ອາວເຟຣດ ຣີໂດ້ ອະດີດຄູຝຶກບານເຕະທີມຊາດລາວ ຊາວອັອສເຕຣຍ (ໂອຕຣິດ) ໄດ້ເຖິງແກ່ມໍລະນະກຳແລ້ວ ໃນວັນທີ 7 ກັນຍາ 2020 ລວມອາຍຸໄດ້ 70 ປີ. ອາວເຟຣດ ຣີໂດ້ ຖືວ່າເປັນຄູຝຶກປະຫວັດສາດຂອງບານເຕະທີມຊາດລາວ ສາມາດນຳທີມເຂົ້າເຖິງຮອບຮອງຊະນະເລີດ ໃນງານມະຫາກຳກິລາຊີເກມ ຄັ້ງທີ 25 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຄັ້ງທຳອິດ ໃນປີ 2009.
ຜົນງານຜ່ານມາຂອງ ອາວເຟຣດ ຣີໂດ້ ໃນນາມເປັນນັກເຕະຫລິ້ນຕຳແໜ່ງກອງໜ້າ ເຄີຍຫລິ້ນກັບ 8 ສະໂມສອນ ໃນ 3 ປະເທດເຊັ່ນ: ທີມໃນປະເທດໂອຕຣິດ ບ້ານເກີດ, ນອກຈາກນີ້ ຍັງມີສະໂມສອນ ທີມໃນລີກປະເທດແບນຊິກ ລວມທັງສະໂມສອນ FC ໃນຝຣັ່ງ. ລວມແລ້ວລົງຫລິ້ນຫລາຍກວ່າ 400 ນັດ ໄດ້ແຊ້ມລີກສູງສຸດຂອງໂອຕຣິດກັບສະໂມສອນ ໂອດສະບີສະໄໝຕິດຕໍ່ກັນ 1968–69, 1969–70 ແລະ ແຊ້ມ ໂອຕຣິດ ຄັບ 1 ສະໄໝ ລະດູການ 1970–71 ພ້ອມກັບໄດ້ລາງວັນດາວຍິງຂອງລີກສູງສຸດ 1 ສະໄໝ ລະດູການ 1971–72.
ຈາກນັ້ນຍ້າຍມາຢູ່ກັບ Grazer AK ອີກໜຶ່ງທີມຈາກໂອຕຣິດ ກໍໄດ້ແຊ້ມ ໂອຕຣິດ ຄັບ 1 ສະໄໝ ລະດູການ 1980–81 ຫລັງຈາກນັ້ນ ມາຫລິ້ນໃນລີກແບນຊິກ ໄດ້ລາງວັນດາວຍິງສູງສຸດ 2 ສະໄໝ 1972–73, 1974–75 ແລະ ອຳລາອາຊີບໃນປີ 1985 ກັບສະໂມສອນ VfB Mödling, ສ່ວນໃນນາມທີມຊາດໂອຕຣິດ ຕິດທີມຊຸດ U-18, U-23 ແລະ ຊຸດໃຫຍ່ ປີ 1975–1978 ລົງຫລິ້ນ 4 ນັດ ຈາກນັ້ນປີ 1989 ຜັນຕົວເປັນຄູຝຶກ.
ຊຶ່ງຕະຫລອດອາຊີບຄູຝຶກຂອງ ອາວເຟຣດ ຣີໂດ້ ປະສົບການໂຊກໂຊນເຄີຍຄຸມ 15 ທີມ, ໃນນີ້ທີມຊາດ 6 ທີມ: ໂອຕຣິດ, ລິດເທິນສະຕາຍ, ຫວຽດນາມ, ສປປ ລາວ, ປາເລັສຕິນ ແລະ ອິນໂດເນເຊຍ, ສ່ວນອີກ 9 ທີມເປັນລະດັບສະໂມສອນໃນປະເທດໂອຕຣິດ, ໂມຣັອກໂຄ, ເອຢິບ, ຫວຽດນາມ, ຄູເວດ, ແບນຊິກ ແລະ ອິນໂດເນເຊຍ. ຜົນງານພົ້ນເດັ່ນ ນຳທີມຊາດຫວຽດນາມ ໄດ້ຮອງແຊ້ມອາຊຽນ ປີ 1998 ຮອງແຊ້ມຊີເກມ 3 ສະໄໝ ປີ 1999, 2003, 2005 ຮອງແຊ້ມຄິງຄັບ ປີ 2006 ແລະ ຄຸມທີມຊາດອິນໂດເນເຊຍ ໄດ້ຮອງແຊ້ມອາຊຽນ 2 ສະໄໝ ປີ 2010, 2016.
ອາວເຟຣດ ຣີໂດ້ ມາຊ່ວຍທີມຊາດລາວ 2 ຄັ້ງ, ຄັ້ງທີ 1 ປີ 2009-2010 ນຳທີມເຂົ້າຮອບຮອງຊະນະເລີດ ຊີເກມ ຄັ້ງທີ 25 ທີ່ ສປປ ລາວ ເປັນເຈົ້າພາບໃນປີ 2009 ແລະ ຄັ້ງທີ 2 ປີ 2011-2012 ໃນຕຳແໜ່ງຜູ້ອຳນວຍການດ້ານເຕັກນິກ