ຖ້າຈະເວົ້າເຖິງມະຫາເສດຖີໃຈບຸນ ທີ່ບໍລິຈາກເງິນມະຫາສານເຂົ້າການກຸສົນ ຫລາຍຄົນອາດຄິດເຖິງ ວໍເຣນ ບັນເຟດ ຫລື ບິລ ເກດ.
ແຕ່ມື້ນີ້ ພວກເຮົາຈະພາໄປສ້າງຄວາມຮູ້ຈັກກັບ ຊັກ ຟີນີ ມະຫາເສດຖີທີ່ເປັນແບບຢ່າງໃຫ້ ວໍເຣນ ບັບເຟດ ແລະ ບິລ ເກດ ທຸ້ມເງິນບໍລິຈາກເພື່ອປ່ຽນໂລກ ດ້ວຍຄວາມຫວັງທີ່ຈະເຫັນໂລກໜ່ວຍນີ້ດີຂຶ້ນດ້ວຍຕາຕົນເອງ.
ຊັກ ຟີນີ ເປັນມະຫາເສດຖີເຊື້ອສາຍໄອແລນ-ອາເມລິກາ ປັດຈຸບັນມີອາຍຸ 89 ປີ ລາວເກີດຢູ່ລັດນິວເຈີຊີ ຂອງສະຫະລັດອາເມລິກາ ໃນຊ່ວງເສດຖະກິດຕົກຕໍ່າ ໃນໄວໜຸ່ມ ຟີນີ ໄດ້ຮັບໃຊ້ຊາດເປັນທະຫານອາກາດອາເມລິກາ ເຂົ້າຮ່ວມຮົບໃນສົງຄາມເກົາຫລີ ຮັບໜ້າທີ່ເປັນເຈົ້າໜ້າທີ່ວິທະຍຸສື່ສານ ເຊິ່ງນີ້ເປັນຈຸດເລີ່ມຕົ້ນໃຫ້ລາວເຫັນຊ່ອງທາງທຸລະກິດ ໂດຍໃນເວລາຕໍ່ມາ ລາວສົ່ງເຄື່ອງດື່ມແອນກໍຮໍຈາກອາເມລິກາໄປຂາຍແບບປອດພາສີໃຫ້ທະຫານເຮືອອາເມລິກາທີ່ປະຈຳການຢູ່ເອີຣົບ.
ຈາກການຂາຍໃຫ້ທະຫານເຮືອ ຟີນີ ຂະຫຍາຍທຸລະກິດເປັນຮ້ານຄ້າປອດພາສີ Duty Free Shoppers (DFS) ເຄືອຂ່າຍຮ້ານຄ້າປອດພາສີຂະໜາດໃຫຍ່ທີ່ມີສາຂາຢູ່ໃນສະໜາມບິນຫລາຍແຫ່ງທົ່ວໂລກ ແລະ ປະສົບຜົນສຳເລັດ ສ້າງລາຍໄດ້ເປັນກອບເປັນກຳ.
ລາຍງານລະບຸວ່າ: ທຸລະກິດຮ້ານຄ້າປອດພາສີ DFS ເຮັດໃຫ້ທ່ານ ໂຣເບີດ ມິລເລີ ຫຸ້ນສ່ວນຮ່ວມກັບທ່ານ ຟີນີ ເປັນມະຫາເສດຖີອັນດັບທີ 293 ຂອງໂລກ ດ້ວຍມູນຄ່າຊັບສິນ 186.000 ລ້ານກວ່າບາດ, ມີເຮືອນພັກຫລູທັງຢູ່ຮົງກົງ, ນິວຢອກ, ປາຣີ ແລະ ສະວິດເຊີແລນ.
ແຕ່ບໍ່ແມ່ນກັບ ຟີນີ, ລາວເລີ່ມເອົາເງິນຈາກທຸລະກິດຮ້ານຄ້າປອດພາສີມາຕັ້ງມູນນິທິ The Atlantic Philanthropies ແບບລັບໆ ເມື່ອປີ 1982 ເຊິ່ງຕອນນັ້ນລາວອາຍຸ 51 ປີ ໂດຍຕອນທຳອິດບໍ່ມີໃຜຮູ້ວ່າ ຟີນີ ຢູ່ເບື້ອງຫລັງມູນນິທິນີ້.
