ວັນທີ 31 ກໍລະກົດ 2020 ທີ່ຈຸດຕ້ອນຮັບຂະບວນແຫ່ ຮູບຫລໍ່ເໝືອນ ໄຊຍະເຊດຖາທິລາດເຈົ້າ ຄືຢູ່ສົ້ນຂົວເຊນ້ຳນ້ອຍ ບ້ານໃຫຍ່ໝື່ນຫົວເມືອງ ເມືອງ ສາມັກຄີໄຊ ແຂວງ ອັດຕະປື ເຊິ່ງເປັນກຽດຕ້ອນຮັບຂະບວນແຫ່ ໂດຍແມ່ນທ່ານ ອຸ່ນຫລ້າ ໄຊຍະສິດຮອງເຈົ້າແຂວງ ອັດຕະປື ພ້ອມຄະນະນຳຂອງແຂວງ ແລະ (ພຸດທະສະສານີກະຊົນ) ພໍ່ແມ່ປະຊາຊົນປັນດາເຜົ່າ ໄດ້ກຽມພ້ອມສູ່ການຕ້ອນຮັບ
ຕ່າງໜ້າຂະບວນແຫ່ພະບໍລົມມະຣູບອັນເປັນປະຫວັດສາດຄັ້ງໃຫຍ່ ຈາກນະຄອນຫຼວງວຽງຈັນ ແລະ ຜ່ານມາໃນແຕ່ລະແຂວງ ເທື່ອນີ້ ໂດຍແມ່ນ ທ່ານ ບົວເງິນ ຊາວພູວົງ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ພ້ອມຄະນະນຳທຸກພາກສ່ວນ ພະເທລະນຸເທລະ ແລະ ເຈົ້າສັດທາທັງຫຼາຍ ພ້ອມພຽງກັນເປັນຂະບວນແຫ່ບົນຈິດໃຈແຫ່ງຄວາມດໍາລິມະຫາມຸງຄຸນອັນໃຫຍ່ຫຼວງ.
ຕະຫລອດເສັ້ນທາງທີ່ຮ່ວມເປັນຂະບວນແຫ່ຄັ້ງໃຫຍ່ ເຊິ່ງເລີ່ມຈາກຈຸດຕ້ອນຮັບທີ່ສົ້ນຂົວເຊນ້ຳນ້ອຍ ກໍ່ໄດ້ມີພໍ່ແມ່ປະຊາຊົນທີ່ຕັ້ງໃຈຄອງຄອຍໃນທີ່ສຸດໂອກາດອັນເລິກງາມຍາມດີກໍໄດ້ປະກົດໃຫ້ເຫັນຢ່າງໜ້າປະທັບໃຈ ເປັນຕົ້ນ ໄດ້ເຫັນບັນຍາກາດຄວາມຄັບຄາໝາແໜ້ນຂອງປວງຊົນທີ່ຮ່ວມເປັນຄະນະທິມງານຕໍ່ກັນດ້ວຍຂະບວນລົດແຫ່ ແລະ ສິ່ງທີ່ເຮັດໃຫ້ຊາວປະຊາທັງປວງໄດ້ສ້າງຄວາມສະໜຸກສະໜານ ທາມກາງເມັດຝົນ ທະຍອຍຕົກໂຮຍຮຳຕະຫລອດສຸດເສັ້ນທາງນັ້ນ ແມ່ນ ໄດ້ເຫັນຮູບປັ້ນເໝືອນພະບໍຣົມມະຣູບ ສົມເດັດພະໄຊຍະເຊດຖາທິລາດເຈົ້າ ພ້ອມດ້ວຍ ຊ້າງເຜືອກມຸງຄຸນ ແລະ ພະພຸດທະຮູບ ໃນຂະບວນລົດຕໍ່ເປັນແຖວຍາວສຸດສາຍທາງສູ່ດິນແດນຕອນໃຕ້ ນັ້ນຄື ແຂວງ ອັດຕະປື ເຊິ່ງຈະໄດ້ນຳມາປະດິດສະຖານໄວ້ ເປັນອະນຸສະວະລີ ອະນຸສອນສະຖານ ທີ່ເປັນບ່ອນສະຫວັນນາຄົດຂອງພະອົງຕາມຕຳນານໃນພົງສາວະດານລາວໄດ້ກ່າວໄວ້ ແລະ ຂະໜານນາມວິລະກະສັດອາຈັກລາວລ້ານຊ້າງໄວ້ທີ່ບ້ານ ຫາດຊາຍຂາວ ເມືອງ ໄຊເຊດຖາ ເພື່ອເປັນທີ່ລະນຶກ, ສັກກະລະບູຊາ, ເຊີດຊູຄຸນງາມຄວາມດີ ແລະ ໃຫ້ລູກຫຼານໄດ້ສຶກສາຮຽນຮູ້ໃນຂັ້ນຕອນດຳລິອັນເປັນມຸງຄຸນຂອງພະອົງ,
ຕະຫລອດເສັ້ນທາງກໍ່ໄດ້ມີຄະນະນຳ ແລະ ພ່ໍແມ່ປະຊົນ ແຕ່ລະບ້ານ ຕ່າງກໍ່ໄດ້ຕັ້ງຈິດຕັ້ງໃຈ ໃຫ້ການຕ້ອນຮັບ ນຳເຄຶ່ອງສັກກະລະບູຊາ ຢ່າງບໍ່ຂາດຍ່າຍສາຍທາງ ຈົນຮອດເທດສະບານຂອງແຂວງ ແລະ ກ້າວສູ່ຈຸດໝາຍ ເຊິ່ງແຕ່ລະຄົ້ນກໍ່ໄດ້ຕັ້ງຈິດອະທິຖານອຳນວຍອວຍພອນດ້ວຍຮອຍຍີມ ແລະ ຂໍໃຫ້ປາລະມີຂອງພະອົງອັນເປັນມະຫາກຸສົນ ດ້ວຍຄວາມປິຕິຍິນດີ, ບົນຈິດໃຈດຳລິອັນງາມ ແຫ່ງຄວາມເຫຼື້ອມໃສສັດທາ, ເຫັນໄດ້ເຖິງພະລັງແຫ່ງຄວາມສາມັກຄີ, ຄຸນງາມຄວາມດີ ປະກອບສ່ວນເຂົ້າໃນການຕ້ອນຮັບ ແລະ ພ້ອມກັນສະເຫຼີມສະຫຼອງພະບໍລົມມະຮູບຕາມພະລັງແຫ່ງຄວາມສັດທາຂອງຕົນ.
ເມື່ອມາຮອດເຖິງຈຸດໝາຍ ໃນຕອນຄໍ່າຄືນຂອງວັນທີ 31 ກໍລະກົດ 2020 ກໍ່ໄດ້ມີພິທີ ອັນເຊີນພຣະບໍລົມມະຣູບຫຼໍ່ທອງເຫຼືອງ ພຣະເຈົ້າໄຊຍະເຊດຖາທິລາດ ພ້ອມຊ້າງເຜືອກມຸງຄຸນ ຂຶ້ນປະດິດສະຖານປະທັບເທິງແທ່ນບູຊາ.
