ຄວາມຮັກເປັນສິ່ງທີ່ສວຍງາມສະເໝີ ເພາະເປັນການສະເເດງອອກເຖິງຄວາມຮູ້ສຶກດີໆທີ່ມີຕໍ່ກັນ ບໍ່ວ່າຈະເປັນຄວາມຮັກຈາກຄົນອ້ອມຂ້າງ ສັດລ້ຽງ ຄອບຄົວ ໝູ່ເພື່ອນ ຄົນຮັກ ແລະອື່ນໆ ກໍລ້ວນແລ້ວແຕ່ເປັນຄວາມຮູ້ສຶກທີ່ເຮັດໃຫ້ເຮົາມີຄວາມສຸກ ມີສິ່ງດີໆທີ່ມອບໃຫ້ກັນ ຫ່ວງໃຍ ໃສ່ໃຈ ຮັກ ແລະ ຄິດຮອດກັນສະເໝີ
ເຊິ່ງສິ່ງເຫຼົ່ານັ້ນອາດມີຈຸດເລີ່ມຕົ້ນ ແລະ ແນວທາງຄວາມຮູ້ສຶກທີ່ແຕກຕ່າງກັນ ໂດຍສະເພາະຈຸດເລີ່ມຕົ້ນຂອງຄວາມຮັກຂອງໝູ່ເພື່ອນ ເຊິ່ງເປັນຄວາມຮູ້ສຶກໃນຮູບແບບທີ່ອາດຄຸ້ນເຄີຍ ແລະ ສາມາດພັດທະນາຄວາມຮູ້ສຶກໄປໄດ້ຫຼາຍຮູບແບບ.
ຄວາມສຳພັນແບບໝູ່ເພື່ອນເປັນຄວາມສຳພັນອີກຮູບແບບໜຶ່ງຂອງຄວາມຮັກ ເຊິ່ງເປັນການສະເເດງອອກໃນຖານະໝູ່ເພື່ອນທີ່ຢອກຫຼິ້ນນຳກັນ ມີຄວາມສະນິດສະໜົມກັນ ເຮັດກິດຈະກໍາຕ່າງໆນໍາກັນ ມີຄວາມສຸກ ແລະ ຊ່ວຍເຫຼືອກັນໃນດ້ານວຽກງານຕ່າງໆ ຫຼາຍໄປກ່ວານັ້ນ ຄວາມຮູ້ສຶກຂອງເພື່ອນໃນບາງກຸ່ມຄົນກໍສາມາດພັດທະນາໄປໄກເກີນກວ່າຄຳວ່າເພື່ອນໄດ້ ເພາະສັງຄົມເຮົາໃນປັດຈຸບັນ ສາມາດສັງເກດໄດ້ວ່າມີຄູ່ຄອງຫຼາຍຄົນ ທີ່ເຄີຍເປັນໝູ່ເພື່ອນກັນມາກ່ອນ ທີ່ມີການພັດທະນາຄວາມສຳພັນຈົນກາຍມາເປັນຄົນຮັກກັນໄດ້.
ດັ່ງທີ່ຫຼາຍຄົນອາດຮູ້ແລ້ວວ່າຄວາມຮັກບໍ່ສາມາດກຳນົດຮູບແບບຊັດເຈນ ເຊິ່ງມັນຈະຂຶ້ນກັບຈິດໃຈເປັນສ່ວນໃຫຍ່ ສະນັ້ນ ການທີ່ເຮົາຄິດ ຫຼື ແອບມັກໝູ່ຂອງເຮົານັ້ນ ມັນບໍ່ແມ່ນເລື່ອງທີ່ຜິດເລີຍ ພຽງແຕ່ວ່າມັນຈະຖືກຈັງຫວະຫຼືບໍ່? ເຮົາຄວນຄິດຕຶກຕອງໃຫ້ດີວ່າ ເຂົາຈະຄິດເເບບໃດກັບເຮົາ ຫາກເລືອກທີ່ຈະບອກຄວາມໃນໃຈອອກໄປ ເຊິ່ງສິ່ງທີ່ຄວນເຮັດກໍຄື ຫາເບິ່ງສັນຍານຂອງເຂົາວ່າເຂົາມີທ່າທາງທີ່ພໍຈະສົນໃຈເຮົາຫຼືບໍ່? ເພາະນັ້ນອາດເປັນຕົວຊ່ວຍຊຸກຍູ້ໃນການຕັດສິນໃຈຂອງເຮົາກໍເປັນໄດ້.