ເຖິງວ່າເວລາຕໍ່ມາຈະມີຄົນຮູ້ວ່າ ທ່ານ ຟີນີ ເປັນຜູ້ບໍລິຈາກຫລັກໃຫ້ມູນນິທິ The Atlantic Philanthropies ແຕ່ທ່ານ ຟີນີ ຍັງຢືນຢັນວ່າ: ທ່ານບໍ່ຕ້ອງການໃຫ້ຄົນຈົດຈຳທ່ານວ່າເປັນຜູ້ບໍລິຈາກລາຍໃຫຍ່ ຈົນວາລະສານຟອບ ຕັ້ງສາຍາໃຫ້ທ່ານ ຟີນີ ວ່າ: ເປັນນັກບຸນເຈມ ບອນ (James Bond of Philanthropy).
ຕະຫລອດເວລາເກືອບ 40 ປີ ທ່ານ ຟີນີ ລົງເງິນໃຫ້ມູນນິທິຂອງລາວ 8.000 ລ້ານໂດລາ ໂດຍເກືອບເຄິ່ງໜຶ່ງ ຄືປະມານ 3.700 ລ້ານໂດລາ ໄປຊ່ວຍເຫລືອດ້ານການສຶກສາ ໂດຍສະເພາະການບໍລິຈາກໃຫ້ມະຫາວິທະຍາໄລຄໍແນລ ເຊິ່ງທ່ານເປັນນັກຮຽນເກົ່າເຖິງ 1.000 ລ້ານໂດລາ ເພາະຕ້ອງການໃຊ້ຄືນທີ່ທ່ານເຄີຍຮຽນດ້ານການໂຮງແຮມ ຢູ່ມະຫາວິທະຍາໄລຄໍແນລຟຣີ ຈາກການໄດ້ຮັບທຶນຫລັງໄປຮັບໃຊ້ຊາດໃນສົງຄາມເກົາຫລີ.
ນອກຈາກການບໍລິຈາກເພື່ອການສຶກສາ, ທ່ານ ຟີນີ ຍັງຈ່າຍເງິນ 870 ລ້ານໂດລາ ໄປກັບເລື່ອງສິດທິມະນຸດ ແລະ ການເຄື່ອນໄຫວທາງສັງຄົມ ລວມທັງການບໍລິຈາກເງິນເພື່ອພັດທະນາລະບົບສາທາລະນະສຸກໃນປະເທດຫວຽດນາມນຳອີກ.
ເຊັ່ນດຽວກັບມູນນິທິ The Atlantic Philanthropies ທີ່ເຕີບໃຫຍ່ຈົນຕ້ອງຂະຫຍາຍສຳນັກງານໃຫ້ຄວບຄຸມທົ່ວໂລກ ໂດຍມີສຳນັກງານກະຈາຍຢູ່ 10 ສາຂາທົ່ວໂລກ, ມີພະນັກງານ 300 ກວ່າຄົນເຮັດວຽກດ້ານການກຸສົນໂດຍສະເພາະ ຄົນໃກ້ຊິດທ່ານ ຟີນີ ຕ່າງຢືນຢັນວ່າ: ທ່ານ ຟີນີ ເປັນຄົນຕິດດິນ, ບໍ່ມີລົດສ່ວນຕົວ, ບໍ່ມີເຮືອນຫລູຫລາ ທັງຊີວິດຂອງທ່ານ ຟີນີ ມີເກີບບໍ່ເທົ່າໃດຄູ່ ແລະ ຖ້າຕ້ອງເດີນທາງດ້ວຍເຮືອບິນກໍຈະນັ່ງແຕ່ຊັ້ນປະຢັດ ທັງໆທີ່ຄົນທີ່ໄປນຳ ບໍ່ວ່າຈະເປັນເພື່ອນຮ່ວມງານ ຫລື ສະມາຊິກຄອບຄົວຈະໄປນັ່ງຊັ້ນທຸລະກິດກໍຕາມ.
