ຕົ້ນເດືອນ ພະຈິກ 2020 ຜ່ານໄປຫຼາຍເດືອນແລ້ວຕອນນີ້ກໍຍັງບໍ່ພົບພໍ່ຕູ້ເຊີ່ງລູກຫຼານແລະທາງເຈົ້າໜ້າທີ່ກໍ່ເຮັດວຽກຢ່າງໜັກເພື່ອຄົ້ນຫາພໍ່ຕູ້ ແຕ່ກໍ່ຍັງບໍ່ພົບ ເຊີ່ງເຈົ້າໜ້າທີ່ບອກວ່າ ໄດ້ຍ່າງຫາພໍ່ຕູ້ແລ້ວຫຼາຍໜ່ວຍພູແຕ່ກໍ່ຍັງບໍ່ມີຄວາມຫວັງບໍ່ຮ່ອງຮອຍຫຍັງເລີຍ
ເຊີ່ງການຄົ້ນຫາໄດ້ໃຊ້ເວລາຍາວນານເປັນເດືອນກໍ່ຍັງພົບພົບຫຍັງນອກຈາກປ່າທີ່ໜາທືບ ເຊີ່ງລູກຫຼານແລະເຈົ້າໜ້າທີ່ກໍ່ເຮັດທຸກວິຖີທາງແຕ່ຍັງບໍ່ພົບເຫັນພໍ່ຕູ້ເຊີ່ງກາຍເປັນຄົນຫາຍສາບສູນໂດຍບໍ່ມີຄຳຕອບບໍ່ມີຄຳອະທິບາຍວ່າເກີດຫຍັງຂື້ນກັນແທ້
ເຊີ່ງລູກຫຼານກໍ່ໄດ້ແຕ່ທຳໃຈວ່າຈັກວັນໜື່ງຈະມີປະຕິຫານໄດ້ພົບຂໍ້ມູນຂອງພໍ່ຕູ້ ແນວໃດກໍ່ຂໍໃຫ້ພົົບກັບພໍ່ຕູ້ໂດຍໄວດ້ວຍເທີ່ນ. ຂ່າວກ່ອນໜ້ານີ້ ພໍ່ເຖົ້າຂອງພວກຂ້າພະເຈົ້າຊື່ ພໍ່ຕູ້ພວງ ອາຍຸ 95 ປີ ລູກຫລານພາໄປທ່ຽວ ນ້ຳປ່ຽນຢໍລະປາ ນະຄອນຫຼວງວຽງຈັນ
ໄດ້ຫລົງຍ່າງໄປທາງໃດບໍ່ຮູ້, ບໍ່ເຫັນ ແຕ່ 2 ໂມງແລງຂອງວັນທີ 3/10/2020 ມາເຖີງດຽວນີ້ຍັງບໍ່ພົບເຫັນ ຖ້າທ່ານໃດພົບເຫັນ ຂໍຄວາມກະລູຸນາ ຕິດຕໍ່ຫາເບີຂອງຂ້າພະເຈົ້າດ້ວຍ 55696948