ເລື່ອງລາວທີ່ຫຼາຍຄູ່ຮັກຄວນເບິ່ງໄວ້ເປັນແບບຢ່າງ ສຳລັບຄົນທີ່ງົບນ້ອຍ ເມື່ອມີຜູ້ໃຊ້ເຟດບຸກຄົນໜຶ່ງຢູ່ປະເທດໄທ ໄດ້ເຜີຍແຜ່ເລື່ອງລາວພິທີແຕ່ງດອງຂອງຕົນແບບບໍ່ມີໂຕະຈີນ ບໍ່ເຊົ່າໂຮງແຮມ ບໍ່ມີຊຸດແຕ່ງງານ ແຕ່ແຕ່ງກັນດ້ວຍໃຈອີ່ຫຼີ່
ແຕ່ງານນີ້ເນັ້ນໄປທີ່ສິນສອດ ຈ່ຳນວນ 2 ແສນ ກັບຄຳ 6 ບາດ ໂອ້ ຄ່າດອງຫຼາຍເຕີບຢູ່ເດີ (ປະມານ 60 ລ້ານ ກັບຄຳອີກ 6 ບາດ)
ເຊິ່ງງານນີ້ບໍ່ມີງານລ້ຽງ, ບໍ່ມີໃສ່ຊຸດເຈົ້າສາວ ບໍ່ມີຄົນເຂົ້າຮ່ວມຫຼາຍ ຫຼື ເອີ້ນວ່າ 3 ເຖົ້າ 4 ແກ່ ແບບບ້ານເຮົາວ່າຊັ້ນ ແຕ່ກໍມີສິນສອດ ທອງໝັ້ນຕາມຮີດຄອງປະເພນີ
ແຕ່ກໍຕ້ອງບອກເລີຍວ່າ ຄວາມຝັນຂອງຜູ້ຍິງນັ້ນ ຄັ້ງໜຶ່ງກໍ່ຢາກຈະເປັນແຕ່ຈົ້າສາວ ແລະນຸ່ງເຄື່ອງຊຸດເຈົ້າສາວງາມໆ ແຕ່ຊີວິດຈິງບໍ່ແມ່ນໃນລະຄອນ ຂໍພຽງມີຄົນທີ່ຮັກເຮົາແທ້ ແລະຊື່ສັດພ້ອມທີ່ຈະໃຊ້ຊີວິດຮ່ວມກັບເຮົາຕະລອດຊີວິດ ເທົ່ານີ້ກໍພໍແລ້ວ
ສາວຄົນນີ້ໂພສວ່າ
“ຕ້ອງການເທົ່ານີ້ແທ້ໆ ຮູ້ສຶກວ່າຕົວເອງໂຊກດີຫລາຍທີ່ໄດ້ຜູ້ຊາຍຄົນນີ້ເປັນສາມີ ລາວເປັນຄົນດີ ຮັກເຮົາແລະຄອບຄົວເຮົາ ລາວຂະຫຢັນ ມີຄວາມເປັນຜູ້ນຳ ຍອມເມື່ອຍເພື່ອໃຫ້ເຮົາສະບາຍ ບໍ່ເຄີຍເຮັດໃຫ້ໃຜເສຍໃຈ ເສຍນ້ຳຕາ ຕະລອດເວລາ2ປີ ຕົວຕິດກັນຕະລອດມື້ທຳອິດດີຈັ່ງໃດ ມື້ນີ້ດີກວ່າເກົ່າ ເປັນທັ້ງສາມີທີ່ດີ ເພື່ອນທີ່ດີ ແລະບາງເວລາເປັນທັ້ງພໍ່ທີ່ຄອຍສັ່ງສອນຄອຍຕັກເຕືອນ”
“ຂອບໃຈທີ່ຍ່າງເຂົ້າມາໃນຊີວິດຂ້ອຍແລະຂ້ອຍກໍ່ເຫັນວ່າການແຕ່ງງານບໍ່ສຳຄັນທໍ່ການທີ່ເຮົາຮັກແລະເບິ່ງແຍງກັນຊື່ສັດຕໍ່ກັນ ບາງຄູ່ບໍ່ໄດ້ແຕ່ງງານແຕ່ກໍ່ຢູ່ດ້ວຍກັນຈົນແກ່ເຖົ້າ ບາງຄູ່ຈັດງານໃຫຍ່ໂຕແຕ່ວ່າຊີວິດຄູ່ກໍ່ເລີກລາກັນໄປກໍ່ມີ ງານແຕ່ງມັນບໍ່ສຳຄັນ ມັນຢູ່ທີ່ການໃຊ້ຊີວິດຂອງຄົນ2ຄົນ ຂອບໃຈເດີທີ່ເລືອກຂ້ອຍເປັນຄູ່ຊີວິດ ຂອບໃຈທີ່ເຂົ້າມາໃນຊີວິດແລ້ວບໍ່ຄິດຈະເດີນຜ່ານໄປ ຕໍ່ຈາກນີ້ຂ້ອຍຈະເປັນພັນລະຍາທີ່ດີຂອງສາມີ ເປັນແມ່ທີ່ດີຂອງລູກ ຂອບໃຈທີ່ມອບຕຳແຫນ່ງນີ້ໃຫ້ ດີໃຈຈົນນ້ຳຕາໄຫລອອກມາແບບບໍ່ຮູ້ສຶກຕົວ ຢາກຮ້ອງແຮງໆໃຫ້ໂລກຣູ້ວ່າຂ້ອຍມີຜົວແລ້ວເດີ ເງິນ2 ແສນ ທອງ6ບາດ”