ສຳລັບການເຝົ້າລະວັງພະຍາດໂຄວິດ-19 ຢູ່ຈຸດຜ່ານແດນຕ່າງໆ ມາຮອດໃນວັນທີ 13 ກໍລະກົດ ທົ່ວປະເທດມີຜູ້ເດີນທາງເຂົ້າມາ ສປປ ລາວ ທັງໝົດ 1.425 ຄົນ, ໃນນັ້ນ ຜ່ານດ່ານລາວ-ໄທ 686 ຄົນ, ໃນນັ້ນເປັນແຮງງານລາວ 84 ຄົນ, ຜ່ານດ່ານລາວ-ຈີນ 19 ຄົນ (ແຮງງານລາວ 5 ຄົນ), ດ່ານລາວ-ຫວຽດນາມ 538 ຄົນ, ຜ່ານສະໜາມບິນສາກົນວັດໄຕ 182 ຄົນ (ຄົນຈີນ 159 ຄົນ, ຄົນລາວ 2 ຄົນ ແລະ ຄົນຕ່າງປະເທດ 21 ຄົນ) ທັງໝົດແມ່ນໄດ້ເກັບຕົວຢ່າງມາກວດຫາເຊື້ອພະຍາດໂຄວິດ-19
ຈາກນັ້ນນຳໄປສະຖານທີ່ຈຳກັດບໍລິເວນຕາມຫລັກການການແພດຢ່າງເຂັ້ມງວດ. ທ່ານ ນາງ ຣັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ລາຍງານໃຫ້ຮູ້ໃນວັນທີ 14 ກໍລະກົດນີ້ວ່າ: ສປປ ລາວ ບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມເປັນ 3 ເດືອນແລ້ວ ເຊິ່ງມື້ວານນີ້ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 315 ຕົວຢ່າງ, ໃນນັ້ນ ມີແຮງງານລາວທີ່ກັບມາແຕ່ໄທ 293 ຄົນ ແລະ ກໍລະນີສົງໄສ 22 ຄົນ ຜົນກວດທັງໝົດແມ່ນບໍ່ພົບເຊື້ອ.
ສັງລວມຜົນການວິເຄາະ ນັບແຕ່ເດືອນມັງກອນມາເຖິງວັນທີ 13 ກໍລະກົດນີ້ ໄດ້ເກັບຕົວຢ່າງມາກວດທັງໝົດ 20.769 ຄົນ, ໃນນັ້ນ ກວດພົບເຊື້ອໂຄວິດ-19 ພຽງແຕ່ 19 ຄົນ ປັດຈຸບັນແມ່ນປິ່ນປົວຫາຍດີ. ສາທາລະນະສຸກເປັນຫ່ວງ ຖ້າພວກເຮົາລະເຫລີງປ້ອງກັນຕົນເອງ ພະຍາດໂຄວິດ-19 ອາດກັບມາລະບາດເປັນຮອບສອງ
ພາຍຫລັງເຫັນວ່າປະຊາຊົນຈຳນວນບໍ່ໜ້ອຍປ່ອຍປະລະເລີຍຕໍ່ມາດຕະການປ້ອງກັນຕົນເອງທີ່ຄະນະສະເພາະກິດວາງອອກເຊັ່ນ: ການປະຕິບັດຫລັການອະນາໄມ, ການທຳຄວາມສະອາດຂ້າເຊື້ອພະຍາດຢູ່ສະຖານທີ່ບໍລິການ, ເວລາອອກໄປທີ່ຊຸມຊົນຍັງບໍ່ໃສ່ຜ້າປິດປາກ-ດັງ, ບໍ່ຮັກສາໄລຍະຫ່າງ ແລະ ອື່ນໆ