ໃນຍຸກຂ້ອຍຮຽນບໍ່ເຄີຍເປັນແບບນີ້ ຈົບມາແລ້ວມີແຕ່ຂີ່ລົດຖີບກັບເຮືອນຊານ ຊ່ວຍວຽກພໍ່ແມ່
ຂ້ອຍຢ່າກຮູ້ວ່າເຂົາເຈົ້ານຳເຂົ້າມາເປັນຮີດ ໃນປີໃດເດເນາະ?
ການສັ່ງລາກັນ ການສະແດງຄວາມສົ່ງຈຳດີໆຕໍ່ກັນ ແບບແນວອື່ນບໍ່ອຶດ ມອບຂອງຂວັນເລັກນ້ອຍໃຫ້ກັນ ອ່ວຍພອນກັນດ້ວຍຄຳເວົ້າ ລ້ຽງເຂົ້າລ້ຽງນ້ຳທຳມະດາເລັກນ້ອຍນຳກັນກັນ ແລະອື່ນໆ… ທີ່ມັນເໝາະສົມດີກວ່ານີ້ກະໄດ້
ທີ່ຂ້ອຍຍົກເລື່ອງສັງຄົມສິ່ງມຶນເມົາມາເວົ້າເປັນປະຈຳ ກະເພື່ອອະນາຄົດຂອງລູກຫຼານລຸ້ນຫຼັງຂອງເຮົານັ້ນລະ ຢ້ານລູກຫຼານຂອງເຮົາຄົນລຸ້ນຫຼັງ ເດີນຕາມສັງຄົມແບບນີ້ ເພື່ອຢາກໃຫ້ມີການປ່ຽນແປງໄປໃນທາງທີ່ດີເໝາະສົມກວ່ານີ້
– ຢ່າຄິດວ່າເປັນເລື່ອງທຳມະດາ ຢ່າຄິດວ່າເປັນບາງຄັ້ງບາງຄາວ ຢ່າຄິດວ່າເປັນເລື່ອງຊົ່ວຄາວ
ແຕ່ມັນຈະເປັນແບບຢ່າງຂອງສັງຄົມສິ່ງມຶນເມົາ ໃຫ້ກັບຄົນລຸ້ນຫຼັງໄດ້ເຮັດຕາມຕໍ່ໆໄປ ທີ່ຮຸນແຮງຫຼາຍຂຶ້ນເລື້ອຍໆ
– ຄືດັ່ງທີ່ຂ້ອຍເຄີຍໄດ້ເວົ້າມາຫຼາຍເທື່ອເປັນປະຈຳ
ຖ້າຈະປ່ຽນສັງຄົມສິ່ງມຶນເມົາ ແມ່ນເປັນໄປໄດ້ຍາກ ເພາະຄົນສ່ວນຫຼາຍແມ່ນຍັງຫຼົງໄຫຼໄປຕາມກະແສສັງຄົມ
– ຖ້າທຸກຄົນ ພໍ່ແມ່ຄອບຄົວ, ຄູອາຈານ, ນາຍບ້ານ ພະນັກງານການນຳອົງການຈັດຕັ້ງທົ່ວໄປ ລວມປະຊາຊົນທົ່ວໄປ ສັງຄົມແວດລ້ອມທຸກຄົນ ບໍ່ຊ່ວຍກັນເປັນແບບຢ່າງທີ່ດີ ກົດໝາຍລະບຽບບໍ່ເຄັງຄັດ ກໍ່ຍາກທີ່ຈະປ່ຽນສັງຄົມນີ້ໄດ້
– ດັ່ງນັ້ນທຸກຄົນ ພໍ່ແມ່ຄອບຄົວ, ຄູອາຈານ, ນາຍບ້ານ, ພະນັກງານການນຳອົງການຈັດຕັ້ງທົ່ວໄປ ລວມທັງປະຊາຊົນທຸກຄົນ
ຕ້ອງມີຄວາມຕື່ນຕົວ ພ້ອມໃຈຊ່ວຍກັນແບບຢ່າງທີ່ດີ ຫຼຸດຜ່ອນສັງຄົມສິ່ງມຶນເມົາລົງ
ພາກສ່ວນກ່ຽວຂ້ອງກໍ່ຄວນໃຊ້ກົດໝາຍ ກົດລະບຽບໃຫ້ເຂັ້ມງວດຈິງຈັງຂຶ້ນຕື່ມ
