ເປັນທີ່ໜ້າສົງສານ ແມ່ຕູ້ໄວສະລາ ມາອາໄສກ້ອງຂົວເປັນບ່ອນຢູ່.
ຜູ່ໃຊ້ເຟສບຸກ ຕຸລາ ຈັນທະວົງ ໄດ້ໂພດຂໍ້ຄວາມ ວັນທີ່ 4 ສິງຫາ 2020 ນີ້ວ່າ:
“ມາປະຕິບັດວຽກສຳຫຼວດຂົວເກົ່າມື້ນີ້. ຢູ່ເມືອງຊຳເໜືອໄດ້ພົບຍີງແກ່ສາລາຄົນໜຶ່ງອາໃສນອນຢູ່ກ້ອງຂົວ. ເປັນບ່ອນລົບແດດລົມຝົນເຫັນແລ້ວເປັນຕາອິຕົນ.
ຂ້າພະເຈົ້າສອບຖາມເພີນວ່າຢູ່ບ້ານໃດ. ເພີນບອກວ່າຢູ່ບ້ານສົບຮາວ. ເພີ່ນຊື່ແມ່ຕູ້ ແສງ ບໍ່ຮູ້ນາມສະກູນ ແຕ່ຜູ່ກ່ຽວບອກວ່າເພີນມີລູກສາວຊື່ ນາງ. ນ້ອຍ. ເອົ້າຜົວຢູ່ນະຄອນຫຼວງວຽງຈັນ ຢູ່ບ້ານ. ລາດຄວາຍ ເມືອງໄຊທານີ
ຜູ້ກຽ່ວເຄີຍໄປຢູ່ນຳລູກແລ້ວເທືອໜຶ່ງແຕ່ຜູ້ກ່ຽວກັບມາຫົວພັນຍ້ອນວ່າຜົວຂອງຜູ້ກ່ຽວເຈັບປ່ວຍ ແລະ ໄດ້ເສຍຊີວິດແລ້ວ ຕົນເອງເລີຍບໍ່ມີທີ່ເຜິ່ງ ແລະ ບໍ່ມີເງີນຈຶ່ງຕ້ອງໄດ້ມາອາໃສນອນຢູ່ຂົວແຫງນີ້.
ໂພດນີ້ເພືອຂໍ້ຄວນຊ່ວຍເຫຼືອຈາກສັງຄົມ. ຖ່າໃຜຮູ້ຈັກລາວ ແລະ ລູກສາວລາວໃຫ້ສົ່ງຂາວບໍ່ແດ່ເດີພໍ້ຊິໄດ້ຊ່ວຍເຫຼືອລາວໄດ້ 020 98077226 ເບີໂທຕິດຕໍ່ຂ້າພະເຈົ້າ”
Posted by ຕຸລາ ຈັນທະວົງສໍ on Monday, August 3, 2020