ຊາຍຊາວອິິນເດຍມີເມຍ 39 ຄົນ ແລະລູກອີກ 94 ຄົນ ຄອບຄົວທີ່ໃຫຍ່ທີ່ສຸດໃນໂລກ

ຊາຍຊາວອິິນເດຍມີເມຍ 39 ຄົນ ແລະລູກອີກ 94 ຄົນ ຄອບຄົວທີ່ໃຫຍ່ທີ່ສຸດໃນໂລກ

ເລື່ອງລາວທີ່ແອັດຈະນໍາສະເໜີໃນມື້ນີ້ ເປັນເລື່ອງລາວທີ່ຫາກຫຼາຍຄົນໄດ້ຟັງແລ້ວຕ້ອງສະຕັ້ນໄປນໍາບໍ່ໜ້ອຍ ກັບຄອບຄົວທີ່ໃຫຍ່ທີ່ສຸດໃນໂລກ ຊາຍຊາວອິິນເດຍຜູ້ມີເມຍຫຼາຍເຖິງ 39 ຄົນ ພ້ອມລູກອີກ 94ຄົນ ແລະ ຫຼານອີກ 33ຄົນ ໂດຍອ້າງເຫດຜົນທີ່ທຸກຄົນໄດ້ຟັງແລ້ວຈະບໍ່ສາມາດຖຽງ ຫຼື ວິຈານການມີ

ເມຍຫຼາຍຂອງຊາຍຄົນນີ້ໄດ້ເລີຍ.ສໍານັກຂ່າວ ເດລີເມວຂອງອັງກິດ ລາຍງານວ່າ: ທ້າວ ໄຊອໍນາ ຊະນາ ຊາຍຊາວອິນເດຍ ຜູ້ເຊິ່ງເປັນຫົວໜ້າຄອບຄົວ ມີ
ສະມາຊິກໃນເຮືອນເຖິງ 181ຄົນ ໂດຍມີເມຍ 39 ຄົນ, ລູກ 94ຄົນ ແລະ ຫຼານ 33ຄົນ ລວມເຖິງບັນດາລູກເຂີຍ ແລະ ລູກໃພ້ອີກ. ໂດຍເຂົາເຈົ້າອາໄສ

ຢູ່ໃນເຮືອນທີ່ເປັນອາຄານຫຼາຍຊັ້ນ ບໍລິເວນພູເຂົາຂອງບ້ານພັກຕວັງ ໃນລັດມິໂຊລັມ ທາງພາກຕາເວັນອອກສ່ຽງເໜືອຂອງອິນເດຍ. ທ້າວ ຊະນາ ເຜີຍວ່າ ຕົນນັບຖືລັດທີ່ສະໜັບສະໜູນການຂະຫຍາຍຄອບຄົວ ແລະ ຈະຍັງບໍ່ຢຸດທີ່ຈະເບິ່ງຫາເມຍຄົນຕໍ່ໆໄປ ເພື່ອຂະຫຍາຍຄອບຄົວຕາມລັດນີ້.ທັງນີ້ວຽກເຮືອນ

ທັງໝົດ ຈະມີເມຍຜູ້ທີ່ໜຶ່ງເປັນຜູ້ເບິ່ງແຍງດູແລສັ່ງການເຊັ່ນ ແຕ່ງກິນຕອນແລງຫຼືໃນໜຶ່ງຄາບຕ້ອງໃຊ້ໄກ່ 30 ໂຕ, ມີການແບ່ງທີມປອກມັນຝຣັ່ງ 60ໂລ ແລະ  ຫຸງເຂົ້າ 100ກິໂລ. ເຖິງຈະເປັນຄອບຄົວໃຫຍ່ ແຕ່ເມຍຂອງທ້າວຊະນາບາງຄົນເຜີຍວ່າ ເຂົາເຈົ້າບໍ່ເຄີຍມີບັນຫາຂັດແຍ່ງກັນ ທຸກຄົນຮັກແພງກັນດີ

ແຕ່ທັງນີ້ທັງນັ້ນ ການຢູ່ຮ່ວມກັນຫຼາຍຂະໜາດນີ້ ແນ່ນອນວ່າຕ້ອງມີກົດລະບຽບເຫຼັກ ນັ້ນກໍ່ຄື ຜູ້ເປັນເມຍຫຼວງຈະເປັນຄົນແບ່ງໜ້າທີ່ໃຫ້ກັບເມຍຄົນອື່ນໆບໍ່
ວ່າຈະເປັນການ ອະນາໄມເຮືອນ, ຊັກເຄື່ອງ ຫຼື ແຕ່ງກິນ.ນອກຈາກຊະນາຈະເປັນຫົວໜ້າຄອບຄົວໃຫຍ່ນີ້ແລ້ວ ລາວຍັງເປັນຫົວໜ້າລັດທິທາງສາສະໜາ

ຂອງໝູ່ບ້ານອີກດ້ວຍ ໂດຍມີສະມາຊິກທັງໝົດ 4.000ຄົນ ນີ້ຈຶ່ງເປັນເຫດຜົນໃຫ້ໜຶ່ງໃນເມຍຂອງລາວບອກວ່າ: ພວກເຮົາທຸກຄົນເຕັມໃຈເປັນເມຍຂອງລາວ ເພາະລາວເປັນຜູ້ຊາຍທີ່ຫຼໍ່ທີ່ສຸດໃນໝູ່ບ້ານ.ແນວໃດກໍ່ຕາມ ເຫດຜົນທີ່ຊາຍຄົນດັ່ງກ່າວມີເມຍ, ມີລູກ ແລະ ມີຄອບຄົວໃຫຍ່ແບບນີ້ນັ້ນ ຜູ້ກ່ຽວເຜີຍວ່າຕ້ອງການຢາຊ່ວຍເຫຼືອຄົນຍາກຈົນ ແລະ ຍັງຈະຫາເມຍຄົນຕໍ່ໆໄປອີກ.

ຂ່າວທົ່ວໄປ