍ່ທຳມະດາ ສຳລັບໃຜຍັງບໍ່ເຄີຍຟັງກົດເຂົ້າຮັບຊົມໃນວິດີໂອດ້ານລຸ່ມນີ້ໄດ້