“ເມດ” ຫົດຫູ່ໃຈ “ຢາຍ-ຫລານ” ຊີວິດສຸດລຳບາກ

“ເມດ” ຫົດຫູ່ໃຈ “ຢາຍ-ຫລານ” ຊີວິດສຸດລຳບາກ

ວັນທີ່ 25 ກໍລະກົດ 2563 ທີ່ຜ່ານມາ ຜູ້ໃຊ້ເຟຊບຸ໊ກ ຊື່ອ Poramet Misomphop ຊຶ່ງເປັນເຟຊບຸ໊ກສ່ວນຕົວຂອງ ທ້າວປະເມດມີສົມພົບ ຫລື ເມດ ກູ້ໄພຫນຸ່ມຫົວໃຈບຸນ ແລະເຈົ້າຫນ້າທີ່ທຸດລະການກອງກວດສອບແລະປະເມີນຜົນສຳນັກງານປະລັດບັນຊີຖານທັບອາກາດ ໄດ້ອອກມາເຜີຍແພ່ໂພສ ເປັນໂພສທີ່ ຫນຸ່ມເມດ ເດີນທາງໄປຢ້ຽມ 2 ຢາຍ-ຫລານ ມີຖານະຍາກຈົນ ອາໄສຢູ່ກະທ່ອມທີ່ແທບເອີ້ນວ່າບ້ານບໍ່ໄດ້ ເພາະກະທ່ອມຫລັງນີ້ບໍ່ມີຝາ ບໍ່ມີນ້ຳ ບໍ່ມີໄຟ້າ ແມ້ແຕ່ຫ້ອງນ້ຳ ຍັງບໍ່ມີ ແລະ ນ້ຳທີ່ຈະກິນ ປະທັງຊີວິດ ຄື ນ້ຳຝົນ ພຽງເທົ່ານັ້ນ ຫນຸ່ມເມດ ເຫັນແລ້ວສຸດເສົ້າໃຈ 2 ຢາຍ-ຫລານ ຊີວິດສຸດລຳບາກ ໂດຍ ຫນຸ່ມເມດ ໄດ້ລະບຸຂໍ້ຄວາມເອົາໄວ້ວ່າ

“ຕ້ອງຢູ່ໃຫ້ໄດ້ ຫນູຈະເຂົ້ມແຂງ” ຖ້າວັນຫນຶ່ງຢາຍເກິດບໍ່ຢູ່ແລ້ວ ຫລານຈະທຳໃຫ້ຢາຍຮັບຮູ້ ຫລານຈະເຂັ້ມແຂງ ຫລານຈະຕ້ອງຢູ່ໃຫ້ໄດ້ ເວລາຫລານເຫັນຢາຍເມື່ອຍຫລານຈະເດີນເຂົ້າໄປຫາຢາຍແລ້ວບອກກັບຢາຍ ໃຫ້ສູ້ ໆເດີ

ຈາກກຣຸງເທບເດີນທາງໄປ – ກັບ ກວ່າ 10 ຊມ. ຕໍ່ເຣືອອີກ 20 ນາທີ ເພື່ອເດີນທາງໄປເຖິງ ຈັງຫວັດຈັນທະບຸລີ ສະຖານທີ່ແຫ່ງນີ້ ໃຜຈະໄປຄາດຄິດວ່າເທິງເກາະກາງປ່າຊາຍເລນແຫ່ງນີ້ຈະມີກະທ່ອມໄມ້ທີ່ໃກ້ຈະພຸພັງຕັ້ງຢູ່ ກະທ່ອມທີ່ຈະເອີ້ນວ່າບ້ານບໍ່ໄດ້ເລີຍ ບໍ່ມີຝາບ້ານ ບໍ່ມີນ້ຳ ບໍ່ມີໄຟ ແມ້ແຕ່ຈະເຂົ້າຫ້ອງນ້ຳ ຈະຕ້ອງເຍ່າງລັດເລາະເຂົ້າປ່າເລຶກ ນ້ຳທີ່ຈະກິນໄຊ້ຊີວິດນັ້ນຄື ນ້ຳຝົນ ພຽງເທົ່ານັ້ນ

ຫາກຊີວິຕສາມາດລິຂິດເອງໄດ້ ຄົບໍ່ງມີໃຜຢາກເຂົ້າມາຢູ່ກາງປ່າຊາຍເລນທີ່ບໍ່ມີນ້ຳ ບໍ່ມີໄຟ ເພາະທຸກຢ່າງມັນເຫມືອນຖືກບັງຄັບ ໃຫ້ຕັດຂາດຈາກໂລກພາຍນອກ ພຽງເພາະຄຳວ່າ “ບໍ່ມີທີ່ໄປ” ກະທ່ອມຫລັງເກົ່າແຫ່ງນີ້ເປັນທີ່ຢູ່ຂອງ ແມ່ຢາຍ ເອື້ອ ຈະເລີນພອນ ແລະຫລານສາວຜູ້ກຳພ້າອາຍຸພຽງ 8 ປີ  ຫລັງຈາກທີ່ເມດໄດ້ຮັບຊາບເລື່່ອງລາວຊີວິດ 2 ຢາຍຫລານ ຄູ່ນີ້ ຈຶ່ງຮີບເດີນທາງລົງພື້ນທີ່ໄປທັນທີ ຫລັງຈາກທີ່ເດີນທາງໄປເຖິງ ສິ່ງທີ່ເມດເຫັນ ຄື ສະພາບກະທ່ອມຫລັງເກົ່າ ແທບບໍ່ມີເງົາໂຄງຮ່າງ ຂອງ ຄຳວ່າບ້ານເລີຍ

