ແຫ່ຍົກຍ້ອງຫນຸ່ມນ້ອຍ 6ປີ ຊ່ວຍຊີວິດນ້ອງສາວຈາກຄົມຂ້ຽວຫມາຈອນຈັດ ເຈັບສາຫັດຫຍິບ 90 ເຂັມ

ແຫ່ຍົກຍ້ອງຫນຸ່ມນ້ອຍ 6ປີ ຊ່ວຍຊີວິດນ້ອງສາວຈາກຄົມຂ້ຽວຫມາຈອນຈັດ ເຈັບສາຫັດຫຍິບ 90 ເຂັມ

ເດັກນ້ອຍອາຍຸ 6ປີ ຖືກກ່າວຂວັນສັນລະເສີນວ່າເປັນຍອດຮີໂລ່ ພາຍຫລັງເອົາຕົວເຂົ້າປົກປ້ອງນ້ອງສາວສຸດທີ່ຮັກ ຈົນຕົວເອງໄດ້ຮັບບາດເຈັບເປັນແຜເຕັມໜ້າ

ຫນຸ່ມນ້ອຍບຣິດເຈີອາຍຸ 6ປີຈາກເມືອງໄຊເອນ ຣັຖໄວໂອມິງ ສະຫະຣັຖອະເມຣິກາ ກຳລັງຍ່າງເຫລິ້ນພ້ອມກັບນ້ອງສາວຂອງເຂົາ ກ່ອນທີ່ຈະເຂົ້າປະທະກັບສຸນັກຈອນຈັດຕົວຫນຶ່ງ ເຂົາຟ້າວຣີບໂດດເຂົ້າໄປບັງຕົວນ້ອງສາວເອົາໄວ້ໃຫ້ລອດປອດໄພທັນທີ ກ່ອນຈະໄດ້ຮັບການຊ່ວຍເຫລືອນຳສົ່ງໂຮງພະຍາບານຢ່າງເລ່ງດ່ວນເນື່ອງຈາກບາດແຜຂອງເຂົາຄ້ອນຂ້າງສາຫັດຢູ່ບໍ່ນ້ອຍ

ແຕ່ໂຊກດີທີ່ບາດແຜຂອງຫນຸ່ມນ້ອຍບໍ່ເຖິງແກ່ຊີວິດຫຍິບ 90 ເຂັມແລະພັກຟື້ນທີ່ໂຮງພະຍາບານບໍ່ນານທ່ານຫມໍກໍ່ອະນຸຍາດໃຫ້ເຂົາກັບບ້ານໄດ້ ດ້ານແມ່ປ້າຂອງຫນູນ້ອຍ ນິກກີ ວອນເກີ ຮູູ້ສຶກຕື້ນຕັນໃຈໃນການກະທຳຂອງຫລານຊາຍຄົນນີ້ຫລາຍ ຈຶ່ງໄດ້ນຳເລື່ອງດັ່ງກ່າວມາໂພສລົງອິນສະຕາແກມສ່ວນຕົວ ເພື່ອໃຫ້ເລື່ອງນີ້ຖືກແຊຕໍ່ໄປໃຫ້ໄດ້ຫລາຍທີ່ສຸດ ໂດຍໃນໂພສລະບຸວ່າ “ຫລານຊາຍຂ້ອຍຄືອີໂລ່ທີ່ຊ່ວຍຊີວິດນ້ອງສາວຕົນເອງຈາກຫມາຈອນຈັດທຳຮ້າຍ ເຂົາເອົາຕົວເຂົ້າເປັນໂລ້ບັງເພື່ອບໍ່ໃຫ້ນ້ອງສາວເປັນອັນຕະລາຍ”

“ພໍຂ້ອຍຖາມເຂົາວ່າເປັນຫຍັງຈຶ່ງເຮັດແບບນີ້ ເຂົາຕອບກັບມາວ່າ ຖ້າຈະມີໃຜຈັກຄົນຕ້ອງຕາຍ ຂ້ອຍຄິດວ່າມັນຈະຕ້ອງເປັນຂ້ອຍ” ພາຍຫລັງໂພສຂອງລາວໄດ້ມີການແທັກຊື່ເຫລົ່ານັກສະແດງອະເວນເຈີ ແລະທີມອີໂຣ່ຈາກມາເວນໃຫ້ໄດ້ຮັບຮູ້ກັນ ຊຶ່ງພວກເຂົາກໍ່ໄດ້ຕອບຮັບເລື່ອງລາວນີ້ດ້ວຍການສະແດງຄວາມຊື່ນຊົມ ຈົນຕອນນີ້ໂພສດັ່ງກ່າວມີຍອດໄລຫລາຍເຖິງ 220,000 ໄລ ເຂົ້າໄປແລ້ວ…

ສາລະໜ້າຮູ້