ຄະດີນັກໂທດແຕ່ລະຄົນໃນຫ້າຄົນທີ່ຖືກຈັບໄດ້ທີ່ໂຕນໜີຄ້າຍຄຸມຂັງໂພນຕ້ອງ

ຄະດີນັກໂທດແຕ່ລະຄົນໃນຫ້າຄົນທີ່ຖືກຈັບໄດ້ທີ່ໂຕນໜີຄ້າຍຄຸມຂັງໂພນຕ້ອງ

ເຈົ້າໜ້າທີ່ຄ້າຍຄຸມຂັງໂພນຕ້ອງ (ຄຸກໂພນຕ້ອງ) ເມືອງ ຈັນທະບູລີ ນະຄອນຫລວງວຽງຈັນ ໄດ້ແຈ້ງຕໍ່ທີມງານວຽງຈັນທາຍມື້ເຊົ້ານີ້ວ່າ: ຮອດປັດຈຸບັນນີ້ເຈົ້າໜ້າທີ່ຄ້າຍຄຸມຂັງສາມາດຈັບກຸມນັກໂທດໄດ້ 5 ຄົນແລ້ວ ຍັງ 7 ຄົນ ຈາກນັກໂທດທີ່ໂຕນໜີອອກຈາກຄ້າຍຄຸມຂັງທັງໝົດ 12 ຄົນ ໃນວັນທີ 24 ສິງຫາ 2020​ ທີ່ຜ່ານມາ ຊຶ່ງເປັນນັກໂທດຄະດີຢາເສບຕິດທັງໝົດ

ເຈົ້າໜ້າທີ່ຄ້າຍຄຸມຂັງໄດ້ແຈ້ງໃຫ້ຮູ້ຕື່ມອີກວ່າ: ປັດຈຸບັນທາງເຈົ້າໜ້າທີ່ຄ້າຍຄຸມຂັງໂດຍການສົມທົບ ແລະ ຮ່ວມມືກັບເຈົ້າໜ້າທີ່ແຕ່ລະເມືອງພາຍໃນນະຄອນຫຼວງວຽງຈັນ ແລະ ບັນດາແຂວງຕ່າງໆ ເລັ່ງຕິດຕາມນັກໂທດທີ່ຍັງຫຼົບໜີດັ່ງກ່າວ ເພື່ອໃຫ້ກັບຄືນມາດຳເນີນຄະດີຕາມກົດໝາຍຂອງບ້ານເມືອງ ຊຶ່ງມີການຄົ້ນຊອກຢູ່ໃນຕົວເມືອງ ແລະ ມີການກວດຄົ້ນລົດ ແລະ ກວດຄົນພາຍໃນລົດທີ່ເດີນທາງໄປຕ່າງແຂວງ

ເຈົ້າໜ້າທີ່ໃຫ້ຮູ້ຕື່ມອີກວ່າ: ປັດຈຸບັນໄດ້ມີການສົມທົບ ແລະ ຮ່ວມມືກັບເຈົ້າໜ້າທີ່ແຕ່ລະເມືອງພາຍໃນນະຄອນຫຼວງວຽງຈັນ ແລະ ບັນດາແຂວງຕ່າງໆ ເລັ່ງຕິດຕາມນັກໂທດທີ່ຍັງຫຼົບໜີດັ່ງກ່າວ ເພື່ອໃຫ້ກັບຄືນມາດຳເນີນຄະດີຕາມກົດໝາຍຂອງບ້ານເມືອງ ຊຶ່ງມີການຄົ້ນຊອກຢູ່ໃນຕົວເມືອງ ແລະ ມີການກວດຄົ້ນລົດ ແລະ ກວດຄົນພາຍໃນລົດທີ່ເດີນທາງໄປຕ່າງແຂວງອີກ

ປະຫວັດຫຍໍ້5ຄົນທີ່ຈັບໄດ້: 1. ທ້າວ ຈຽງເນັ່ງ ແຊມ້າ ອາຍຸ 41 ປີ ສັນຊາດໄທ ອາຊີບເຮັດສວນ ຈັງຫວັດ ຕາກ ຖືກກັກຂັງ ວັນທີ 08/7/2015 ກະທຳຜິດກົດໝາຍອາຍາຖານະ ຂົນສົ່ງຢາເສບຕິດ ປະເພດ ເຮໂຣອີ່ນ ສານຕັດສິນລົງໂທດ ປະຫານຊີວິດ

2. ທ້າວ ເຕັ້ງ ເຮີ ອາຍຸ 22 ປີ ສັນຊາດໄທ ອາຊີບນັກສຶກສາ ເມືອງ ຊຽງຂອງ ຈັງຫວັດ ຊຽງລາຍ ຖືກກັກຂັງ ວັນທີ 15/3/2015 ກະທຳຜິດກົດໝາຍອາຍາຖານະ ມີຢາເສບຕິດໄວ້ຄອບຄອງ ປະເພດ ເຮໂຣອີ່ນ ສານຕັດສິນລົງໂທດ ປະຫານຊີວິດ

3. ທ້າວ ກ້ອງກຽດ ທະນະວຸດທິໄຊ ອາຍຸ 33 ປີ ສັນຊາດໄທ ອາຊີບເຮັດໄຮ່ ເມືອງ ວຽງແກ່ນ ຈັງຫວັດ ຊຽງລາຍ ຖືກກັກຂັງ ວັນທີ 4/7/2014 ກະທຳຜິດກົດໝາຍອາຍາຖານະ ຂົນສົ່ງຢາເສບຕິດ ປະເພດ ເຮໂຣອີ່ນ ສານຕັດສິນລົງໂທດ ປະຫານຊີວິດ

 

4. ທ້າວ ສຸວິດ ແສງຈັນ ອາຍຸ 24 ປີ ສັນຊາດໄທ ອາຊີບເຮັດນາ ເມືອງ ວຽງແກ່ນ ຈັງຫວັດ ຊຽງລາຍ ຖືກກັກຂັງ ວັນທີ 4/10/2016 ກະທຳຜິດກົດໝາຍອາຍາຖານະ ຂົນສົ່ງຢາເສບຕິດ ປະເພດ ຢາບ້າ ສານຕັດສິນລົງໂທດ ຈຳຄຸກຕະຫຼອດຊີວິດ

 

5. ທ້າວ ສຸເອັງເສລີ ອາຍຸ 22 ປີ ສັນຊາດໄທ ອາຊີບເຮັດໄຮ່ ເມືອງ ວຽງແກ່ນ ຈັງຫວັດ ຊຽງລາຍ ຖືກກັກຂັງ ວັນທີ 9/12/2019 ກະທຳຜິດກົດໝາຍອາຍາຖານະ ຄ້າຂາຍຢາເສບຕິດ ປະເພດ ຢາບ້າ ສານຕັດສິນລົງໂທດ ຜູ້ຖືກຕ້ອງຫາ

ຂ່າວທົ່ວໄປ