ລວຍລົ້ນຄົນເກີດວັນສຸກ:ຄົນທີ່ເກີດໃນວັນສຸກມາເພື່ອຈະເປັນຄົນທີ່ມີໂຊກຊະຕາດີ ກ່ຽວກັບການເຮັດວຽກເປັນຄົນທີ່ລຳບາກມາຕັ້ງແຕ່ເດັກ ເຮັດຫຍັງມັກຈະບໍ່ເປັນທີ່ຕ້ອງການຕ້ອງໃຈຂອງຄົນອື່ນມາຕະຫລອດ ແຕ່ວ່າ ຊີວິດຂອງຄົນກຳລັງຈະປ່ຽນແປງໄປ ບຸນເກົ່າຈະໜູນນຳ ເຮັດໃຫ້ເຈົ້າໃນຕອນນີ້ມີໂອກາດທີ່ຈະປ່ຽນແປງໜ້າທີ່ການງານແລະການເງິນເປັນໂຊກຊະຕາທີ່ດີກວ່າເກົ່າຫາກຊີວິດຂອງເຈົ້າຮູ້ສຶກວ່າເມື່ອຍເຫລືອເກີນຮູ້ສຶກວ່າຕະຫລອດ
4 ປີຜ່ານມານີ້ບໍ່ມີຫຍັງດີເລີຍ ຢ່າລືມທີ່ຈະໄປຊ່ວຍເຫລືອຄົນອື່ນຢ່າລືມເຂົ້າວັດເຮັດບຸນແດ່ ເຮັດໃນສິ່ງທີ່ເປັນປະໂຫຍດຕໍ່ສັງຄົມແດ່ແລ້ວຊີວິດຂອງເຈົ້າຈະປ່ຽນຜັນໄປຕະຫລອດການ ຫາກໃຜມີຄວາມ ເຊື່ອກ່ຽວກັບການຊ່ວຍເຫລືອຜູ້ອື່ນຈົ່ງເຮັດຕາມວິທີນີ້ ເກັບດວງນີ້ຂອງຕົວເອງໄວ້ ຂໍໃຫ້ພະຍານາດໃຫ້ໂຊກນຳພາຄວາມຈະເລີນມາໃຫ້ໃນໄວໆນີ້ ຄວາມລຳບາກຈົ່ງຫາຍໄປ ສາທຸ ສາທຸ ສາທຸຄ້າຂາຍເດັ່ນ
ຄົນເກີດວັນພຸດ:ຄົນທີ່ເກີດໃນວັນພຸດມັກຈະເປັນຄົນທີ່ມີມະນຸດສຳພັນທີ່ດີ ເປັນຄົນທີ່ມັກຕິດຕໍ່ເຈລະຈາ ມີວາທີໃນການເວົ້າການຈາ ເຮັດໃຫ້ຄົນທົ່ວໄປນັ້ນສາມາດຍອມຮັບໃນຄຳເວົ້າຂອງຕົວເອງໄດ້ ເຫມາະສຳຫລັບການທຳມາຄ້າຂາຍ ການຕິດຕໍ່ເຈລະຈາທຸລະກິດດວງຂອງເຈົ້າເໜາະກັບການມີວຽກມີການເປັນຂອງຕົວເອງບໍ່ເໝາະກັບການຮັບງານລັດຖະກອນ ດວງຊະຕາຂອງເຈົ້າເຖິງແມ້ວ່າຈະເມື່ອຍແລະລຳບາກມາຫລາຍກວ່າ
4ປີກໍ່ຕາມ ແຕ່ເຖິງແບບນັ້ນກໍ່ຕາມ ສິ່ງເຫລົ່ານີ້ກຳລັງຈະຫາຍໄປ ຫາກຄົນນັ້ນເປັນຜູ້ທີ່ສະສົມຄວາມດີ ເປັນຜູ້ທີ່ຢູ່ໃນສິນອັນດີງາມ ເກັບດວງນີ້ຂອງຕົວເອງໄວ້ ຂໍໃຫ້ພະຍານາດໃຫ້ໂຊກນຳພາຄວາມຈະເລີນມາໃຫ້ໃນໄວໆນີ້ ຄວາມລຳບາກຈົ່ງຫາຍໄປ ສາທຸ ສາທຸ ສາທຸຮັບຊັບເຕັມ
