ອີງຕາມໃບ ກິດສຳພັນ ຈາກ ສູນຂ່າວສານການແພດສຸຂະສຶກສາ Centre of Information and Education for Health ວ່າ ເພດຊາຍອາຍຸ 32 ປີ ສັນຊາດເກົາຫຼີ ອາຊີບ ວິຊາການໄຟຟ້າ ບ່ອນເຮັດວຽກຢູ່ ເຂື່ອນ ໄຟຟ້ານໍ້າງຽບ(ຍັງບໍ່ທັນໄປເຮັດວຽກ) ກັກໂຕຢູ່ໂຮງແຮມໃນນະຄອນຫຼວງວຽງຈັນ ຍັງບໍ່ມີອາການສະແດງອອກ ແລະ ໄດ້ຜ່ານການກວດ COVID -19 RT-PCR ໃຫ້ຜົນລົບ.
– ກ່ອນເດີນທາງເຂົ້າສູ່ ສປປ ລາວ ຜູ້ກ່ຽວຢູ່ນຳຄອບຄົວ ພີ່ນ້ອງບໍ່ມີໃຜມີອາການໂຄວິດ
– ວັນທີ 18 ກໍລະກົດ 2020 ເດີນທາງຈາກປະເທດຍີ່ປຸ່ນ ມາຜ່ານ ສສ ເກົາຫຼີ (ອິນຊອນ) ມາ ສປປ ລາວ ຜ່ານທາງສະໜາມບິນວັດໄຕ, ໂດຍຖ້ຽວບິນ QV922A ເລກທີຕັ່ງນັ່ງ 015E ມີກູ່ມໜູ່ 4 ຄົນ.
– ເດີນທາງມາຈາກສະໜາມບິນສູ່ໂຮງແຮມ ດ້ວຍລົດຕູ້ ນັ່ງລົດຕູ້ມາທັງໝົດ 6 ຄົນ
– ວັນທີ 18-23 ກໍລະກົດ ຜູ້ກ່ຽວບໍ່ໄດ້ອອກໄປໃສ ຢູ່-ກິນ ພາຍໃນຫ້ອງ ມີພະນັກງານນຳອາຫານ ແລະ ເຄື່ອງດື່ມໄປໃຫ້ປະຈຳ(ບໍ່ມີໃຜເຂົ້າຫ້ອງ ກົດລະບຽບຂອງໂຮງແຮມໃຫ້ຜິດຊອບເອງເລື່ອງອານາໄມພາຍໃນ 14 ວັນ) ໄດ້ວັດແທກອຸນຫະພູມ ເຊົ້າ-ແລງ
– ວັນທີ 22 ກໍລະກົດ 2020 ທີມງານ ສວລ ຮ່ວມພະແນກສາທາລະນະຄອນຫຼວງ, ຫ້ອງການສາທາເມືອງສີໂຄດຕະບອງ ໄດ້ໄປເກັບຕົວຢ່າງຢູ່ໂຮງແຮມນັ້ນ
– ວັນທີ 23 ກໍລະກົດ ເວລາປະມານ 21:00ໂມງ ຜົນກວດອອກມາພົບເຊື້ອ COVID-19 ຄົນເຈັບໄດ້ຖືກນຳໂຕໄປໂຮງໝໍມິດຕະພາບເປັນທີ່ຮຽບຮ້ອຍແລ້ວ
– ຜູ້ສຳພັດໃກ້ສິດທີ່ໄຈ້ແຍກອອກເບື້ອງຕົ້ນແມ່ນ 17 ຄົນ ຢູ່ລະຫວ່າງການກັກໂຕ.
