ນາງສາວລາວນີ້ມີອະພິສິດມາແຕ່ໃສຄືແຕະຕ້ອງບໍ່ໄດ້
ຫລັງຈາກທີ່ວິຈານໂພສ ເລື່ອງນາງສາວລາວ ໄປຮ່ວມພິທີເປິດເຂື່ອນ ຜູ້ຈັດງານປະກວດນາງສາວລາວກໍ່ບໍ່ພໍໃຈ ຕໍ່ວ່າຫລາຍຢ່າງ ແລະຍັງມີການຂົ່ມຂູ່ ເຖິງຂັ້ນບອກວ່າລະວັງບໍມີແຜ່ນດີນຢູ່
ຢາກຮູ້ວ່າທ້າວນີ້ລາວເປັນເຈົ້າຂອງໂລກໃບນີ້ວາ
ຈື່ງມີສິດຈະໃຫ້ໃຜອອກຈາກແຜ່ນດີນນີ້ກະໄດ້ ເປັນຮອດຜູ້ຈັດລະບົບຄວາມຄິດໂຄດລ້າຫລັງ ດັກດານ ຢາກເປັນຄືສັງຄົມທີ່ເຂົາພັດທະນາ ຢາກສ້າງບຸກຄົນສາທາລະນະ
ແຕ່ກັບປິດກັ້ນການວິພາກວິຈານຂອງສາທາລະນະ
ປະເທດທີ່ເຂົາຈະເລີນທາງຄວາມຄິດ ບຸກຄົນສາທາລະນະ ຕ້ອງຮັບຜິດສອບຕໍ່ສັງຄົມສູງ ການກະທຳສິ່ງໃດກໍ່ຕ້ອງລະມັດລະວັງເພາະໂຕເອງຄືຄົນຂອງສັງຄົມ ຖ້າກະທຳບໍ່ຖືກ ຖຶກດ່າຖຶກຕຳນິ ກໍ່ອອກມາຂໍໂທດສັງຄົມ ປັບປຸງປ່ຽນແປງ
ແຕ່ຄວາມຕໍ່ແຫລຂອງບ້ານເຮົາຢາກເປັນຄຶເຂົາ ແຕ່ວິຈານບໍ່ໄດ້ ສິໃຫ້ແຕ່ຍ້ອງຍໍຢ່າງດຽວ ຖ້າຊ່ຳແຍກບໍ່ອອກວ່າອັນໃດເລື່ອງສວ່ນໂຕ ອັນໃດເລື່ອງສາທາລະນະ ແລ້ວເຂົາມາຮັບຜິດຊອບເລື່ອງສາທາລະນະ ມັນຕະຫລົກ ຄຸນສົມບັດພື້ນຖານຊ່ຳນີ້ຍັງບໍ່ມີ ເສືອກເຂົາມາຮັບຜິດຊອບເລື່ອງແບບນີ້.