ນັບເປັນຂ່າວສຸດເສົ້າບໍ່ນ້ອຍ ເມື່ອແມ່ທ້ອງແກ່ກວດພົບຕິດເຊື້ອໄວລັສໂຄວິດ-19 ຖືກນຳສົ່ງໂຮງພະຍາບານຢ່າງເລ່ງດ່ວນຈົນຫມໍສາມາດຊ່ວຍຊີວິດທາລົກນ້ອຍໃນຄັນໄດ້ ແຕ່ສຳລັບຜູ້ເປັນແມ່ນັ້ນຈາກໄປຢ່າງບໍ່ມີວັນກັບ
ສຳນັກຂ່າວ DailyMail ລາຍງານວ່າ ວິວຽນ ອັນເບີເຄີກີ ນັກກາຍຍະພາບບຳບັດໄວ33 ປີ ຖືກນຳຕົວສົ່ງໂຮງພະຍາບານຢ່າງເລ່ງດ່ວນໃນເມືອງເລຊີຟີ ທາງຕະວັນອອກສ່ຽງເໜືອຂອງບລາຊິນ ເມື່ອວັນທີ່28ມີນາ ທີ່ຜ່ານມາ ຫລັງລາວມີອາການຄ້າຍກັບຕິດໂຄວິດ-19 ຄະນະຕັ້ງຄັນໄດ້ 32 ອາທິດ ຊຶ່ງນັບວ່າເປັນພາວະສ່ຽງຫລາຍ ທຸກຄົນໃນຄອບຄົວຈຶ່ງນຳຕົວສົ່ງໃຫ້ເຖີງມືຫມໍຢ່າງລວດເລວ
ກະທັ່ງຕໍ່ມາຜົນກວດເຊື້ອໄວລັສໂຄວິດ-19 ໃນຕົວວິວຽນອອກມາເປັນບວກ ເຮັດໃຫ້ລາວຖືກນຳຕົວສົ່ງຕໍ່ໄປຍັງຫນ່ວຍຮັກສາແບບເລ່ງດ່ວນເພາະບໍ່ພຽງແຕ່ຊີວິດວິວຽນເທົ່ານັ້ນ ຫາກແຕ່ຍັງມີຊີວິດທາລົກໃນທ້ອງອີກທີ່ຕ້ອງກູ້ຊີບດ້ວຍ ແຕ່ເຖິງແມ້ຈະດູແລຢ່າງໃກ້ຊິດຂະນາດໃດ ອາການຂອງວິວຽນກັບຊຸດລົງໃນວັນທີ່ 3 ເມສາ ຕ້ອງໃສ່ທໍ່ຫາຍໃຈຊ່ວຍ ມື້ຕໍ່ມາຈຶ່ງນຳຕົວລາວເຂົ້າຫ້ອງຜ່າຕັດສຸກເສິນຢ່າງເລ່ງດ່ວນໃນວັນທີ່ 4 ເມສາ
ຫລັງວາງແຜນກັນຢ່າງເຄ່ງຄັດແລ້ວ ເຫລົ່າແພດແລະພະຍາບານຈຶ່ງຕັດສິນໃຈທຳຄອດໃຫ້ວິວຽນ ເພື່ອຮັກສາຊີວິດເດັກທາລົກແລະຊີວິດລາວເອົາໄວ້ຢ່າງສຸດຄວາມສາມາດ ໃນທີ່ສຸດແພດແລະພະຍາບານສາມາດເຮັດໃຫ້ລາວຄອດເດັກນ້ອຍອອກມາໄດ້ຢ່າງປອດໄພ ຫາກແຕ່ວິວຽນຜູ້ເປັນແມ່ ກັບຊຸດລົງແລະໄດ້ເສຍຊີວິດຂະນະຜ່າຕັດເຮັດຄອດໄປຢ່າງໜ້າເສົ້າໃນມື້ຕໍ່ມາ ດ້ານສາມີຂອງລາວ ເອລີກ ຊິນວາ ເລົ່າວ່າຕອນນີ້ຕົວທາລົກຢູ່ໃນຕູ້ອົບຫ້ອງໄອຊີຢູ ໝໍເບິ່ງອາການຢ່າງໃກ້ຊິດ ພ້ອມກັບກວດຫາເຊື້ອໂຄວິດ-19 ຊຶ່ງເບື້ອງຕົ້ນບໍ່ພົບແຕ່ຢ່າງໃດ
ທັ້ງນີ້ເອລິກໄດ້ກ່າວເຖິງການຈາກໄປຂອງພັນລະຍາສຸດທີ່ຮັກວ່າ “ລາວເປັນຄົນທີ່ຂະຫຍັນຂັນແຂງຕໍ່ການທຳງານຫລາຍ ກາງປີນີ້ລາວກໍ່ຈະຮຽນຈົບກົດຫມາຍຢູ່ແລ້ວ ລາວເປັນຄົນທີ່ສຸດຍອດຫລາຍ ເຮົາຢູ່ດ້ວຍກັນມາ 4 ປີແລ້ວ ບອກຕາມຊື່ວ່າຂ້ອຍທຳໃຈບໍ່ໄດ້ແທ້ໆ ແຕ່ເຖິງຢ່າງນັ້ນລູກຊາຍຂ້ອຍກໍ່ຍັງຄອດອອກມາລືມຕາເບິ່ງໂລກໄດ້ ຖືວ່າເປັນຂອງຂວັນລ້ຳຄ່າທີ່ລາວໄດ້ມອບໃຫ້ໄວ້ກັບຂ້ອຍຢ່າງແທ້” ເອລິກກ່າວທັ້ງນ້ຳຕາ…