7 ທາງເລືອກ! ລາຄາໄຟຟ້າສໍາລັບພາກທີ່ຢູ່ອາໄສ ເພື່ອຫາລາຄາທີ່ເໝາະສົມກະຊວງພະລັງງານ ແລະ ບໍ່ແຮ່ ຮ່ວມກັບ ຂະແໜງການກ່ຽວຂ້ອງຈັດກອງປະຊຸມເສວະນາ ເພື່ອຕອບຄໍາຖາມທີ່ສັງຄົມມີຄວາມສົນໃຈໃນໄລຍະຜ່ານມາ ກ່ຽວກັບວຽກງານໄຟຟ້າ, ການປັບປຸງໂຄງສ້າງ ແລະ ນະໂຍບາຍຫຼຸດຜ່ອນຜົນ
ກະທົບຂອງພະຍາດໂຄວິດ – 19 ພ້ອມສະເໜີ 7 ທາງເລືອກໃຫ້ແກ່ພາກທີ່ຢູ່ອາໄສເພື່ອຫາລາຄາທີ່ເໝາະສົມສົ່ງເສີມໃຫ້ມີການນໍາໃຊ້ເຂົ້າໃນການດໍາເນີນທຸລະກິດພາຍໃນ.ທ່ານ ຈັນສະແຫວງ ບຸນຍົງ ຫົວໜ້າກົມນະໂຍບາຍ ແລະ ແຜນພະລັງງານ ກະຊວງພະລັງງານ ແລະ ບໍ່ແຮ່ ຂຶ້ນຜ່ານບົດສັງລວມການປັບປຸງໂຄງສ້າງລາຄາໄຟຟ້າ 2021 – 2025 ໂດຍມີເນື້ອໃນບາງຕອນສະເໜີ 7 ທາງເລືອກແກ່ພາກທີ່ຢູ່ອາໄສວ່າ:
ທາງເລືອກທີ 1 ປະຕິບັດຕາມຫົວໜ່ວຍລາຄາໄຟປະເພດທີ່ຢູ່ອາໄສສະບັບເກົ່າ ທີ່ປະຕິບັດແຕ່ເດືອນກໍລະກົດ 2016 ເຖິງ ເມສາ 2019 ເຊິ່ງໄດ້ຈັດແບ່ງຜູ້ຊົມໃຊ້ປະເພດທີ່ຢູ່ອາໄສເປັນ 6 ຂັ້ນ ໂດຍບໍ່ປັບຂຶ້ນລາຄາໃໝ່. ທາງເລືອກທີ 2 ໃຊ້ລາຄາດຽວເປັນເອກະພາບສໍາລັບທຸກຄົວເຮືອນ ດ້ວຍລາຄາ 710 ກີບ; ສໍາລັບຜູ້ທີ່ໃຊ້ໄຟຕໍ່າກວ່າ 150 kwh/ເດືອນ ແມ່ນຈະໄດ້ຈ່າຍ 355 ກີບ/kwh ສ່ວນຕ່າງແມ່ນລັດຖະບານດຸນດ່ຽງໃຫ້.
ທາງເລືອກທີ 3 ໃຊ້ລາຄາດຽວເປັນເອກະພາບສໍາລັບທຸກຄົວເຮືອດ້ວຍລາຄາ 710 ກີບ/kwh ແລະ ລັດຖະບານມີນະໂຍບາຍໃຫ້ປະຊາຊົນຜູ້ໃຊ້ໄຟຕໍ່າກວ່າ 100 kwh/ເດືອນ ໃນລາຄາ 355 ກີບ/kwh ແລະ ຜູ້ຊົມໃຊ້ໄຟໃນລະຫວ່າງ 101 – 200 kwh/ເດືອນ ໃນລາຄາ 532,5 ກີບ/kwh.ທາງເລືອກທີ 4 ຈັດແບ່ງຜູ້ຊົມໃຊ້ເປັນ 3 ກຸ່ມ, ສໍາລັບຜູ້ທີ່ໃຊ້ໄຟ 0 – 200 kwh/ເດືອນ ຈະໄດ້ຈ່າຍລາຄາ 420 ກີບ/kwh ແລະ ສໍາລັບຜູ້ທີ່ໃຊ້ໄຟ 201 – 500 kwh/ເດືອນ ຈະໄດ້ຈ່າຍລາຄາ 630 ກີບ/kwh ແລະ ສໍາລັບຜູ້ທີ່ໃຊ້ໄຟຫຼາຍກວ່າ 500 kwh/ເດືອນ ເທົ່າກັບ 840 ກີບ/kwh.
ທາງເລືອກທີ 5 ຈັດແບ່ງປະເພດຜູ້ຊົມໃຊ້ປະເພດທີ່ຢູ່ອາໄສເປັນ 6 ກຸ່ມ ແຕ່ລາຄາດຽວຕາມການຊົມໃຊ້ປະລິມານຕົວຈິງ ຖືກຂັ້ນໃດກໍໃຫ້ຄູນລາຄາດຽວຂອງຂັ້ນນັ້ນເລີຍ.ທາງເລືອກທີ 6 ຈັດແບ່ງປະເພດຜູ້ຊົມໃຊ້ປະເພດທີ່ຢູ່ອາໄສເປັນ 6 ຂັ້ນ ແຕ່ລາຄາດຽວຕາມການຊົມໃຊ້ປະລິມານຕົວຈິງ ຖືກຂັ້ນໃດກໍໃຫ້ຄູນລາຄາດຽວຂອງຂັ້ນນັ້ນເລີຍ ຄືກັບ
ທາງເລືອກທີ 5 ພຽງແຕ່ຫຼຸດລາຄາລົງ 5%.ທາງເລືອກທີ 7 ການຄິດໄລ່ປະສົມປະສານລະຫວ່າງຮູບແບບການດັດສົມສະເລ່ຍ ( Telescopic ) ແລະ ວິທີການມີຫຼາຍຂັ້ນຄິດໄລ່ແບບລາຄາດຽວ ( Non Telescopic ) ໝາຍຄວາມວ່າຜູ້ທີ່ຊົມໃຊ້ໄຟຕໍ່າກວ່າ 500 kwh ແມ່ນຄິດໄລ່ລາຄາແບບເກົ່າ, ສ່ວນຜູ້ຊົມໃຊ້ໄຟຫຼາຍກວ່າ 500 kwh ຂຶ້ນໄປ ແມ່ນນໍາໃຊ້ລາຄາສະເລ່ຍ 880 ກີບ/kwh.