ສຸດຍອດເລີຍ…!!! ທຸກຢ່າງຕ້ອງມີແຮງພັກດັນ ຈາກໃຈ ເຈ້ຍ ປາຊີຟິກ(ຖ້າບໍ່ມີຜູ້ຍິງຄົນນີ້ ຂ້ອຍຄືຈະບໍ່ມາຢືນຮອດຈຸດນີ້)

ສຸດຍອດເລີຍ…!!! ທຸກຢ່າງຕ້ອງມີແຮງພັກດັນ ຈາກໃຈ ເຈ້ຍ ປາຊີຟິກ(ຖ້າບໍ່ມີຜູ້ຍິງຄົນນີ້ ຂ້ອຍຄືຈະບໍ່ມາຢືນຮອດຈຸດນີ້)

ຂໍມອບລົດຄັນນີ້ ເປັນຂອງຂວັນໃຫ້ ເມຍ ສຸດທີ່ຮັກ ເພື່ອຕອບແທນ ຄວາມຮັກ ແລະ ຄວາມຫມັ້ນໃຈ ທີ່ ໄຊ ມີໃຫ້ໃນໂຕ ເຈ້ຍ

ຂໍເລົ່າສັ້ນໆ ຖ້າບໍມີຜູ້ຍິງຄົນນີ້ ຂ້ອຍຄົງຈະບໍມາຢືນຮອດຈຸດນີ້ ຜູ້ຍິງຄົນນີ້ເປັນຄົນ ຍົວະຂ້ອຍອອກຈາກ ອົງກອນສາກົນ ເງີນເດືອນ 800$ ໃນ 10ປີກ່ອນ ຖ້າທຽບໃສ່ຕອນນັ້ນ ມັນເປັນເງີນເດືອນທີດີຫລາຍ ລາວບອກຂ້ອຍ

ຖ້າເຈົ້າເຮັດວຽກກີນເງີນເດືອນ ເຈົ້າຫມັ້ນຄົງກັບລາຍຮັບແຕ່ລະເດືອນ ແລະ ເງີນເດືອນເຈົ້າກໍ່ຈະໄດ້ສະຫມໍ່າສະເຫມີ ແຕ່ເຈົ້າຈະໄດ້ເຮັດວຽກໃຫ້ພໍໃຈຫົວຫນ້າເຈົ້າ ຕື່ນທຸກເຊົ້າເພື່ອໄປຫ້ອງການ ລົດຕິດຢູ່ຫົນທາງທັງໄປທັງກັບ

ແຕ່ຖ້າເຈົ້າອອກໄປເຮັດທຸລະກິດເປັນຂອງໂຕເອງ ເຈົ້າຈະເມື່ອຍຫລາຍກ່ອນເກົ່າ ເງີນເດືອນຫມັ້ນຄົງເຈົ້າບໍມີ ເຈົ້າບໍມີຫັຍງມາຄໍ້າປະກັນວ່າມັນຈະປະສົບຜົນສໍາເລັດຫລືບໍ ເຈົ້າຈະໂດດດຽວກັບການຕັດສິນໃຈຫລາຍຢ່າງ ອຸປະສັກ ຫມົດເງີນຫລາຍກັບການຕັ້ງຕົ້ນໃຫມ່ ຫລື ອາດຈະຫມົດໂຕເລີຍ

ແຕ່ສິ່ງທີ່ເຈົ້າໄດ້ຄື ເຈົ້າໄດ້ເຮັດໃນສິ່ງທີ່ເຈົ້າຮັກ ໄດ້ເຮັດຕາມຄວາມຝັນຂອງເຈົ້າ ມີຄົນຈັກກີ່ຄົນໃນໂລກນີ້ທີ່ບໍ່ກ້າຖິ້ມຄວາມຫມັ້ນຄົງມາຕາມຫາຄວາມຝັນຂອງໂຕເອງ ແຕ່ເຈົ້າສາມາດເລືອກໄດ້ ແລະ ເຮັດມັນໃຫ້ອອກມາດີທີ່ສຸດ ໄຊ ຫມັ້ນໃຈໃນໂຕ ເຈ້ຍ ໄຊ ວ່າເຈ້ຍ ເຮັດໄດ້ ແລະ ເຮົາຈະສ້າງມັນໄປນໍາກັນ ຫລັງຈາກນັ້ນ ຂ້ອຍກໍ່ອອກຈາກວຽກ ມານອນຢູ່ເຮືອນລ້າໆ 6ເດືອນ ແລ້ວໄອເດຍກໍ່ປັນເຈີດ ໄຊ ບອກວ່າ:

ເຈ້ຍ ເຮັດຫນັງໄດ້ ເຈ້ຍ ເຮັດໂລດ ໄຊ ເຊື່ອເຈ້ຍ ຂ້ອຍເລີຍເອົາເງີນທັງຫມົດໃນຊີວິດຂ້ອຍ ແລະ ຂາຍຄໍາມູນມັງທີ່ ພໍ່ແມ່ເອົາໃຫ້ ລົງທືນໃສ່ຫນັງ ຮັກອີ່ຫລີ ເຈ້ຍ ກັບ ໄຊ ສອງຄົນເຮົາທຸ້ມຫມົດຫນ້າຕັກ ແລະ ເກ ດ້ວຍຄວາມຕັ້ງໃຈ ແລະ ມັນກໍ່ປະສົບຜົນສໍາເລັດ ແລະ ມັນໄດ້ເຮັດໃຫ້ຂ້ອຍຮູ້ວ່າ:

ສິງທີ່ຂ້ອຍຮັກ ແລະ ຢາກເຮັດມັນໄປຕະຫລອດຄືຫນັງ ຈົນມາຮອດດຽວນີ້ ເຮັດຫນັງມາ 4 ເລື່ອງ ປະສົບຜົນສໍາເລັດທັງ 4ເລື່ອງ ແລະ ມາຮອດຕອນນີ້ ໄຊ ບອກ ຂ້ອຍວ່າ ເຈ້ຍ ໄຊ ຫມັ້ນໃຈວ່າ ເຈ້ຍ ມີໄປເດຍ ທີ່ບໍຄືໃຜ ໄຊ ຫມັ້ນໃຈໃນໂຕ ເຈ້ຍເຈ້ຍ ເຮັດ ລີສອດ ແລະ ແຫລ່ງທ່ອງທ່ຽວໄດ້ ແລ້ວເອົາມືຕົບ ບ່າ ຄ່ອຍໆ ລະກະຍ່າງໄປເອົາລູກ

ຕິດຕາມຕອນຕໍ່ໄປປີນີ້ ກຽມໂຕເຮັດ ລີສອດ ແລະ ແຫລ່ງທ່ອງທ່ຽວ

ສາລະໜ້າຮູ້