ເງິນ50%ຮອບສອງກະຍັງມາຕັດອີກ20%ໃນເບື້ອງຕົ້ນຄືບໍ່ເວົ້າວ່າຊິຕັດ ບັດມາເທື່ອນີ້ຄືຕັດ ເງິນທີ່ໄດ້ມາຍັງບໍ່ໄດ້ເຄີ່ງໜື່ງທີ່ເຄື່ອງຂອງເສຍຫາຍໄປເງິນນ້ອຍທໍ່ໃດແຮງມາຕັດ ຄັນຮູ້ວ່າຊິຕັດແບບນີ້ບໍ່ເຊັນເອົາແຕ່ທຳອິດດອກ
ຢາກຮູ້ຄືກັນວ່າເປັນຫຍັງຕ້ອງມາຕັດ ບໍ່ຄິດເຫັນໃຈຜູ້ປະສົບໄພແນ່ບໍ່ ຄັນເລືອກໄດ້ບໍ່ມີໃຜຢາກໃຫ້ເຫດການນີ້ເກີດຂື້ນດອກບໍ່ແມ່ນວ່າຊິຢາກໃຫ້ເຂື່ອນມາແຕກໃສ່ ຄັນເຂື່ອນບໍ່ແຕກຄືຊິຈະເລີນກວ່ານີ້ເປັນ1000ເທົ່າ ກ່ອນຊິຕັດຫຍັງກະໃຫ້ຄິດແນ່ ບໍ່ແມ່ນຊິຢາກໄດ້ແຕ່ເງິນເຂົ້າຖົງໂດຍທີ່ບໍ່ຄິດເຫັນໃຈຜູ້ປະສົບໄພ ຄືບໍລິສັດSK ເຂົາກະໃຊ້ໃຫ້ໝົດແລ້ວເຂົາບໍ່ໄດ້ເວົ້າອີກວ່າຊິຕັດເງິນ20%ຂອງຜູ້ປະສົບໄພ
ຜູ້ໄດ້ຫລາຍເຂົາກະຊິພໍໃຈໃຫ້ຕັດແຕ່ຜູ້ໄດ້ໜ້ອຍຊິເຫລືອຫລາຍປານໃດ ໜີ້ທະນາຄານເຂົາກະມີໃຊ້ໜີ້ກະຍັງບໍ່ພໍແລ້ວ ເງິນຊິຊື້ກິນໃນແຕ່ລະມື້ກະບໍ່ເຫລືອ ຄັນຕັດ20%ນີ້ ຄືສູນປິນດົງນີ້ບໍ່ໄດ້ຫຍັງເລີຍທີ່ເປັນຂອງພັກລັດໃຫ້ບໍ່ວ່າຊິເປັນດິນທົດແທນເຮັດຮົ້ວເຮັດສວນກະບໍ່ໄດ້ຄືສູນອື່ນ ດິນຊິປຸກເຮືອນຖາວອນໃສ່ກະຍັງບໍ່ຮູ້ວ່າຢູ່ໃສ ດິນຊິມາທົດແທນໃຫ້ກະຍັງບໍ່ມີ ຄັນບໍ່ມີຄືຈັ່ງຊັ້ນກະວ່າຊິເອົາເງິນໃຫ້ຄອບຄົວລະສາມລ້ານຫາຫົກລ້ານ ເຮັດແບບນີ້ບໍ່ຖືກບັກຄອບຄົວທີ່ມີຄົນຫລາຍເດຊິພໍກິນພໍໃຊ້ບໍ ຄອບຄົວທີ່ມີຄົນໜ້ອຍກະຊິພໍໃຈຢູ່
ໃນເມື່ອກ່ອນວ່າ5ຄົນຂື້ນໄປໄດ້2ເຮັກຕາ ຄັນຊິໃຫ້ເງິນເປັນຫຍັງບໍ່ໄລ່ໃຫ້ຕາມດິນຊິທົດ ແທນໃຫ້ຄືແຕ່ລະສູນເອົາໄປເອົາມາຜູ້ປະສົບໄພແຮງຊິທຸກເມືອໜ້າຄັນເປັນແບບນີ້