ຕາມຫາແມ່ເກືອບ20ປີ ມື້ນີ້ໄດ້ມາເຫັນແລ້ວ

ຕາມຫາແມ່ເກືອບ20ປີ ມື້ນີ້ໄດ້ມາເຫັນແລ້ວ

ເຈົ້າລ້ຽງເຮົາແຕ່ເຮົາເກີດ ຈົນເຮົາອາຍຸ 10ປີແລ້ວເຈົ້າໜີເຮົາໄປ….ແມ່ນາງ ແມ່ລ້ຽງ ແມ່ນົມ ຂ້ອຍແຕ່ເກີດ…ຍັງຈື່ໄດ້ເຈົ້າປັ້ນເຂົ້າໜຽວຮ້ອນໆ ໂຮຍເກືອໃຫ້ເຮົາໄປຮຽນທຸກມື້

ຂ້ອຍຕາມຫາເຈົ້າເກືອບ 20ປີ ມື້ນີ້ໄດ້ມາເຫັນແລ້ວ ຊວນໄປຢູ່ວຽງນຳກັນກະບໍ່ໄປ ເຈົ້າທຸກແຮງຈົນຂ້ອຍຮູ້ສຶກຜິດຫຼາຍ ຕໍ່ໄປນີ້ເຈົ້າບໍ່ທຸກແລ້ວ…ຂ້ອຍຊິປຸກເຮືອນງາມໆໃຫ້ຢູ່ເດີ້ ບໍ່ອົດທຸກອົດຍາກແລ້ວບາດນິນາ…

ຊິຝາກເງິນໃຫ້ທຸກເດືອນ ຢາກຫຍັງກະຊື້ກິນບາດນິ ບໍ່ຕ້ອງໄປແບກນ້ຳຢູ່ແຄມຂອງມາໃຊ້ແລ້ວ ໃຊ້ນ້ຳປາປາໂລດ

ຊິເບິ່ງເຈົ້າຕະຫຼອດຊີວິດບາດນິ້ນາ

ສາລະໜ້າຮູ້