ໃຫ້ກຽດເຂົ້າຮ່ວມເປັນໃນມະຫາກຸສົນອັນຍິ່ງໃຫຍ່ ໂດຍມີພະນະທ່ານ ຈູມມະລີ ໄຊຍະສອນ ອາດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ອາດີດປະທານປະເທດແຫ່ງ ສປປ ລາວ, ມີການນຳຂັ້ນສູງຂອງພັກ-ລັດ, ພະຄູບາອາຈານຕັ້ງແຕ່ສູນກາງ, ຕ່າງແຂວງ, ພາຍໃນແຂວງ ອັດຕະປື ແລະ ອອກຕົນຍາດໂຍມທັງຫຼາຍກໍ່ໄດ້ພ້ອມກັນເຕົ້າລວມດ້ວຍຈິດໃຈອັນເປັນບຸນເປັນກຸສົນ ແລະ ສະເຫຼີມສະຫຼອງຢ່າງຍິ່ງໃຫຍ່,
ໃນເບື້ອງຕົ້ນຂອງພິທີອັນມີຄວາມໝາຍມະຫາມຸງຄຸນ ກໍ່ໄດ້ມີພິທີສູດປະຣິດຕະມຸງຄຸນ ຟັງທຳມະເທດສະໜາປະຣະມີ 30 ທັດ ແລະ ໄຫວພະສູດມົນ ຈະເລີນສະມາທິພາວະນາຈົນສົມຄວນແກາເວລາແລ້ວ ກໍ່ໄດ້ເລີ່ມອັນເຊີນພຣະບໍລົມມະຣູບຫຼໍ່ທອງເຫຼືອງ ພຣະເຈົ້າໄຊຍະເຊດຖາທິລາດ ພ້ອມຊ້າງເຜືອກມຸງຄຸນ ຂຶ້ນປະດິດສະຖານປະທັບເທິງແທ່ນບູຊາ ຂອງສົມເດັດພະໄຊຍະເຊດຖາ ໃນທີ່ນີ້ ດ້ວຍຄວາມປິຕິຍີນດີຂອງປວງຊົນຊາວແຂວງ ອັດຕະປື.
ດັ່ງນັ້ນ ຈິ່ງໄດ້ມີການສະເຫຼີມສະຫຼອງທຳບຸນມະຫາກຸສົນຢ່າງຍິ່ງໃຫຍ່ ນັບຕັ້ງແຕ່ນະຄອນຫຼວງວຽງຈັນເປັນຕົ້ນມາ ແລະ ໄດ້ມີການສະເຫຼີມສະຫຼອງໃນແຕ່ລະເເຂວງທີ່ຜ່ານມາ ເພື່ອໃຫ້ປະຊາຊົນ ຊາວພຸດທະສະສານີກະຊົນ ປະຊາຊົນລາວບັນດາເຜົ່າ, ການຈັດຕັ້ງ, ການນໍາພັກ-ລັດ, ພະສົງອົງຄະເຈົ້າ ໄດ້ຮ່ວມເໝື່ອນທີ່ໄດ້ເຫັນເປັນຄັ້ງປະຫວັດສາດອັນຍິ່ງໃຫຍ່ ແລະ ພາຍຫຼັງເສັດສິ້ນພິທີອັນເຊິນ ບໍລົມມະຣູບຫຼໍ່ທອງເຫຼືອງ ພຣະເຈົ້າໄຊຍະເຊດຖາທິລາດ ພ້ອມຊ້າງເຜືອກມຸງຄຸນ ຂຶ້ນປະດິດສະຖານປະທັບເທິງແທ່ນບູຊາ ຕະຫຼອດທັງຄືນກໍ່ມີບັນດາຜູ້ປະກອບການໃນທົ່ວທຸກພາກສ່ວນກໍ່ໄດ້ເຂົ້າຮ່ວມເປັນເຈົ້າສັດທາທາງດ້ານປະເພດ ເຂົ້າປາ, ອາຫານ, ເຄື່ອງດື່ມ, ມີການວາງສະເເດງ ສິນຄ້າທີ່ເປັນເອກະລັກທ້ອງທິ່ນ, ມີການປະກອບສ່ວນສະເເດງສິນລະປະ-ວັນນະຄະດີ ຈາກພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ພ້ອມໄດ້ຮັບຟັງໝໍລຳສີພັນດອນ ຈາກນະຄອນຈຳປາສັກ ຢ່າງສະໜຸກສະໜານ.
