ສະບາຍດີ. ພໍ່ແມ່ພີ່ນອ້ງ ຊາວລາວທຸກໆ ຄົນ ຂ້າພະເຈົ້າ ຊື່ ພົງພັດ ພົມສຸວັນ ເປັນຜູ້ຕາງໜ້າຂອງ ທີມອາສາສະໝັກໄວລູ້ນຍຸກໃຫມ່ ໂຮມໃຈກັນບໍລິຈາກ ຂໍຮຽນໃຫ້ທຸກທ່ານຊາບວ່າ
ພວກຂ້າພະເຈົ້າພ້ອມທີມງານຈະເດີນທາງໄປບໍລິຈາກໃຫ້ໂຮງຮຽນ ເດັກທີ່ດ້ອຍໂອກາດ ແລະຄອບຄົວທີ່ຍາກຈົນ ຢູ່ທີ່: ບ້ານ ລະອາງ, ເມືອງ ຜາອຸດົມ, ແຂວງ ບໍ່ແກ້ວ. ໃນວັນທີ 7 ເດືອນ 12 ປີ 2020 ນີ້.
ພວກເຮົາເຫັນ ຄວາມເປັນຢູ່ແລະສະພາບຂອງ ນັກຮຽນ ຄູ-ອາຈານ ແລະຄອບຄົວທີ່ຍາກຈົນແລ້ວພວກເຮົາບໍ່ຮູ້ຈະອະທິບາຍ ແຕ່ພວກເຮົາຢາກບອກນອ້ງໆວ່າ ພວກເຮົາສັນຍາພວກເຮົາຈະໄປຫາ ເຖິງຫົນທາງຈະແສນໄກ ແລະລໍາບາກ ພວກເຮົາກໍ່ຈະໄປຫາ
ເພາະສະນັ້ນ ຂ້າພະເຈົ້າພ້ອມທີມງານທຸກຄົນ ຂໍຮ້ອງຄວາມຊວ່ຍເຫລືອບໍລິຈາກ ຊ່ວຍນ້ອງໆນັກຮຽນຜູ້ດ້ອຍໂອກາດດ້ວຍ ສິ່ງທີ່ ພວກເຮົາຕ້ອງການມີດັ່ງນີ້: ເສື້ອກັນຫນາວ ຜ້າຫົ່ມ ຖົງມື ຖົງຕີນ ເກີບ ແລະເຄື່ອງອຸປະກອນການຮຽນຕ່າງໆເຊັ່ນ: ປຶ້ມ ບິກສໍ ປຶ້ມຄູ່ມືການຮຽນ-ການສອນ ແຕ່ ປໍ3 ຮອດ ປໍ5..ແລະເຄື່ອງໃຊ້ໃນຄົວເຮືອນເປັນຕົ້ນ.
ພວກຂ້າພະເຈົ້າຂໍວອນຜູ້ໃຫ່ຍໃຈດີຊ່ວຍບໍລິຈາກໃຫ້ພວກນ້ອງໆແດ່ ພວກເຮົາຈະເຮັດບໍ່ໄດ້ໂດຍປາສະຈາກພວກທ່ານ ພວກເຮົາຈະນໍາເອົາຮອຍຍີ້ມ ແລະອ້ອມກອດຂອງພວກນ້ອງມາຝາກ.
ເຖິງນ້ຳຈະຖ້ວມແຜ່ນດິນລາວ ແຕ່ມັນບໍ່ສາມາດຖ້ວມນ້ຳໃຈຂອງຄົນລາວໄດ້..
ຖ້າທ່ານໃດ ສົນໃຈຢາກຊອ່ຍບໍລິຈາກ ສາມາດຕິດຕໍ່ທີມງານເຮົາໄດ້ ເບີໂທ ດັ່ງລຸ່ມນີ້
020 9828 0887 ຫຼື 020 9250 5034 020 7770 8597 ຫຼື 020 5258 9932
ທີມງານພວກເຮົາທຸກຄົນ ຂໍສະແດງຄວາມຂອບໃຈລ່ວງໜ້າ