– ສິ່ງທີ່ຂ້ອຍໄດ້ຕຳນິຕິຕຽນສ່ອງແສງ ເຖິງບັນຫາສັງຄົມສິ່ງມຶນເມົາທັງຫຼາຍທັງປວງເປັນປະຈຳ ວັນໃດວັນໜຶ່ງກໍ່ຄົງຈະເຫັນຜົນ ບໍ່ຊ້າກໍ່ໄວໆນີ້ ແຂວງອື່ນກໍ່ເຫັນເລີ່ມມີປະຕິບັດກົດລະບຽບໃສ່ກັບບັນຫານີ້ກໍ່ມີແລ້ວ
– ໃຜວ່າສັງຄົມສິ່ງມຶນເມົາ ບໍ່ກະທົບຕໍ່ສັງຄົມໂດຍລວມ ແຕ່ເທົ່າທີ່ເຫັນແມ່ນກະທົບໂດຍຕົງ ບໍ່ເຫັກບໍແຖວບ້ານນອກສູ່ມື້ນີ້ເດັກນ້ອຍເດັກເລັກ ເຂົາເຫັນຜູ້ໃຫຍ່ເຮັດແນວໃດເຂົາກໍ່ມັກເຮັດຕາມແນວນັ້ນ ຕັ້ງວົງເຫຼົ້າວົງເບຍຕັ້ງແຕ່ນ້ອຍໆ ສ່ຽງຜົນເສຍຕໍ່ເດັກຕາມມາຄືຫຍັງລະ
ສິ່ງມຶນເມົາໄປທຳລາຍການພັດທະນາການຂອງເດັກ ທຳລາຍສະໝອງ ເຮັດໃຫ້ສະໝອງເຕີບໃຫຍ່ໄດ້ບໍ່ສົມສົມບູນແບບ ຂັດຂວາງທຳລາຍສານວິຕາມິນຕ່າງໆໃນຮ່າງກາຍ ຂັດຂວາງການເຕີບໃຫຍ່ຂະຫຍາຍຕົວ ອະໄວຍະວະພາຍໃນຕ່າງໆ ເມື່ອໄດ້ຮັບສານພິດຈາກເຫຼົ້າເບຍ ຈະເຮັດໃຫ້ທຳງານຜິດປົກກະຕິທຳງານໜັກຂຶ້ນ ບໍ່ວ່າຈະເປັນຫົວໃຈ ມ້າມໝາກໄຂ່ຫຼັງ ຕັບແລະອື່ນໆ…ເມົາມາແລ້ວມັກມີອາລົມຮ້ອນເວົ້າໃຫຍ່ ຜິດກັນຕີກັນຂ້າກັນ ຜິດລູກຜິດເມຍ ສ່ຽງອະວາຍຍະມຸກລໍ້ຫຼອກລວງຕ່າງໆ.. ຂົ່ມຂືນເສຍຕົວຍ້ອນວົງເຫຼົ້າກໍ່ອາດມີ ບາງຄົນທ້ອງບໍ່ມີຊາຍໃດຮັບເປັນພໍ່ ຖືກສັງຄົມປະນາມ ສັງຄົມເຫຼົ່ານີ້ຍັງມີຄວາມສ່ຽງເຮັດໃຫ້ເຊື່ອມຕໍ່ໄປຍັງສິ່ງເສບຕິບອື່ນໄດ້ງ່າຍ
ສ່ຽງອຸບັດຕິເຫດເວລາສັນຈອນໄປມາແລະອື່ນໆ… ທາດເຫຼົ້າເບຍຖ້າສະສົມໃນຮ່າງກາຍຫຼາຍ ກໍ່ອາດເຮັດໃຫ້ແກ່ກ່ອນອາຍຸໄດ້ ສ່ຽງເປັນໂລກຕັບໄຕໝາກໄຂ່ຫລັງ ຫົວໃຈ ມະເຮັງແລະອື່ນໆ…
– ຖ້າຂ້ອຍຍັງເຫັນໃສ່ຊຸດນັກຮຽນນັກສຶກສາ ກິນດື່ມສິ່ງມຶນເມົາເຂົ້າຮ້ານເຫຼົ້າເບຍ ຂ້ອຍກໍ່ປະຈານຢູ່ແບບນີ້ ຈົນກວ່າຈະມີການປ່ຽນແປງ ຖ້າຢ້ານພວກຂ້ອຍປະຈານ ຈົ່ງປັບປ່ຽນພຶດຕິກຳສັງຄົມແບບນັ້ນສາ ຖ້າບໍ່ດັ່ງນັ້ນຂ້ອຍກໍ່ຈະຍົກປະເດັນມາເວົ້າແບບນີ້ເປັນປະຈຳ