ພາຍຫລັງສໍາເລັດການຍົກຂຶ້ນພແທ່ນ ເຈົ້າໄຊຍະເຊດຖາທິຣາດປະດິດສະຖານໄວ້ ເປັນທີ່ຮຽບຮ້ອຍແລ້ວ ກໍໄດ້ບໍາເພັນເປັນບຸນກຸສົນທະຫວາຍທານ, ໃສ່ບາດຢາດນໍ້າໃນຕອນເຊົ້າຂອງວັນທີ 1 ສິງຫາ 2020 ເປັນອັນຈົບພິທີການອັນເຊີນ ພຣະບໍຣົມມະຣູບຫລໍ່ເຫມືອນພຣະເຊົ້າໄຊຍະເຊດຖາທິຣາດ ປະດິດສະຖານໄວ້ທີ່ພຣະແທ່ນອານຸສາວະຣີ ບ້ານຫາດຊາຍຂາວ ເມືອງ ໄຊເສດຖາ ໂດຍການເຂົ້າຮ່ວມຂອງທ່ານ ອາດີດປະທານພັກ ປະທານປະເທດ ຈູມມະລີ ໄຊຍະສອນ ພ້ອມດ້ວຍພັນລະຍາ, ມີບັນດາທ່ານຄະນະນໍາຂັ້ນສູນກາງ, ການນໍາຂັ້ນແຂວງ, ແຂກພາຍໃນ ແລະ ມວນຊົນຊາວແຂວງ ອັດຕະປື ເຂົ້າຮ່ວມ.
ທ່ານ ເລັດໄຊຍະພອນ ເຈົ້າແຂວງ ອັດຕະປື ໄດ້ໃຫ້ສໍາພາດວ່າ: ຂ້າພະເຈົ້າຂໍຕາງຫນ້າໃຫ້ຄະນະນໍາຂອງແຂວງ ແລະ ປະຊາຊົນບັນດາເຜົ່າຊາວແຂວງ ອັດຕະປື ທຸກຖ້ວນຫນ້າ ມື້ນີ້ຖືວ່າເປັນບຸນປາງໃຫຍ່ຂອງຊາວລາວໃນທົ່ວປະເທດ ເວົ້າລວມ, ເວົ້າສະເພາະ ຢູ່ແຂວງ ອັດຕະປື ໄດ້ມີພີທີໃສ່ບາດຖະຫວາຍທານແດ່ພຣະເຈົ້າໄຊຍະເສດຖາທິລາດ ມາຫາລາດ ທີ່ສໍາເລັດການປະດິດສະຖານໄວ້ທີ່ອານຸສາວະລີແຫ່ງນີ້
ເພື່ອຈາລຶກຄຸນງາມຄວາມດີ ເຊີດຊູກຽດສັກສີຂອງວິຣະມະຫາກະສັດຕາທິຣາດເຈົ້າ ອານາຈັກລາວລ້ານຊ້າງ ຜູ້ຊົງສະຫລຽວສະຫລາດ ອົງອາດກ້າຫານ ຊັງມີພຣະປີຊາສາມາດສະຫລາດການໃນພິໄຊສົງຄາມ ຊົງເປັນພຸດທະສາສະນິກະຊົນອັນເລີດ ໃນການສ້າງສາພັດທະນາບ້ານເມືອງ ສິລະປະວັດທະນາທໍາ ຮີດຄອງປະເພນີຂອງຊາດ ເປັນພຣະມະຫາກະສັດຕາທິຣາດເຈົ້າ ສະເຫມີດັ່ງແວ່ນແຍງອັນໃສແຈ້ງແກ່ອານາປະຊາຣາດ ຕັ້ງແຕ່ງບັນພະການສືບມາຈົນເຖິງລູກຫລານ ໄດ້ສືບທອດກັນມາຫລາຍເຊັ່ນຄົນ ຈວບຈົນເຖິງທຸກວັນນີ້ ແລະ ຊົ່ວກາລະນານ.