ຄະນະສະເພາະກິດລາຍງານ ພົບຜູ້ຕິດເຊື້ອໂຄວິດ-19 ເປັນເພດຊາຍ ອາຍຸ 32 ປີ, ສັນຊາດເກົາຫຼີ, ອາຊີບ: ວິຊາການໄຟຟ້າ, ບ່ອນເຮັດວຽກເຂື່ອນໄຟຟ້ານໍ້າງຽບ ຜູ້ກ່ຽວຍັງບໍ່ທັນໄດ້ໃປເຮັດວຽກຢູ່ເຂື່ອນເທື່ອ ເພາະຍັງກັກໂຕຕາມລະບຽບການ ແລະ ໄດ້ກັກໂຕຢູ່ໂຮງແຮມທີ່ຖືກກໍານົດເປັນບ່ອນກັກກັນໃນນະຄອນຫຼວງວຽງຈັນ ຕາມການລາຍງານຂອງຜູ້ກ່ຽວກ່ອນເດີນທາງມາ ສປປ ລາວ ຜູ້ກ່ຽວບໍ່ມີອາການຫຍັງ ແລະ ໄດ້ກວດ COVID-19 ດ້ວຍ RT-PCR ໃຫ້ຜົນລົບ ກ່ອນເດີນທາງເຂົ້າມາປະເທດລາວ, ຜູ້ກ່ຽວອາໄສຢູ່ນໍາຄອນຄົວ ບໍ່ມີພີ່ນ້ອງເປັນພະຍາດ COVID-19
ໃນວັນທີ 18 ກໍລະກົດ 2020 ຜູ້ກ່ຽວໄດ້ເດີນທາງຈາກປະເທດຍີ່ປຸ່ນ ( ໂອສະກາ=>ໂຕກຽວ ) ມາຜ່ານ ສສ ເກົາຫຼີ ( ອິນຊອນ ) ມາ ສປປ ລາວ ຜ່ານທາງສະໜາມບິນວັດໄຕ, ໂດຍຖ້ຽວບິນ QV922A, ເລກທີ່ຕັ່ງນັ່ງ : 015E. ຜູ້ກ່ຽວເດີນທາງມາກັບໝູ່ 4 ຄົນ, ໃນຖ້ຽວບິນ QV922A ມີຜູ້ໂດຍສານ 109 ຄົນ ເດີນທາງຈາກສະໜາມບິນມາໂຮງແຮມດ້ວຍລົດຕູ້ເຊົ່າ ( ຊຶ່ງໂຮງແຮມເຊົ່າມາ ), ມີທັງໝົດ 6 ຄົນນັ່ງລົດຄັນດຽວກັນ ລວມທັງຜູ້ກ່ຽວ
ນັບຕັ້ງແຕ່ວັນທີ 18 ຫາ 23 ກໍລະກົດ, ຜູ້ກ່ຽວບໍ່ໄດ້ເດີນທາງອອກຈາກຫ້ອງ, ກິນອາຫານຢູ່ໃນຫ້ອງໂດຍມີພະນັກງານນໍາອາຫານ ແລະ ນໍ້າດື່ມໄປປະໄວ້ໜ້າຫ້ອງ ແລະ ບໍ່ມີໃຜເຂົ້າໄປໃນຫ້ອງ, ໄດ້ວັດແທກອຸນຫະພູມທຸກມື້ ເຊົ້າ-ແລງ ໂດຍພະນັກງານໂຮງແຮມ ແຕ່ບໍ່ໄດ້ເຂົ້າຫ້ອງຮັກສາໄລຍະຫ່າງ 1 ແມັດ ( ອຸນຫະພູມສະເລ່ຍ 36,3 – 36,6 ອົງສາເຊ) ແລະ ບໍ່ມີພະນັກງານເຂົ້າໄປອະນາໄມໃນຫ້ອງນອນ ເພາະກົດລະບຽບຂອງໂຮງແຮມຄືຜູ້ກ່ຽວຕ້ອງຮັບຜິດຊອບເອງ ທາງໂຮງແຮມໄດ້ຈັດອຸປະກອນທີ່ຈໍາເປັນໄວ້ໃນຫ້ອງພັກໃຫ້ແກ່ຜູ້ກ່ຽວຕາມກໍານົດ 14 ວັນ
ໃນວັນທີ 22 ກໍລະກົດ 2020 ທີມງານ ສວລ ຮ່ວມກັບພະແນກສາທານະຄອນຫຼວງ, ຫ້ອງການສາທາເມືອງສີໂຄດຕະບອງ ໄດ້ເກັບຕົວຢ່າງຢູ່ໂຮງແຮມ ແລະ ໃນວັນທີ 23 ກໍລະກົດ 2020 ເວລາປະມານ 21:00 ໂມງ ຜົນກວດອອກມາພົບເຊື້ອ COVID-19 ເຊິ່ງຄົນເຈັບດັງກ່າວແມ່ນທາງໂຮງໝໍໄປຮັບເອົາມາປິ່ນປົວຢູ່ໂຮງໝໍມິດຕະພາບ ຜູ້ສໍາຜັດໃກ້ຊິດ ທີ່ໄຈ້ແຍກໄດ້ໃນເບື້ອງຕົນແມ່ນ 17 ຄົນ