ຄວາມເຊື່ອສຸດແປກ ຜູ້ຍິງອິນເດຍອາຍຸ 18 ປີຖືກບັງຄັບໃຫ້ແຕ່ງງານກັບໝາຈອນຈັດເພື່ອໄລ່ໂຊກຮ້າຍໃຫ້ກົກເຫຼົ່າຂອງຕົນ
ວັນທີ 30 ສິງຫາຜ່ານມາ, ຢູ່ລັດຈາຄານດ໌ຂອງອິນເດຍ ໄດ້ຈັດພິທີແຕ່ງງານລະຫວ່າງຍິງສາວອາຍຸ 18 ປີ ທີ່ມີຊື່ວ່າ Mangli Munda ກັບໝາຈອນຈັດໂຕໜຶ່ງ, ເຊິ່ງເປັນພິທີການແບບໜຶ່ງຂອງກົກເຫຼົ່າເພື່ອໄລ່ໂຊກຮ້າຍ.
ນາງ Mangli ຖືກເຫັນວ່າຈະເປັນຜູ້ນຳເອົາໂຊກຮ້າຍມາໃຫ້ກົກເຫຼົ່າ, ສະນັ້ນ, ຜູ້ອາວຸໂສໃນບ້ານກໍເລີຍຈັດງານດອງຄັ້ງນີ້ຢ່າງຮີບດ່ວນ, ສິ່ງທີ່ໜ້າເຫຼືອເຊື່ອນັ້ນແມ່ນພໍ່ຂອງນາງໄດ້ເຫັນດີກັບເລື່ອງນີ້ໂດຍໄດ້ຊອກໝາຈອນຈັດໂຕໜຶ່ງມາເປັນຄູ່ຄອງຂອງລູກສາວຕົນ.