ເຊິ່ງເພີ່ນມັກສະແດງໂອ້ອວດເທີງໂລກອອນລາຍ ຈົນໃນທີ່ສຸດການໂອ້ອວດເກີນເລີຍນັ້ນເຮັດໃຫ້ເຈົ້າໜ້າຕຳຫຼວດສືບຮູ້ວ່າ ທ້າວຈັ່ນ ໄດ້ຫຍຸ້ງກ່ຽວກັບຢາຜິດກົດໝາຍ ແຕ່ທຸລະກິດທີ່ເຂົາເຮັດນັ້ນກໍ່ເປັນພຽງເຮັດບັງໜ້າເທົ່ານັ້ນ ແຕ່ໃນເບື້ອງຫຼັງໄດ້ມົ້ວສຸມກັບຢາຜິດກົດໝາຍ
ເຊິ່ງຕອນນີ້ ທ້າວຈັ່ນບໍ່ເຫຼືອຫຍັງອີກແລ້ວ ແມ່ນແຕ່ວ່າຄຳຈັກສະລຶງ ກໍ່ບໍ່ມີແລ້ວ ຊັບສິນຕ່າງໆກໍ່ຖືກຍຶດ ແລະ ຕ້ອງມາຖືກສານຕັດສິນໃຫ້ນອນຄຸກອີກ 10 ປີ ອີກດ້ວຍ.
ແລະຕົ້ນເດືອນ ພະຈິກ 20 ທີ່ຜ່ານ ສຳນັກຂ່າວຕ່າງປະເທດ ”ຫວຽດນາມ” ໄດ້ລາຍງານວ່າ ທ້າວຈັ່ນ ຫງ໊ອກຟຸກ ອາຍຸ 38 ປີ ຫຼື ຮູ້ກັນໃນນາມ phuc xo ເຊເລັບຊື່ດັງ ລະດັບມະຫາເສດຖີ ໄດ້ຖືກຄວບຄຸມຕົວຂື້ນສານສູງສຸດ ນະຄອນໂຮຈີມິນ
ໃນຄະດີຄ້າຢາຜິດກົດໝາຍ ຊຶ່ງທ້າວຈັ່ນ ເສດຖີໜຸ່ມຊາວຫວຽດນາມ ນັ້ນເປັນຄົນມັກຄຳຫລາຍ ຈົນໄດ້ສາຍາ ຕູ້ຄຳເຄື່ອນທີ່ ເພາະເວລາໄປໃສມາໃສ
ກໍ່ມີແຕ່ຄຳໃສ່ໄປເຕັມໄປຫມົດເຕັມຕົວ ສາຍຄໍພ້ອມກີ້ ແຫວນ ສາຍແຂນ ທີ່ໃຫ່ຍເກີນ ລົດຈັກບິ໊ກໄບປະດັບມີແຕ່ຄຳເຕັມໄປໝົດ ແລະຍັງປະດັບລົດຍົນເຫຼືອງອາລາມທັງຄັນ