ການທີ່ເຮົາຈະມັກຮັກໃຜ ມັນບໍ່ແມ່ນສິ່ງທີ່ຜິດເລີຍ ເພາະເຮົາບໍ່ອາດສາມາດຫ້າມໃຈຂອງຕົນເອງໄດ້ ແລະ ສິ່ງທີ່ເຮົາສາມາດເຮັດໄດ້ນັ້ນ ມີສອງທາງເລືອກກໍຄື: ບອກຄວາມໃນໃຈໃຫ້ເຂົາຮູ້ ແລະ ເກັບມັນໄວ້ຈົນກ່ວາທຸກຢ່າງຈະຊັດເຈນ ເຊິ່ງສອງຕົວເລືອກນັ້ນ ມີຫຼາຍຂໍ້ທີ່ເຮົາຄວນຄຳນຶງເຖິງຜົນທີ່ອາດຈະຕາມມາເຊິ່ງອາດໄດ້ຮັບຜົນແຕກຕ່າງກັນໄປເຊັ່ນ: ບາງຄົນຫາກເລືອກທີ່ຈະບອກຄວາມໃນໃຈໃຫ້ເຂົາຮູ້ຜົນໄດຮັບອາດຈະສົມຫວັງ ຫຼື ຜິດຫວັງກໍເປັນໄປໄດ້ ແລະ ບາງຄົນຫາກເລືອກທີ່ຈະລໍຖ້າເພື່ອໃຫ້ທຸກຢ່າງມີຄວາມຊັດເຈນຂຶ້ນ ນັ້ນອາດມີຂໍ້ດີຫຼາຍຢ່າງທີ່ຈະພາໃຫ້ຄວາມຮັກມີຄວາມສົມຫວັງ. ແຕ່ໃນທາງກົງກັນຂ້າມ ໃນຂະນະທີ່ເຮົາລໍຖ້າແຕ່ຄວາມຊັດເຈນ ອາດຈະມີຄົນອື່ນມາເເຊງຄິວຍາດເອົາໄປເປັນແຟນກ່ອນກໍເປັນໄປໄດ້ ດັ່ງຄຳເວົ້າທີ່ວ່າ “ເວລາບໍ່ເຄີຍຄອຍຖ້າໃຜ” ເຊິ່ງນີ້ກໍເປັນອີກເຫດການໜຶ່ງທີ່ມັກເກີດຂຶ້ນເລື້ອຍໆໃນຊີວິດຈິງ.
ສະນັ້ນ ສິ່ງເໝາະສົມທີ່ສຸດທີ່ເຮົາຄວນເຮັດກໍຄື ຄວນຖາມໃຈຕົວເອງໃຫ້ເເນ່ໃຈວ່າ ນີ້ເປັນຄວາມຮູ້ສຶກຂອງຄວາມຮັກແທ້ຫຼືບໍ່? ແລ້ວຫາກເຮົາໄດ້ມີໂອກາດທີ່ໄດ້ຄົບຫາກັນແທ້ໆ ເຮົາໄດ້ປະຄອງຄວາມຮັກໃຫ້ໄປຮອດຝັ່ງໄດ້ຫຼືບໍ່? ເພາະຫາກຄົບກັນແລ້ວໄປບໍ່ຮອດຝັ່ງອາດຈະມີຜົນກະທົບຕໍ່ມິດຕະພາບ ຈົນອາດຈະເສຍໝູ່ທີ່ດີໄປກໍເປັນໄປໄດ້ ແຕ່ຄົນທີ່ຄົບຫາດູໃຈມາຈາກການເປັນໝູ່ເພື່ອນ ກໍມີຫຼາຍຄູ່ເຊັ່ນດຽວກັນທີ່ສາມາດຄອງຮັກກັນໄດ້ຢ່າງສຸກສົມຫວັງ ເພາະນີ້ອາດເປັນຂໍ້ໄດ້ປຽບໃນການຮູ້ຈັກນິໄສໃຈຄໍກັນມາກ່ອນ ເຊິ່ງສາມາດປັບໂຕເຂົ້າຫາກັນໄດ້ເປັນຢ່າງດີ.