ເດັກຍິງອາຍຸ14ປີ.ໂຊນສະມອງຕາຍ ບໍລິຈາກອະໄວຍະວະຊ່ວຍຄົນໄດ້ 5 ຊີວິດ

ເດັກຍິງອາຍຸ14ປີ.ໂຊນສະມອງຕາຍ ບໍລິຈາກອະໄວຍະວະຊ່ວຍຄົນໄດ້ 5 ຊີວິດ

ພໍ່ແມ່ໃຈສະລາຍ! ດ.ຍ.14ປີໂຊນສະມອງຕາຍ ບໍລິຈາກອະໄວັຍະວະຊ່ວຍຄົນໄດ້ 5 ຊີວິດ ແມ່ເຜີຍຄຳເວົ້າເປັນລາງ ບໍ່ຄິດວ່າສິ່ງທີ່ລູກເຄີຍເວົ້າໄວ້ ຈະເກີດຂຶ້ນໄວຂະໜາດນີ້

ເມື່ອວັນທີ່ 29 ພ.ຄ. ທີ່ໂຮງພະຍາບານເພຊບູນ ຜູ້ສື່ຂ່າວລາຍງານວ່າ ມີຜູ້ເສຍຊີວິດຈາກອຸບັດຕິເຫດບໍລິຈາກອະໄວຍະວະ ປະກອບດ້ວຍຫົວໃຈ 1 ດວງ ດວງຕາ 2 ຂ້າງ ແລະໄຕ 2 ຂ້າງ ໃຫ້ແກ່ບຸກຄົນອື່ນ ໂດຍຈະມີຄະນະແພດຈາກສະພາກາຊາດໄທ ເດີນທາງມາເພື່ອຜ່າຕັດເອົາອະໄວຍະວະ ແລະທາງໂຮງພະຍາບານເພຊບູນ ພ້ອມດ້ວຍສູນບໍລິຈາກອະໄວຍະວະ ລວມທັ້ງສະພາກາຊາດໄທໄດ້ມອບປະກາດກຽດຕິຄຸນ ໃຫ້ແກ່ພໍ່ແມ່ຂອງຜູ້ບໍລິຈາກ

ທ້າວນິຍົມ ດວງດາລາ ອາຍຸ 45 ປີ ຊາວ ຕ.ເຂົາຄໍ້ ອ.ເຂົາຄໍ້ ຈ.ເພຊບູນ ເປີດເຜີຍວ່າ ຜູ້ທີ່ເສຍຊີວິດແລະບໍລິຈາກອະໄວຍະວະດັ່ງກ່າວ ເປັນລູກສາວຂອງຕົນເອງ ຊື່ດ.ຍ.ມັນລິກາ ດວງດາລາ ອາຍຸ 14 ປີ ນັກຮຽນໂຮງຮຽນບ້ານທຸ່ງສະມໍ ຕ.ທຸ່ງສະມໍ ອ.ເຂົາຄໍ້ ໂດຍເມື່ອວັນທີ່ 24 ພ.ຄ. ທີ່ຜ່ານມາ

ດ.ຍ.ມັນລິກາຂີ່ລົດຈັກ ຈະໄປຮັບໃບລາຍງານທີ່ບ້ານໝູ່ມາເຮັດວຽກ ເພື່ອຮຽນອອນໄລ ແຕ່ປະສົບອຸບັດຕິເຫດລົດຈັກເສຍຫລັກລົ້ມ ແລະຖືກລົດໃຫຍ່ທີ່ແລ່ນມາາຊົນຊ້ຳຈົນໄດ້ຮັບບາດເຈັບສາຫັດ ຖືກນຳຕົວສົ່ງໂຮງພະຍາບານເຂົາຄໍ້ ແລະຖືກສົ່ງຕໍ່ມາທີ່ໂຮງພະຍາບານເພຊບູນ ໃນສະພາບທີ່ອາການສາຫັດ ແລະໄດ້ຮັບແຈ້ງຈາກທາງແພດວ່າສະມອງຂອງລູກສາວຕາຍ ຊຶ່ງທາງການແພດເຂົ້າໃຈວ່າເສຍຊີວິດແລ້ວ

ຕໍ່ມາມີເຈົ້າຫນ້າທີ່ພະຍາບານມາຊັກຊວນໃຫ້ບໍລິຈາກອະໄວຍະວະຂອງລູກສາວ ຊຶ່ງມີຫລາຍສ່ວນທີ່ໜ້າຈະນຳໄປຊ່ວຍຊີວິດຄົນອື່ນໆ ໄດ້ຫລາຍຊີວິດ ຕົນຈຶ່ງຕອບຕົກລົງທັນທີ ໂດຍບໍ່ລັງເລ ເພາະລູກສາວເປັນຄົນຈິດໃຈດີມັກຊ່ວຍເຫລືອຄົນອື່ນຢູ່ແລ້ວ ຕົນຮູ້ສຶກດີໃຈທີ່ລູກໄດ້ສ້າງບຸນສ້າງກຸສົນດ້ວຍການຕໍ່ຊີວິດໃຫ້ຄົນອື່ນ ແຕ່ຕົນບໍ່ຄິດວ່າສິ່ງທີ່ລູກເຄີຍເວົ້າໄວ້ກັບຕົນມັນຈະເກີດຂຶ້ນໄວຂະໜາດນີ້

