ສາວອິນໂດ ເກີດລູກຢ່າງໄວຫລັງອຸ້ມທ້ອງພຽງ1 ຊັ່ວໂມງ

ສາວອິນໂດ ເກີດລູກຢ່າງໄວຫລັງອຸ້ມທ້ອງພຽງ1 ຊັ່ວໂມງ

ປົກກະຕິແລ້ວຍິງຈະຕັ້ງຄັນນານ 9 ເດືອນເຖິງຈະເກີດລູກ ແຕ່ກາຍເປັນວ່າ ມີຍິງຊາວອິນໂດນີເຊຍຄົນຫນຶ່ງເປັນທີ່ຮືຮາຢ່າງກ້ວາງຂວາງ ຫລັງຈາກລາວເກີດລູກແທບຈະທັນທີເມື່ອມີອາການແພ້ທ້ອງໄດ້ພຽງ 1 ຊັ່ວໂມງ

Heni Nuraeni ຍິງສາວອາຍຸ 30 ປີຈາກຫມູ່ບ້ານ Mandalasari ກາຍເປັນປະເດັນຮ້ອນແຮງທັນທີ ພາຍຫລັງທີ່ລາວອອກມາເປີດເຜີຍວ່າ ເກີດລູກຊາຍຮ່າງກາຍແຂງແຮງອອກມາ ຫລັງມີອາການແພ້ທ້ອງພຽງແຕ່ 1 ຊັ່ວໂມງເທົ່ານັ້ນ! ຊຶ່ງລາວເວົ້າວ່າ ຄືນວັນທີ່ 18 ກ.ກ. ຢູ່ໆທ້ອງຂອງລາວກໍ່ເບັງໃຫຍ່ຂຶ້ນ ຮູ້ສຶກເຫມືອນມີຫຍັງຢູ່ໃນທ້ອງ ປວດສີຂ້າງແລະຫນັກຫນ້າທ້ອງຈົນໃຫ້ແນ່ໃຈແລ້ວວ່າອາການແບບນີ້ຄືຄົນທີ່ຕັ້ງທ້ອງ ບໍ່ພຽງແຕ່ລາວຈະແປກໃຈວ່າທ້ອງໄດ້ແນວໃດລາວຍັງງົງຫນັກຂຶ້ນໄປອີກເພາະລາວແລະສາມີບໍ່ໄດ້ມີຫຍັງກັນມານານກວ່າ 19 ເດືອນແລ້ວ!

ຕໍ່ມາລາວໄດ້ຂໍຮ້ອງເພື່ອນບ້ານໃຫ້ພາລາວໄປຫາພໍ່ທີ່ບ້ານ ແລ້ວເອີ້ນໝໍຕຳແຍມາຊ່ວຍຈົນລາວໃຫ້ກຳເນີດລູກນ້ອຍອອກມາ ແມ້ວ່າຈະຮູ້ສຶກຕົວວ່ານ້ຳຫນັກຕົວເພິ້ມຂຶ້ນໃນຊ່ວງເດືອນທີ່ຜ່ານມາ ແຕ່ Heni ອ້າງວ່າລາວບໍ່ເຄີຍຣູ້ສຶກແພ້ທ້ອງຫລືອິຫຍັງທີ່ເປັນສັນຍານບອກໃຫ້ຮູ້ເລີຍວ່າກຳລັງຕັ້ງທ້ອງ ຈົນມາອາຈຽນລອບນີ້ກ່ອນທີ່ຈະຄອດລູກອອກມາເລີຍພຽງແຕ່ 1 ຊັ່ວໂມງ ພ້ອມທັ້ງອ້າງວ່າປະຈຳເດືອນລາວມາຕາມປົກກະຕິ ແລະດ້ວຍຄຳຢືນຢັນຂອງພະຍາບານທີ່ສະນັບສະໜູນລາວວ່າມີປະຈຳເດືອນແທ້ ຊຶ່ງໝໍໃຫ້ຄວາມເຫັນວ່າອາດຈະເກີດຈາກອອນໂມນບໍ່ສົມດູນ

ແຕ່ສິ່ງທີ່ຫມໍແລະພະຍາບານຍັງຄົງສົງໄສຢູ່ຈົນທຸກມື້ນີ້ຄື Heni ແລະສາມີບໍ່ໄດ້ມີຫຍັງກັນເລີຍນັບຕັ້ງແຕ່ເກີດລູກສາວ ຊຶ່ງກໍ່ຄືເມື່ອ 19 ເດືອນທີ່ແລ້ວເນື່ອງດ້ວຍເຫດຜົນທາງການແພດ ຂໍ້ມູນນີ້ໄດ້ຮັບການຢືນຢັນວ່າເປັນຄວາມຈິງຈາກຜູ້ນຳຕຳບົນໃນທ້ອງທີ່ “ເພາະຢ່າງນີ້ແຫລະຈຶ່ງເຮັດໃຫ້ເລື່ອງນີ້ມັນໜ້າສົງໄສ ແຕ່ເອົາເທາະຖ້ານີ້ເປັນປະສົງຂອງພະເຈົ້າ ອິຫຍັງມັນກໍ່ເກີດຂຶ້ນໄດ້ແຫລະ” Heni ກ່າວຖຶ້ມທ້າຍ…

ຂ່າວທົ່ວໄປ