ຄົນເກີດວັນອາທິດ:ຄົນເກີດໃນວັນອາທິດນັ້ນມັກຈະເປັນຄົນທີ່ມີບຸນວາດສະໜາດີ ມັກຈະມີໂຊກຊະຕາດີກວ່າຜູ້ອື່ນ ເປັນຄົນທີ່ມີຍົດຖາບັນດາສັກ ມີບໍລິວານແລະສັບສິນຫລາກຫລາຍ ແຕ່ວ່າຊີວິດຂອງເຈົ້າບາງຄົນອາດຈະພົບກັບໂຊກຊະຕາແລະອຸປະສັກຫລາກຫລາຍຄົນທີ່ເມື່ອຍລ້າແລະອົດທົນກັບການເຮັດວຽກມາຕະຫລອດ
4ປີ ຕໍ່ຈາກນີ້ພະຍານາກຈະໃຫ້ໂຊກ ຄົນດີຈະຕົກນ້ຳບໍ່ໄຫລ ຕົກໄຟຈະບໍ່ໄໝ້ ຊີວິດຈະດີຂຶ້ນຢ່າງເຖິງທີ່ສຸດ ຢ່າລືມທີ່ຈະສວດມົນພາວະນາຢ່າລືມທີ່ຈະສ້າງຄຸນງາມຄວາມດີໃຫ້ກັບຕົວເອງແລະສັງຄົມ ຫາກເຮັດໄດ້ພາຍໃນ 7ວັນ ຊີວິດຂອງເຈົ້າຈະປ່ຽນແປງຢ່າງແນ່ນອນ ເກັບດວງນີ້ຂອງຕົວເອງໄວ້ ຂໍໃຫ້ພະຍານາດໃຫ້ໂຊກນຳພາຄວາມຈະເລີນມາໃຫ້ໃນໄວໆນີ້ ຄວາມລຳບາກຈົ່ງຫາຍໄປ ສາທຸ ສາທຸ ສາທຸ ເດັດດ່ຽວ
ຄົນເກີດວັນເສົາ:ຄົນທີ່ເກີດໃນວັນເສົາ ມັກຈະມີໂຊກຊະຕາທີ່ເຂັມແຂງ ເປັນຄົນທີ່ເດັດດ່ຽວບໍ່ຍອມແພ້ຕໍ່ອຸປະສັກ ແມ້ວ່າຈະຍາກລຳບາກ ຫລາຍພຽງໃດກໍ່ຕາມຈະເຫັນໄດ້ວ່າຄົນທີ່ເກີດໃນວັນເສົາ ຄູ່ຊີວິດຂອງເຈົ້ານັ້ນລຳບາກມາຫລາຍກວ່າ 4 ປີ
ແຕ່ເຈົ້າກໍ່ບໍ່ຍອມແພ້ ແລະ ບໍ່ຫລີກໜີອຸປະສັກບັນຫາໃດ ຊີວິດຂອງເຈົ້າຈະຫລຸດພົ້ນຈາກວົງຈອນນີ້ໄດ້ກໍ່ຕໍ່ເມື່ອເຈົ້າເປັນຄົນທີ່ມີຄວາມອົດທົນ ອົດກັ້ນ ແລະໃນຂະນະດຽວກັນຈະຕ້ອງເປັນຄົນທີ່ສ້າງຄຸນງາມຄວາມດີໃຫ້ກັບສັງຄົມແລະຄົນທີ່ເຂົາຕົກທຸກໄດ້ຍາກ ດວງຄົນເກີດວັນນີ້ນັ້ນມັກຈະເປັນດວງຂອງຄົນທີ່ເຮັດບຸນກັບຄົນອື່ນບໍ່ຂຶ້ນ
ຈະຕ້ອງອາໃສເວລາເທົ່ານັ້ນ ສິ່ງໃດທີ່ເຈົ້າເຮັດດີຢູ່ແລ້ວກໍ່ຂໍໃຫ້ເຮັດດີຕໍ່ໄປຕະຫລອດ ເກັບດວງນີ້ຂອງຕົວເອງໄວ້ ຂໍໃຫ້ພະຍານາດໃຫ້ໂຊກນຳພາຄວາມຈະເລີນມາໃຫ້ໃນໄວໆນີ້ ຄວາມລຳບາກຈົ່ງຫາຍໄປ ສາທຸ ສາທຸ ສາທຸ