ປະຊາຊົນເດືອດຮ້ອນ!! ດ່ານປາກເຊ-ປາກຊ່ອງ ເກັບເງິນເດືອນ 6ລ້ານກີບ ວອນພາກສວ່ນທີ່ກ່ຽວຂ້ອງຊ່ວຍແກ້ໄຂແດ່

ປະຊາຊົນເດືອດຮ້ອນ!! ດ່ານປາກເຊ-ປາກຊ່ອງ ເກັບເງິນເດືອນ 6ລ້ານກີບ ວອນພາກສວ່ນທີ່ກ່ຽວຂ້ອງຊ່ວຍແກ້ໄຂແດ່

ທ້າຍປີ 2019 ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປລາວ ແຈ້ງວ່າ:ນັບຕໍ່ນີ້ ໃຫ້ປ່ຽນມະຕິໃໝ່ໃນການເກັບເງິນ ໃຫ້ເກັບບໍ່ເກີນ 5000ກີບ/ຖຽ້ວ ສະເພາະໄປເທົ່ານັ້ນ ຂາກັບບໍ່ຕ້ອງເກັບ ແລະ ໃຫ້ຍົກເລີກທີ່ວ່າເກີນຊົ່ວໂມງນັ້ນ.

ເສັ້ນທາງຕ້ອງເປີດຕະຫລອດ 24 ຊມ ເພື່ອໃຫ້ຄົນທຽວໄປມາສະດວກສະບາຍແລະງ່າຍຂຶ້ນ ເພາະວ່າການທີ່ເຮົາສ້າງເສັ້ນທາງຂຶ້ນມານີ້ກໍ່ເພື່ອຢາກໃຫ້ມະຫາຊົນທັງຫຼາຍໄດ້ໃຊ້ສະດວກສະບາຍແລະກໍ່ເປັນການພັດທະນາປະເທດຊາດອີກດ້ວຍ ອີກຢ່າງລົດຫຼືຍານພາຫະນະຂອງພວກເຂົາກໍ່ໄດ້ເສຍສີໃຫ້ລັດທຸກໆປີ ແລະໄດ້ເສຍທຳນຽມຄ່າຜ່ານທາງໃຫ້ລັດທຸກໆປີ.
ສຸດທ້າຍນີ້ກໍ່ຂໍໃຫ້ທາງບໍລິສັດຈົ່ງພິຈາລະນາແລະປະຕິບັດຕາມນີ້ແດ່

ແຕ່ປັດຈຸບັນນີ້ ທາງບໍລິສັດຮັບເໝົາຫຍັງໄດ້ເກັບເປັນປົກກະຕິຄື: ລົດ 4 ລໍ້ ເກັບ 15 ພັນກີບ/ຂາໄປ ສ່ວນຂາກັບເກັບອີກ 15 ພັນກີບ, ສ່ວນລົດ 6 ລໍ້ 20 ພັນກີບ/ ຂາໄປ ຂາກັບກະເສຍອີກ ບໍ່ເຮັດຕາມຄຳສັ່ງຂອງທ່ານນາຍົກ.

ຂໍໃຫ້ຊ່ວຍກັນແຊຫຼາຍໆ ເພື່ອເພີ່ນຈະໄດ້ແກ້ໄຂ

ຂ່າວທົ່ວໄປ