ຟັງອີກມຸມ! ຫລວງພໍ່ເປີດໃຈ ຊີ້ແຈງຊັດເຈນເລື່ອງຊອງເງິນ ຢືນຢັນບໍ່ເປັນຄວາມຈິງ ບໍ່ໄດ້ເບີ່ງດວງໃຫ້ ເປັນລາມ່າສາບແຊ່ງໃຫ້ວິບັດຈົນເຮັດໃຫ້ສາວເດືອດຮ້ອນດ່າໄປທົ່ວໂຊຊຽວ
ຫລັງກາຍເປັນຄລິບຮ້ອນໃນໂລກອອນໄລ ເມື່ອສາວຄົນຫນຶ່ງຖ່າຍຄລິບລະຫວ່າງເຂົ້າໄປເຮັດບຸນທີ່ວັດແຫ່ງຫນຶ່ງ ກ່ອນສາວຄົນດັ່ງກ່າວມີອາການໂມໂຫຢ່າງຫນັກ ເພາະມີປາກສຽງກັບຫລວງພໍ່ ຫລັງເຈົ້າອາວາດສາບແຊ່ງໃຫ້ຊີວິດວິບັດເຫດເພາະບໍ່ໄດ້ໃສ່ຊອງ ຫລັງຈາກໃຫ້ຊ່ວຍເບິ່ງດວງຊະຕາ ຕາມທີ່ເຄີຍສະເໜີຂ່າວໄປແລ້ວນັ້ນ
ສຳລັບຄວາມຄືບຫນ້າ ເມື່ອວັນທີ່ 14 ກັນຍາ ທີ່ວັດສຸກອາຣີຍະທຳມາລາມ ຕ.ວັງມະນາວ ອ.ປາກທໍ່ ຈ.ລາຊະບຸລີ ພະຈິນດາ ເຂມສອນໂນ ອາຍຸ 61 ປີ ພະທີ່ປາກົດໃນຄລິບ ກ່າວວ່າ ອາຕະມາເປັນພະຈຶ່ງບໍ່ຢາກຈະໄປສ້າງເວນສ້າງກຳຫຍັງ ແລະຂໍໃຫ້ຢຸດຕິແຕ່ພຽງເທົ່ານີ້ ແຕ່ຢາກໃຫ້ຍາດໂຍມທີ່ໄດ້ຮັບຂ່າວຈາກໂຊຊຽວໄດ້ຮັບຮູ້ວ່າ ເຫດການຄັ້ງນັ້ນອາດມີຄວາມເຂົ້າໃຈຜິດພາດ ຊຶ່ງອາຕະມາເປັນພຽງພະທີ່ແກ້ທຸກໃຫ້ຊາວບ້ານ ແລະຢາກແກ້ຂ່າວທີ່ໂຍມເອົາໄປເວົ້າວ່າ ຮຽກຮ້ອງເງິນທອງ 400 ບາດ ຢືນຢັນບໍ່ເປັນຄວາມຈິງ ອາຕະມາມີພະຍານ ຊຶ່ງເວລານັ້ນຈະມີແມ່ຊີຢູ່ດ້ວຍ ແລະໄດ້ຖາມແມ່ອອກກ່ອນດ້ວຍວ່າ ໂຍມເສື້ອຜ້າຂາດຫລືລູກ ເພາະການແຕ່ງຕົວໂປ້ຫລາຍ ແຖມນັ່ງບໍ່ຮຽບຮ້ອຍ ເວລານັ່ງແລ້ວເຫັນຮອດສະລິບຂ້າງໃນເລີຍ
ອາຕະມາເປັນພະ ເກີດມີຄົນບໍ່ຫວັງດີເອົາໄປໂພສ ວ່າພະຢູ່ກັບໂຍມທີ່ແຕ່ງຕົວບໍ່ສຸພາບ ຈະເສຍຫາຍກັນທັ້ງສອງຝ່າຍ ແຖມບໍ່ພໍຍັງສະແດງກິລິຍາບໍ່ເຫມາະສົມ ເຂົ້າມາປະໃກ້ໂຕອາຕະມາ ຈົນຕ້ອງລຸກຢືນຫນີແລະມືທີ່ທຳທ່າງ້າງໄປດ້ານຫລັງ ເຮັດໃຫ້ໂຍມເຂ້າໃຈຜິດຄິດວ່າອາຕະມາຈະຕົບຕີທຳຮ້າຍຊຶ່ງຍາດໂຍມທຸກຄົນຮູ້ເຫັນຫມົດ
ສ່ວນຄລິບທີ່ໂຍມເອົາມາໂພສເປັນພຽງເວົ້າຝ່າຍດຽວ ອາຕະມາເປັນພະບໍ່ໄດ້ໄປຕໍ່ວ່າຫຍັງກັບເຂົາເລີຍ ຈຶ່ງຢາກຖາມໂຍມວ່າເປັນຫຍັງຈຶ່ງກຽດຊັງພະແທ້
ສຳລັບເລື່ອງຈິກຊອງນັ້ນ ອາຕະມາເປັນພະເວົ້າຄວາມຈິງສະເໝີ ໃຜບໍ່ໃສ່ຊອງກໍ່ບໍ່ໄດ້ວ່າຫຍັງ ອາຕະມາຢືນຢັນແລະມີພະຍານຈະໄປຟ້ອງສຳນັກພຸດໃດກໍ່ແລ້ວແຕ່ ອາຕະມາພ້ອມຈະຊີ້ແຈງທຸກເລື່ອງ ຊຶ່ງມີແຕ່ເຂົາຝ່າຍດຽວທີ່ມາຂຶ້ນກູມຶງກັບຫລວງພໍ່ ອາຕະມາຈຶ່ງຂໍແກ້ຂ່າວວ່າເລື່ອງອາຕະມາຈະໄປຕົບໂຍມບໍ່ເປັນຄວາມຈິງ ທີ່ລຸກຂຶ້ນ ເພາະຕ້ອງປ້ອງກັນຕົວບໍ່ໃຫ້ຖືກຕ້ອງຕົວພະ ແຕ່ໂຍມກັບໄປບອກໃຫ້ເພື່ອນຖ່າຍຄລິບໄວ້ແລ້ວໂວຍວາຍ ຊຶ່ງຝ່າຍອາຕະມາບໍ່ມີໃຜຖ່າຍຄລິບໄວ້ເລີຍ ຈຶ່ງຢາກວອນໃຫ້ຍາດໂຍມພິຈາລະນາເບິ່ງໃຫ້ດີວ່າໃຜຜິດໃຜຖືກ
ຂະນະທີ່ພະລູກວັດ ເລົ່າວ່າ ເປັນແມ່ອອກຄວນແຕ່ງຕົວໃຫ້ສຸພາບຮຽບຮ້ອຍເວລາມາຫາພະ ແລະຄວນປາກເວົ້າກັບພະດີໆ ເປັນແມ່ອອກບໍ່ສົມຄວນເວົ້າກັບພະແບບຊົງເດດ ຄວນຮູ້ວ່າແມ່ນພະສົງ ຄວນເຄົາລົບສະຖານທີ່ແດ່ ຊຶ່ງການແຕ່ງຕົວແບບນັ້ນຖືວ່າຜຶດ