ຫາກໃຜທີ່ຍັງໂສດຢູ່ແລະເລີ່ມທໍ້ແທ້ກັບຄວາມຮັກ ກໍ່ຄິດເສຍວ່າຄູ່ຮັກຂອງຕົນອາດຈະຍັງບໍ່ທັນເກີດ ເຫມືອນຢ່າງປູ່ຄົນນີ້ທີ່ພົບຮັກກັບເດັກສາວໄວເດັກຈົນລົງເອີຍດ້ວຍການແຕ່ງງານໃນທີ່ສຸດ
ໂຊຊ່ຽວມິເດຍໃນອິນໂດນີເຊຍພາກັນຮືຮາຢ່າງໜັກ ເມື່ອປາກົດການງານແຕ່ງງານແຫ່ງຫນຶ່ງໃນເກາະຊາວຕະວັນຕົກ ທີ່ມີເຈົ້າບ່າວຢ່າງທ້າວ ອະບາ ຊານາອາຍຸ 71 ປີ ເຂົ້າພິທີວິວາກັບເຈົ້າສາວຢ່າງນາງສາວ ໂນນີ ອາຍຸພຽງແຕ່ 18 ປີ ທີ່ຮືຮາໄປກ່ວານັ້ນກໍ່ຄືປະເດັນຄວາມຫ່າງກັນຂອງອາຍຸທີ່ຕ່າງກັນເຖິງ 53 ປີ ຈົນເອີ້ນໄດ້ວ່າເປັນປູ່ກັບຫລານກໍ່ວ່າໄດ້
ໂດຍການແຕ່ງງານທີ່ເຜີຍແຜ່ອອກມານີ້ ຖືກໂພສຜ່ານທາງເຟຊບຸ໊ກສ່ວນຕົວຂອງຫນຶ່ງໃນແຂກທີ່ໄປຮ່ວມງານມາ ແລະແມ້ວ່າຜູ້ຄົນຊາວເນັດຈະພາກັນເວົ້າເຖິງຄວາມແຕກຕ່າງຂອງອາຍຸແລ້ວນັ້ນ ແຕ່ເບິ່ງຄືວ່າທັ້ງສອງຈະມີສີຫນ້າຍິ້ມແຍ້ມຢ່າງມີຄວາມສຸກ ແລະນອກຈາກອາຍຸແລ້ວ ຊາວເນັດຍັງໃຫ້ຄວາມສົນໃຈກັບສິນສອດທອງຫມັ້ນທີ່ທ່ານອະບານຳມາສູ່ຂໍວ່າທີ່ເຈົ້າສາວຂອງຕົນ ຊຶ່ງກໍ່ໜ້າຮືຮາບໍ່ແພ້ກັນ
ເພາະສິນສອດຂອງເຂົານັ້ນມີທັ້ງລົດຈັກ PCX ຕູ້ເສື້ອຜ້າຕູ້ໃຫມ່ພ້ອມທັ້ງເຄື່ອງໃຊ້ເຟີນິເຈີອີກຫຼວງຫຼາຍຈົນຕ້ອງໃຊ້ລົດບັນທຸກ 2 ຄັນໃນການຂົນເຂົ້າມາໃນພິທີວິວາ ແລະຍັງມີທອງຄຳຫນັກອີກ 11 ກລາມຊຶ່ງປະເມີນລາຄາໄດ້ປະມານ 2,400 ຣິງກິດ (ປະມານ 18,000 ບາດ) ນຳມາເປັນສິນສອດອີກເຊັ່ນກັນ ແມ້ຈະມີກະແສຂ່າວວ່າທັ້ງສອງແຕ່ງງານກັນເພາະຜົນປະໂຫຍດບາງຢ່າງ ແຕ່ທັ້ງສອງຢືນຢັນວ່າການແຕ່ງງານຄັ້ງນີ້ເກີດຂຶ້ນຈາກຄວາມຮັກລ້ວນໆ ບໍ່ແມ່ນມີຜົນປະໂຫຍດແອບແຝງແມ້ແຕ່ນ້ອຍ.