ສາລະພັດຄວາມນຮູ້…!!! ແຈກສູດ “ຮໍໂມນຊີວະພາບ” ຊ່ວຍບຳລຸງ ເປັດ-ໄກ່ ໃຫ້ອອກໄຂ່ຫຼາຍ,ໄຂ່ດົກແລະໜ່ວຍໃຫຍ່  ເຮັດແນວໃດໄປເບິ່ງ.

ສາລະພັດຄວາມນຮູ້…!!! ແຈກສູດ “ຮໍໂມນຊີວະພາບ” ຊ່ວຍບຳລຸງ ເປັດ-ໄກ່ ໃຫ້ອອກໄຂ່ຫຼາຍ,ໄຂ່ດົກແລະໜ່ວຍໃຫຍ່ ເຮັດແນວໃດໄປເບິ່ງ.

ການລ້ຽງເປັດ ແລະ ໄກ່ໃຫ້ອອກໄຂ່ຫຼາຍໜ່ວຍໃຫຍ່

– ອັດຕາສ່ວນ: ຣໍໂມນໄຂ່ 1 ບ່ວງໂຕະ ປະສົມກັບ ຈຸລິນຊີໜໍ່ກ້ວຍ 1 ບ່ວງໂຕະ ລະລາຍກັບນໍ້າສະອາດ 10 ລິດ ໃສ່ພາສະນະໃຫ້ເປັດ ແລະ ໄກ່ກິນແທນນໍ້າທຸກມື້

ປະໂຫຍດ: ເປັດໄກ່ຈະມີສຸຂະພາບດີບໍ່ຄຽດ ມີຈຸລິນຊີທີ່ຊ່ວຍຍ່ອຍອາຫານໄດ້ດີ, ກິນອາຫານໄດ້ຫຼາຍຂຶ້ນອອກໄຂ່ຫຼາຍ ແລະ ໜ່ວຍໃຫຍ່
1. ສູດ ແລະ ວິທີການຜະລິດຣໍໂມນໄຂ່

+ ວັດສະດຸ ແລະ ສ່ວນປະສົມ

ໄຂ່ໄກ່ 5 ກກ,  ນໍ້າຕານ 5 ກກ,  ນົມສົ້ມ 1 ຂວດນ້ອຍ,  ແປງ 1 ກ້ອນ,   ນໍ້າສະອາດ 1 ລິດ

+ ວິທີການເຮັດ
ນຳໄຂ່ໄກ່ໄປລ້າງນໍ້າໃຫ້ສະອາດນຳໄປປັ່ນພ້ອມເປືອກໃຫ້ລະອຽດໃສ່ລົງໃນກະຖັງໝັກ ຈາກນັ້ນບົດແປງໃຫ້ລະລາຍນໍ້າ

ນຳໄປຄົນປະສົມກັບໄຂ່ທີ່ປັ່ນລະອຽດ ພ້ອມທັງນໍ້າຕານ ແລະ ນົມສົ້ມກ່ອນປິດຝາຖັງໝັກໃຫ້ແໜ້ນຄົນສ່ວນປະສົມທຸກວັນເຊົ້າ-ແລງ ໝັກປະມານ 14 ວັນ ກ່ອນຕ້ອງເອົາສະເພາະນໍ້າໄປໃຊ້ປະໂຫຍດ

2. ສູດ ແລະ ວິທີການຜະລິດຈຸລິນຊີໜໍ່ກ້ວຍ
+ ວັດສະດຸ ແລະ ສ່ວນປະສົມ
– ໜໍ່ກ້ວຍຊອຍລະອຽດ 3 ກກ
– ນໍ້າຕານ 1 ກກ

+ ວິທີເຮັດ : ນຳໝໍໍ່ກ້ວຍພ້ອມເຫງົ້າ ແລະ ດິນສັບລະອຽດຄົນກັບນໍ້າຕານພາຍໃນຖັງໝັກປິດຝາຖັງໝັກໃຫ້ແໜ້ນ ໝັກປະມານ 7-15 ວັນ ກ່ອນກອງເອົາສະເພາະນໍ້າໄປໃຊ້ປະໂຫຍດ

ຂ່າວທົ່ວໄປ