ນ້ອງຕ໊ອດ ຫນຸ່ມພິການສູ້ຊີວິດ ເປັນຜູ້ມີຄວາມບົກພ່ອງທາງດ້ານຮ່າງກາຍ ມີສະເພາະຮ່າງກາຍທ່ອນເທິງຕັ້ງແຕ່ເເອວຂຶ້ນໄປເທົ່ານັ້ນ ປັດຈຸບັນອາຍຸ 23 ປີ ເຮັດວຽກເປັນພະນັກງານປະຈຳສູນບໍລິການຂອງບໍລິສັດ ໂຕໂຢຕ້າ ຈຳກັດ ຖະຫນົນຊຽງໃຫມ່ຈັງຫວັດຊຽງໃຫມ່ໄດ້ພົບຮັກແທ້ ພ້ອມສ້າງຄອບຄົວ ປະທັບໃຈທີ່ບໍ່ລັງກຽດກັນ
“ນ້ອງຕ໊ອດ” ເປິດເຜີຍວ່າ ແຟນສາວຊື່ ຫນ່ອຍ ອາຍຸ 24 ປີ ເປັນຄົນ ຈັງຫວັດ ແພຣ່ ປັດຈຸບັນເຮັດວຽກເປັນເຈົ້າຫນ້າທີ່ຮັກສາຄວາມປອດໄພຢູ່ທີ່ຫ້າງແຫ່ງຫນຶ່ງ ໃນໂຕເມືອງແພຣ່ ໂດຍຮູ້ຈັກກັນຜ່ານທາງໂຊຊ້ຽວມີເດຍ ເລີ່ມຈາກຝ່າຍຍິງປະທັບໃຈຄລິບວິດີໂອທີ່ຕົນລ້າງລົດ ແລະ ເຕັ້ນໂຊ ແລ້ວນຳໄປໂພສລົງໃນແອບພີເຄຊັນ TikTok
“ຍອມຮັບວ່າທີ່ຜ່ານມາເຄີຍຜ່ານການຄົບກັບແຟນສາວມາແລ້ວຫລາຍຄົນ ແຕ່ “ຫນ່ອຍ” ເປັນຜູ້ຍິງຄົນທຳອິດທີ່ກ້າພາໄປພົບພໍ່ແມ່ ແລະຄອບຄົວ ເຮັດໃຫ້ຍິ່ງປະທັບໃຈຫຼາຍ ສ່ວນຂ້ອຍກໍ່ເຄີຍພາ “ຫນ່ອຢ” ໄປພົບພໍ່ແມ່ ລວມທັງພີ່ນ້ອງຂອງຂ້ອຍທີ່ ຈ.ແມ່ຫ້ອງສອນ ນຳ”
“ແຟນສາວຄົນນີ້ເປັນຄົນທີ່ຂ້ອຍຈິງຈັງຫຼາຍທີ່ສຸດ ເບື້ອງຕົ້ນຕັ້ງໃຈວ່າຈະຊ່ວຍກັນເກັບເງິນສ້າງເນື້ອສ້າງໂຕອີກໄລຍະຫນຶ່ງ ແລະສ້າງຄອບຄົວນຳກັນການແຕ່ງງານ ຫລື ເຮັດຕາມປະເພນີ ພ້ອມທັງມີລູກ ປະມານປີຫນ້າຕັ້ງໃຈວ່າຈະໃຫ້ແຟນສາວຍ້າຍມາເຮັດວຽກທີ່ຊຽງໃຫມ່ ເຊຶ່ງຂ້ອຍມີຄວາມຝັນຈະເປີດອູ່ແປງລົດເປັນຂອງໂຕເອງ ສ່ວນແຟນຢາກເປີດຮ້ານຂາຍເຂົ້າ ຈະພະຍາຍາມເຮັດໃຫ້ເປັນຈິງໃຫ້ໄດ້ ຂ້ອຍເຊື່ອວ່າຄວາມພະຍາຍາມຈະເຮັດໃຫ້ເຮົາສຳເລັດໃນສິ່ງທີ່ຕັ້ງໃຈໄວ້ສະເໝີ