ໂຈນສຸດທ້າທາຍ ກໍ່ເຫດລັກລົດຕອນກາງເວັນ! ສຸດທ້າຍໜີບໍ່ລອດເຈົ້າໜ້າທີ່ກັກຕົວໄດ້

ໂຈນສຸດທ້າທາຍ ກໍ່ເຫດລັກລົດຕອນກາງເວັນ! ສຸດທ້າຍໜີບໍ່ລອດເຈົ້າໜ້າທີ່ກັກຕົວໄດ້

ເອົາແຕ່ຊິເປັນໄປເນາະສັງຄົມນີ້ ປາກົດການຫຍໍ້ທໍ້ມີມາທຸກຮູບແບບ, ໂຈນຜ້າໜ້າໄມ້ຫຼາຍຂຶ້ນນັບມື້ ພ້ອມກໍ່ເຫດແບບບໍ່ຢ້ານກົວຕໍ່ເຈົ້!ໜ້າທີ່ ຫຼື ກົດໝາຍ, ຫຼ້າສຸດ ເກີດເຫດໂຈນລັກລົດຢູ່ໂຮງໝໍ 150 ຕຽງ ນະຄອນຫຼວງວຽງຈັນ ແຕ່ໂຊກຮ້າຍຂອງໂຈນຖືກເຈົ້າໜ້າທີ່ກັກຕົວໄດ້.

ເຫດການດັ່ງກ່າວຖືກບັນທຶກໄດ້ໂດຍຊາວເນັດພ້ອມນໍາມາເຜີຍແຜ່ລົງສື່ອອນລາຍເຮັດໃຫ້ຮູ້ວ່າເຫດການນີ້ເກີດຂຶ້ນເມື່ອຕອນບ່າຍຂອງວັນທີ 22 ກໍລະກົດ 2020 ທີ່ໂຮງໝໍ 150 ຕຽງ ນະຄອນຫຼວງວຽງຈັນ, ມີໂຈນ 2​ຄົນກໍ່ເຫດມາລັກລົດຈັກຢູ່ເຂດໂຮງໝໍ 150 ຕຽງ ແຕ່ບໍ່ຮູ້ວ່າໂຈນໄປເຮັດທ່າໃດໃຫ້ເຈົ້າໜ້າທີ່ ແລະ ພົນລະເມືອງດີຂອບເຂດນັ້ນຈັບໄດ້ ແລະ ໄລ່ຈັບຕົວໄວ້ໄດ້ 1​ຄົນ ສ່ວນອີກ 1 ຄົນ ແມ່ນຫຼົບໜີໄປໄດ້.


ແນວໃດກໍ່ຕາມ ຂໍ້ມູນຈາກຄລິບແມ່ນໃຫ້ເຫັນພຽງສະຖານະການທີ່ເກີດຂຶ້ນຕອນຈັບໂຈນໄດ້ເທົ່ານັ້ນ ຍັງບໍ່ມີຂໍ້ມູນລະອຽດ, ຫາກຮູ້ເພີ່ມເຕີມແນວໃດກ ແອັດມິນຈະມາລາຍງານເພີ່ມຕື່ມພາຍຫຼັງ.
ຮັບຊົມຄລິບ

ສາລະໜ້າຮູ້