ຂໍຖາມຜູ້ຮູ້ດ້ານນີ້…!!! ຂໍຄວາມຄິດເຫັນ ຈາກສັງຄົມ ແລະ ຜູ້ທີ່ມີຄວາມຮູ້ທາງດ້ານກົດໝາຍ ກັບເຫດການຄັ້ງນີ້ດ້ວຍ.

ຂໍຖາມຜູ້ຮູ້ດ້ານນີ້…!!! ຂໍຄວາມຄິດເຫັນ ຈາກສັງຄົມ ແລະ ຜູ້ທີ່ມີຄວາມຮູ້ທາງດ້ານກົດໝາຍ ກັບເຫດການຄັ້ງນີ້ດ້ວຍ.

ຂໍຄໍາຄິດເຫັນຈາກສັງຄົມແລະຜູ້ທີ່ມີຄວາມຮູ້ທາງດ້ານກົດຫມາຍ

ຍັງຈື່ໄດ້ບໍ່ ອຸບັດຕິເຫດທີ່່ເກີດຂຶ້ນກັບອ້າຍຂ້ອຍໃນຕອນນັ້ນ ຂະນະທີ່ອ້າຍຂອງຂ້ອຍລົງໄປຊ່ວຍຄົນເກີີດອຸບັດຕິເຫດ ແລ້ວຖືກລົດໃຫຍ່ສວນມາຕໍາ ໃນວັນທີ 2/11/2019 ເຮັດໃຫ້ອ້າຍຂ້ອຍ ທ.ຄໍາໝັ້ນບາດເຈັບສາຫັດ ແຂ່ງຂວາຫັກ, ຂໍ່ເຂົ່າຊ້າຍຫຼຸດ ແລະ ບວມຊໍ້າ, ສະໝອງບວມ ບໍ່ຮູ້ສຶກຕົວເລີຍໃນຕອນນັ້ນ

ໂດຍຄູ່ກໍລະນີຂັບມາຕໍາ ຊື່ ທ. ຂັນທອງ ລໍແພງຢອງ ພ້ອມດ້ວຍເມຍທີ່ນັ່ງລົດໄປນໍາກັນ ຊື່ ນ. ພຸດ ເຊິິ່ງຕັ້ງແຕ່ເກີດອຸບັດຕິເຫດມາຮອດປັດຈຸຸບັນແມ່ນເປັນເວລາ 10 ເດືອນກັບ 11 ມື້ແລ້ວ (2/11/2019-13/9/2020)

ອາການອ້າຍຂອງຂ້ອຍ ແມ່ນຍັງໄດ້ສືບຕໍ່ປິ່ນປົວ ແລະ ຢູູູ່ໃນຊ່ວງບໍາບັດ ບໍ່ສາມາດຊ່ວຍເຫຼືອຕົວເອງໄດ້ (ຍ່າງບໍ່ໄດ້) ເນື່ອງຈາກວ່າ ມີອາການກະທົບທາງສະໝອງຢ່າງຮຸນແຮງ ເຮັດໃຫ້ຮ່າງກາຍຊີກເບື້ອງຊ້າຍພິການ.

ໃນໄລຍະຜ່ານມາໄດ້ມີການໄກ່ເກ່ຍກັນກັບຄູູ່ກໍລະນີມາແລ້ວ 4 ຄັ້ງ ແມ່ນບໍ່ສາມາດຕົງລົງກັນໄດ້ ເຮັດໃຫ້ຄະດີີນີ້ເຂົ້າສູ່ຂະບວນການຍຸຕິທໍາ ປະຈຸບັນແມ່ນກໍາລັງລໍຖ້າສານຕັດສິນ.

ຈາກຜົນການສືບສວນສອບສວນ ສະຫຼຸບ ຄະດີຂອງເຈົ້າໜ້າທີ່ ໃນວັນທີ 13/2/2020 ມີລາຍລະອຽດດັ່ງນີ້:
+ ຝ່າຍຜູູ້ຕໍາ ຄູ່ກໍລະນີ (ທ. ຂັນທອງ)ລະເມີດກົດລະບຽບຈະລາຈອນຄື:

1.ມາດຕາ 23.
2.ມາດຕາ 36.
3.ມາດຕາ 51 ວັກ 13.
ສ່ວນຄວາມຜິດທາງອາຍາແມ່ນ ມາດຕາທີ 145.

+ ຝ່າຍຜູູ້ຖືກຕໍາ(ທ. ຄໍາໝັ້ນ ) ແມ່ນບໍ່ໄດ້ຜິດຫຍັງເລີຍ.
ສະນັ້້ນ, ຂ້າພະເຈົ້າ ເຊິ່ງເປັນນ້ອງຊາຍຂອງຜູ້ຖືກຕໍາຈຶ່ງໄດ້ອອກມາອັບເດດ ເພື່ອຄວາມຮູ້ທາງກົດໝາຍຈາກບັນດາຜູ້ຮູ້ວ່າແຕ່ລະມາດຕາຂ້າງເທິິງນັ້ນເປັນແນວໃດ ແລະ ຂໍກໍາລັງໃຈຈາກສັງຄົມໃຫ້ຄອບຄົວພວກຂ້າພະເຈົ້າດ້ວຍ ໃນຊ່ວງທີ່ກໍາລັງລໍຖ້າຄໍາຕັດສິນຂອງສານ!

ແນວໃດກໍ່ຕາມຂໍໃຫ້ສູ້ໆເດີ້ຂໍໃຫ້ຜ່ານເຫດການທີ່ໂຫດຮ້າຍນີ້ໄປໄດ້ດ້ວຍດີຂໍໃຫ້ຫາຍດີເປັນປົກກະຕິໄວໆ

ຂ່າວທົ່ວໄປ