ເນື່ອງຈາກກ່ອນຫນ້ານີ້ແມ່ຂອງຕົນປ່ວຍ ຕົນມານອນເຝົ້າແມ່ທີ່ໂຮງພະຍາບານຫລາຍເດືອນ ແລະພານ້ອງມັນລິກາ ຊຶ່ງຂະນະນັ້ນຮຽນຢູ່ຊັ້ນປ.5-ປ.6 ມາດ້ວຍ ແລະເຫັນຄົນເຈັບຄົນປ່ວຍຄົນເສຍຊີວິດ ແລະນ້ອງຖາມຕົນວ່າຄົນເຂົາປ່ວຍເປັນຫຍັງບໍ່? ແລ້ວຖ້າຈະບໍລິຈາກອະໄວຍະວະຈະບໍລິຈາກອິຫຍັງໄດ້ແດ່

ຕົນກໍ່ຕອບລູກວ່າບໍລິຈາກໄດ້ຫມົດທັ້ງຮ່າງກາຍ ອັນໃດທີ່ໃຊ້ໄດ້ ແຕ່ຕ້ອງຖາມຫມໍ ເພາະເຮົາບໍ່ຮູ້ວ່າເມື່ອເສຍຊີວິດແລ້ວຈະມີອະໄວຍະວະສ່ວນໃດທີ່ຢັງໃຊ້ໄດ້ ລູກສາວບອກຕົນວ່າ ຖ້າຕາຍແລ້ວພໍ່ແມ່ຊ່ວຍບໍລິຈາກອະໄວຍະວະໃຫ້ດ້ວຍ ເຂົາເວົ້າເພາະຈິດໃຈເຂົາເປັນກຸສົນ ແຕ່ບໍ່ຄິດວ່າສິ່ງທີ່ລູກເຄີຍເວົ້າຈະເກີດຂຶ້ນໄວຂະໜາດນີ້

ດ້ານ ນພ.ສິຣິໄຊ ແມງມີນາມ ປະທານອົງກອນແພດ ແລະຫົວຫນ້າສູນປະກັນສຸຂພາບໂຮງພະຍາບານເພຊບູນ ເປີດເຜີຍວ່າ ຫລັງຈາກຊາບວ່າ ຜູ້ເສຍຊີວິດມີອາການສະມອງຕາຍ ຈຶ່ງແຈ້ງຍາດໃຫ້ຮູ້ ໂດຍທາງການແພດຖືວ່າເສຍຊີວິດແລ້ວ ແຕ່ອະໄວຍະວະບາງສ່ວນຍັງໃຊ້ການໄດ້ຢູ່ ຈຶ່ງແນະນຳຍາດເຖິງໂຄງການບໍລິຈາກອະໄວຍະວະເພື່ອຊ່ວຍເຫລືອບຸກຄົນອື່ນ

ຕໍ່ມາຍາດຍິນຍອມ ຈຶ່ງປະສານໄປຍັງທີມແພດຈາກສະພາກາຊາດໄທ ເພື່ອມາຜ່າຕັດນຳອະໄວຍະວະໄປຊ່ວຍເຫລືອບຸກຄົນອື່ນ ແຕ່ເນື່ອງຈາກຊ່ວງນີ້ຢູ່ໃນສະຖານການທີ່ມີໂລກລະບາດໂຄວິດ-19 ເຮັດໃຫ້ຂະບວນການຕ່າງໆ ຕ້ອງໃຊ້ເວລາດົນ ເພາະຕ້ອງກວດຄັດກອງກ່ອນວ່າ ຜູ້ບໍລິຈາກອະໄວຍະວະບໍ່ໄດ້ມີພາວະຕິດເຊື້ອ ຊຶ່ງຕ້ອງໃຊ້ເວລາຢ່າງນ້ອຍຫນຶ່ງມື້ ກວ່າທີ່ຜົນຈະອອກມາວ່ານ້ອງບໍ່ມີສະພາວະຕິດເຊື້ອໂຄວິດ-19 ຈຶ່ງຈະສາມາດທີ່ຈະດຳເນີນຂັ້ນຕອນຮັບອະໄວຍະວະໄດ້ຕາມປົກຕິ

ໂດຍອະໄວຍະວະທີ່ໄດ້ ປະກອບດ້ວຍຫົວໃຈ 1 ດວງ ດວງຕາ 2 ຂ້າງ ໄຕ 2 ຂ້າງ ຊຶ່ງທັ້ງຫມົດສາມາດນຳໄປຊ່ວຍຊີວິດບຸກຄົນອື່ນໄດ້ອີກເຖິງ 5 ຊີວິດ ຖືວ່າເປັນກຸສົນທີ່ຍິ່ງໃຫຍ່ ເປັນເລື່ອງທີ່ໜ້າຍິນດີ ແລະຂໍກຸສົນທີ່ຜູ້ເສຍຊີວິດໄດ້ບໍລິຈາກອະໄວຍະວະໃນຄັ້ງນີ້ຈົ່ງໄປສູ່ພົບພູມທີ່ດີ

ສາລະໜ້າຮູ້