ຕ່າຍ ອໍລະໄທ ສ້າງໂຮງຄົວຖວາຍວັດ ອຸບົນລາຊະທານີ

ຕ່າຍ ອໍລະໄທ ສ້າງໂຮງຄົວຖວາຍວັດ ອຸບົນລາຊະທານີ

ມື້ນີ້ເຮົາຈະມາຕິດຕາມເ ລື່ອງລາວຂອງນັກຮ້ອງສາວຂວັນໃຈຄົນທັ້ງປະເທດກັບລູກທຸ່ງສາວ “ຕ່າຍ ອໍລະໄທ” ຊຶ່ງເປັນລູກທຸ່ງສາວຄົນດຽວທີ່ແສນຈະຮຽບຮ້ອຍແລະໂດ່ງດັງໂດຍທີ່ບໍ່ຕ້ອງນຸ່ງນ້ອຍຫົ່ມນ້ອຍ ຕັ້ງແຕ່ມື້່ທີ່ລາວເລື້ມເຂົ້າມາໃນວົງການ ຈົນກະທັ້ງເຖິງປັດຈຸບັນ ສາວຕ່າຍ ເອງກໍ່ຍັງຄົງຄວາມເປັນຕົວເອງ ດ້ວຍຈຸດນີ້ເອງຈຶ່ງເຮັດໃຫ້ແຟນຄັບຫລົງຮັກໃນຄວາມເປັນຕົວເອງ ລວມໄປເຖິງລາວມີນ້ຳສຽງທີ່ມ່ວນຫລາຍ

ແລະອີກຢ່າງສາວຕ່າຍຍັງເປັນຄົນທີ່ກະຕັນຍູ ແລະໃຈບຸນອີກດ້ວຍ ກ່ອນຫນ້ານີ້ ກໍ່ໄດ້ໂພສຮູບພາບລົງເທິງອິນສະຕາເເກມ ຂະນະທີ່ຕົນເອງ ນັ້ນໄດ້ສ້າງບຸນຄັ້ງໃຫຍ່ ໂດຍການສ້າງໂຮງຄົວ ເພື່ອທີ່ຈະຖວາຍວັດນັ້ນເອງ

ໂດຍ ສາວຕ່າຍ ນັ້ນໄດ້ໂພສລະບຸຂໍ້ຄວາມລົງໄອຈີສ່ວນຕົວວ່າ ທາງນີ້ຄອນເສີດກໍ່ເລື້ມຊ້ອມ ທາງບ້ານ ງານຜ້າປ່າກໍ່ຈະເລີ້ມເທພື້ນໂຮງຄົວເຊັ່ນກັນ ທຸກຢ່າງຈະສຳເລັດ ເພາະມື້ນີ້ເຮົາເລີ້ມຕົ້ນດ້ວຍຄວາມຕັ້ງໃຈດີສາທຸ ແລະຍັງໄດ້ໂພສຄ່າໃຊ້ຈ່າຍທັ້ງຫມົດໃນການສ້າງໂຮງຄົວຄັ້ງທີ່ 1 ຊຶ່ງມີມູນຄ່າເຖິງ 153,057 ແສນບາດ ຕໍ່ມາກໍ່ໄດ້ໂພສອັບເດດໂຮງຄົວທີ່ສ້າງຖວາຍວັດ ຈັງຫວັດອຸບົນຯ ໂດຍງານນີ້ ສາວຕ່າຍ ໄດ້ໂພສລະບຸຂໍ້ຄວາມວ່າ ຕອນນີ້ ໂຮງຄົວ ແລະ ທີ່ພັກແມ່ຊີ ເລີ້ມດຳເນີນການກໍ່ສ້າງຕໍ່ແລ້ວເດີ ໂດຍງົບປະມານການກໍ່ສ້າງທີ່ຈະແລ້ວເສັດ ຢູ່ທີ່ປະມານ 200,000 ບາດ ຜູ້ມີຈິດສັດທາ ຍັງສາມາດຮ່ວມບຸນກັນເຂົ້າມາໄດ້ເລື້ອຍໆເດີ  ທະນາຄານ ກະສິກອນໄທ ເລກທີ່ບັນຊີ 036-1-06552-2 ນ.ສ.ອໍລະໄທ ດາບຄຳ ສ່ວນມື້ທີ່ທອດກັນຖິນກໍ່ໄດ້ແຈ້ງຍອດ ເງິນສົດທີ່ທຸກທ່ານມາຮ່ວມທອດແລະຕໍ່ຍອດຜ້າປ່າມື້ນີ້ ຄື 100,719 ບາດ ຍອດລວມທັ້ງຫມົດ ຕັ້ງແຕ່ມື້ທຳອິດທີ່ສົ່ງຂ່າວ ຈົນເຖິງມື້ນີ້ຄື 547,847.24 ບາດ ເປັນອີກຫນຶ່ງສາວທີ່ສ້າງບຸນຢູ່ເລື້ອຍໆ  ກັນຖິນຫລືການສ້າງຫຍັງຖວາຍວັດຄືການເຮັດບຸນໃຫຍ່ ຂໍໃຫ້ທຸກທ່ານທີ່ຮ່ວມສົມທົບທືນກັບສາວຕ່າຍ ມີແຕ່ຄວາມສຸກຄວາມຈະເລີນ ແລະຄອບຄົວຢູ່ເຢັນເປັນສຸກຕະລອດໄປດ້ວຍ ໜ້າຮັກຕະລອດການ ລາຊິນີລູກທຸ່ງ ສາວດອກຫຍ້າ ຕ່າຍ ອໍລະໄທ

ສາລະໜ້າຮູ້