ພໍເຮືອເຂົ້າທຽບຝັ່ງ ສິ່ງທີ່ເມດເຫັນ ຄື ເດັກຜູ້ຍິງຄົນຫນຶ່ງ ແລ່ນມາຮັບ ແລ້ວຍົກມືໄຫ້ວພ້ອມເວົ້າວ່າສະວັດດີ ສະແດງເຖະງຄວາມ ອ່ອນນ້ອມຖ່ອມຕົນດ້ວຍສາຍຕາທີ່ດີໃຈເມື່ອເຫັນຄົນມາຢ້ຽມ ແມ້ແຕ່ເວລານັ່ງລົມກັນ ເດັກສາວມີສີຫນ້າ ແວວຕາ ຄວາມເຂັ້ມແຂງ ມຸ່ງຫມັ້ນຕັ້ງໃຈ ແລະຄວາມໃຝ່ດີ ທີ່ຢາກຮຽນຫນັງສືສູງໆ ເມດໄດ້ຍ່າງສຳລວດກະທ່ອມຫລັງນີ້ ສິ່ງທີ່ເຫັນຄື ກະທ່ອມຫລັງນີ້ ບໍ່ມີໄຟຟ້າ ບໍ່ມີນ້ຳໃຊ້ ບໍ່ມີຫ້ອງນ້ຳ ເວລາຈະໃຊ້ຕ້ອງຍ່າງເຂົ້າໄປໃນປ່າເລິກ ສະພາບບ້ານບໍ່ມີປະຕູບໍ່ມີຫນ້າຕ່າງ ບໍ່ມີຝາບ້ານ ເຮັດໃຫ້ເວລາຝົນຕົກຫນັກ ຟ້າຮ້ອງ 2 ຢາຍ ຫລານ ຈະນັ່ງກອດກັນຫລົບຝົນຕາມມຸມບ້ານ ຕ້ອງທົນນອນຝົນສາດທຸກຄືນ

ສ່ວນອາຊີບທີ່ແມ່ຢາຍເອື້ອ ລ້ຽງດູຫລານ ຄືອາຊີບ ອອຫເຮືອໄປຈັບປູດຳຂາຍໃນຕະລາດ ຊຶ່ງບາງມື້ຈັບບໍ່ໄດ້ເລີຍ ຫລືບາງມື້ຈັບໄດ້ພຽງ 1 ໂຕເທົ່ານັ້ນ ສ່ວນເລື່ອງການຮຽນຂອງນ້ອງ ບໍ່ຕ້ອງບັນລະຍາຍ  ແມ່ຢາຍຈະຂັບເຮືອ ໄປສົ່ງນ້ອງທີ່ຝັ່ງໃນທຸກໆເຊົ້າ ແລງ ແຕ່ຖ້າມື້ໃດ ຢາຍ ບໍ່ມີເງິນໃສ່ນ້ຳມັນເຮືອ ນັ້ນຄືມື້ທີ່ນ້ອງຈະບໍ່ໄດ້ໄປໂຮງຮຽນ ໂດບໍ່ມີທາງເລືອກ

ກ່ອນທີ່ເມດຈະເດີນທາງກັບ ເມດໄດ້ຖາມແມ່ຢາຍວ່າ ຢາກໄດ້ຫຍັງ ສິ່ງທີ່ 2 ຢາຍຫລານຕອບກັບ ປະດິເສດ ດ້ວຍຄວາມເກງໃຈ ແລະຍົກມືໄຫວ້ຂອບໃຈ ສິ່ງທີ່ເມດສັມຜັດໄດ້ ຄື ຄວາມຮູ້ສຶກເຖິງຄວາມເຂັ້ມແຂງໃນຕົວເດັກຜູ້ຍິງຄົນນີ້

