ຫຼວງພະບາງ: ປະຊາຊົນລາຍງານເຫດລະທຶກໄລ່ຈັບຄົນພະຍາຍາມລັກຄໍາ. ເຫດເກີດເວລາປະມານ 10:31 ວັນທີ່ 30/10/2020ມີຄົນເຂົ້າໄປເລືອກຊື້ຄໍາ ທີ່ຮ້ານຄໍາເຂດຕະຫຼາດດາລາ ນະຄອນ ຫຼວງພະບາງ.
ພາຍຫຼັງເລືອກແລະຂໍລອງສາຍຄໍ ມີນໍ້າໜັກ 5 ບາດຄໍາ ໄດ້ ແລ່ນອອກຮ້ານ ແລະ ພະຍາຍາມຈະໜີ, ເຈົ້າຂອງຮ້ານ ແລະ ປະຊາຊົນໃກ້ຄຽງຈິ່ງຊ່ວຍກັນໄລ່ຈັບ.
ຜູ່ກໍ່ເຫດເປັນເພດຍິງ, ເຊິ່ງທາງເຈົ້າໜ້າທີ່ໄດ້ກັກຂັງແລະ ຈະດໍາເນີນຄະດີໄປຕາມຂັ້ນຕອນກົດໝາຍຕໍ່ໄປ.
ຄລິບຕອນໄລ່ຈັບ