ເມດຖາມວ່າ ຖ້າມື້ນຶ່ງ ຢາຍເກີດບໍ່ຢູ່ແລ້ວ ຫລານຈະເຮັດແນວໃດ ສິ່ງທີ່ເມດໄດ້ຍິນຈາກນ້ຳສຽງທີ່ເຂັ້ມແຂງ ມຸ່ງໜັ້ນ ຕັ້ງໃຈ ຄື ຫລານຈະຢູ່ຄົນດຽວ ຫລານຈະຢູ່ໃຫ້ໄດ້ ຫລານຈະບໍ່ຍອມແພ້ ຢາຍຈະໄດ້ບໍ່ຕ້ອງຫ່ວງຫລານ ມັນຄືຄຳເວົ້າຂອງເດັກກຳພ້າອາຍຸພຽງ 8 ປີ ທີ່ໃຊ້ຊີວິດດ້ວຍຄວາມຍາກລຳບາກ ຢ່າງແສນສາຫັດ ແຕ່ສີຫນ້າ ແວວຕາ ຮອຍຍິ້ມ ທີ່ຖ່າຍທອດອອກມາ ມັນອ່ອນໂຍນ ຮຽບຮ້ອຍຂອງເດັກສາວຄົນນີ້ ເບື້ອງຕົ້ນ ເມດໄດ້ນຳສິ່ງຂອງ ເຂົ້າສານ ອາຫານແຫ້ງ ນ້ຳດື່ມ ແລະເງິນສ່ວນຕົວ ຈ່ຳນວນຫນຶ່ງ ເພື່ອຊ່ວຍເຫລືອ 2 ຢາຍ ຫລານ ຄູ່ນີ້

ຫາກເພື່ອນໆພີ່ໆ ຕ້ອງການຊ່ວຍເຫລືອສາມາດໂອນເງິນເຂົ້າບັນຊີແມ່ຢາຍໂດຍກົງທີ່ບັນຊີ ທະນາຄານອອມສິນ ຊື່ບັນຊີ ທ້າວສັກດິໄຊ ແລະ ນາງສາວເອື້ອ ຈະເລີນພອນ ເລກບັນຊີ 020 329 565 749 (ບັນຊີນີ້ເປັນບັນຊີທີ່ເປີດຮ່ວມກັບນັກຂ່າວໃນພື້ນທີ່ ທີ່ຄອຍດູແລຊ່ວຍເຫລືອແມ່ຢາຍເບື້ອງຕົ້ນ ແລະບັນຊີນີ້ແມ່ຢາຍເປັນຜູ້ເກັບແລະຮັກສາດ້ວຍຕົວເອງ ເວລາເບີກເງິນ ຈະຕ້ອງເຊັນຮ່ວມກັນ 2 ຊື່) ກະທ່ອມໄມ້ເກົ່າ ທີ່ພຸພັງຫລັງນີ້ ຕັ້ງ ໂດດດ່ຽວ ບໍ່ມີໄຟຟ້າບໍ່ມີນ້ຳ ບໍ່ມີຫ້ອງນ້ຳ ບໍ່ມີຝາບ້ານບໍ່ມີເພື່ອນບ້ານຢູ່ເທິງເກາະ ໃນທະເລ ກາງປ່າຊາຍເລນ ພຽງຫລັງດຽວ

ບໍ່ມີທີ່ຢູ່ທີ່ສົ່ງພັສະດຸ ໃຫ້ແມ່ຢາຍແລະນ້ອງເລີຍ ນີ້ແຫລະ ຊີວິດຈິງ ບໍ່ມີໃຜຢາກຜະເຊີນ ແຕ່ໃນເມື່ອ ຟ້າລິຂິດ ມາແລ້ວ ແລະໃຫ້ເຮົາຕ້ອງຜະເຊີນຫນ້າຕໍ່ສູ້ກັບມັນ ມີຄລິບ ຕອນທີ່ຂ້ອຍໃຫ້ນ້ອງລອງຫັດຂັບເຮືອ ນ້ອງລອຍນ້ຳບໍ່ເປັນ (ຂ້ອຍລອຍນ້ຳເປັນ) ແຕ່ຕອນນີ້ນ້ອງພະຍາຍາມ ຫັດຂັບເຮືອ ເພື່ອມື້ໃດຢາຍບໍ່ຢູ່ແລ້ວ ຫລື ບໍ່ສະບາຍ ຈະໄດ້ຂັບເອງໄດ້ (ແຕ່ຕອນນີ້ນ້ອງສະຕາດເຄື່ອງເຮືອບໍ່ໄດ້ ເພາະຕ້ອງໃຊ້ແຮງດຶງ) ເລື່ອງລາວທັ້ງຫມົດ ແມ່ຢາຍເປັນຜູ້ຖ່າຍທອດໃຫ້ເມດຮັບຊາບ ເມດໄດ້ຮັບອານຸຍາດຈາກແມ່ຢາຍ ໃຫ້ຖ່າຍຮູບ ແລະນຳລາຍລະອຽດ ພ້ອມຮູບຖ່າຍທັ້ງຫມົດ ລົງສື່ອອນໄລ ຮຽບຮ້ອຍແລ້ວ (ການໂອ້ລົມ ນັ່ງເວົ້າ ຫລື ພານ້ອງຫັດຂັບເຮືອ ຢູ່ໃນສາຍຕາ ພົນລະເມືອງດີ ທີມງານຂອງເມດ ຕະລອດເວລາ)

Posted by Poramet Misomphop on Saturday, July 25, 2020

ສາລະໜ້າຮູ້