ຄົນໃກ້ຊິດທ່ານ ຟີນີ ເປີດເຜີຍອີກວ່າ: ທ່ານ ຟີນີ ເຄີຍລອງໃຊ້ຊີວິດຫລູຫລາແບບເສດຖີຄົນອື່ນມາແລ້ວ ແຕ່ຮູ້ສຶກວ່າບໍ່ເໝາະກັບຕົວທ່ານ ຈຶ່ງຫັນກັບໄປໃຊ້ຊີວິດລຽບງ່າຍແບບເກົ່າ ເຊິ່ງລູກນ້ອງຈະເຫັນຢູ່ສະເໝີວ່າ ທ່ານ ຟີນີ ໃສ່ໂມງຄາສິໂອລາຄາບໍ່ແພງ ເວລາໄປໃສກໍຈະບໍ່ໃສ່ກະເປົາຫລູ ຫລາຍຄັ້ງທ່ານມາພ້ອມຖົງປລາສະຕິກໃສ່ເອກະສານມາເຮັດວຽກ.
ຈົນກະທັ້ງໃນເດືອນກັນຍາຜ່ານມາ, ທ່ານ ຟີນີ ເຊິ່ງມີອາຍຸ 89 ປີ ແລະ ມີຮ່າງກາຍບໍ່ແຂງແຮງ ຕັດສິນໃຈລົງນາມໃນເອກະສານປິດມູນນິທິ ຫລັງຈາກທີ່ທ່ານບໍ່ເຫລືອເງິນທີ່ຈະບໍລິຈາກໃຫ້ມູນນິທິອີກຕໍ່ໄປ ເຊິ່ງນັ້ນເປັນໄປຕາມເຈດຕະນາທີ່ທ່ານເຄີຍເປີດເຜີຍວ່າ: ຕ້ອງການເຫັນຜົນງານທີ່ໄດ້ຈາກການທຸ້ມບໍລິຈາກດ້ວຍຕາຂອງຕົນເອງ ແລະ ບໍ່ຢາກບໍລິຈາກໃນມື້ທີ່ທ່ານຕາຍໄປແລ້ວ.
ທ່ານ ຟີນີ ໄດ້ຂຽນຈົດໝາຍໄປຫາມະຫາເສດຖີທົ່ວໂລກ ໂດຍຂຽນຈາກເຮືອນຫລັງນ້ອຍໆ ໃນນະຄອນຊານຟຣານຊິສໂກ ເຊິ່ງທ່ານເຊົ່າຢູ່ກັບພັນລະຍາ ແນະນຳໃຫ້ບັນດາເສດຖີບໍລິຈາກເງິນໃນໄລຍະທີ່ຍັງມີຊີວິດຢູ່ ພ້ອມຊັກຊວນວ່າ: ຖ້າໃຜໄດ້ລອງເຮັດແລ້ວຈະມັກຄືທ່ານ.
ຊີວິດຂອງທ່ານ ຟີນີ ທີ່ສຸດທ້າຍເກືອບບໍ່ເຫລືອຫຍັງເລີຍ ຈາກການທຸ້ມບໍລິຈາກຈົນໝົດຕົວ ສ້າງແຮງບັນດານໃຈໃຫ້ມະຫາເສດຖີຫລາຍຄົນ ລວມທັງທ່ານ ບິລ ເກດ ແລະ ທ່ານ ວໍເຣນ ບັຟເຟດ ຈົນເຮັດໃຫ້ທັງສອງສ້າງຕັ້ງ The Giving Pledge ເຊິ່ງເປັນຄຳໝັ້ນສັນຍາວ່າ: ມະຫາເສດຖີທີ່ເຂົ້າຮ່ວມໂຄງການນີ້ຈະຕ້ອງບໍລິຈາກຊັບສິນຢ່າງໜ້ອຍເຄິ່ງໜຶ່ງເພື່ອການກຸສົນ.
ທ່ານ ວໍເຣນ ບັຟເຟດ ລະບຸວ່າ: ທ່ານ ຟີນີ ຄືຮີໂລຂອງທ່ານ ແລະ ເປັນຮີໂລຂອງທ່ານ ບິລ ເກດ ນຳ. ກ່ອນຈະບອກວ່າ: ການໃຊ້ຊີວິດແບບທ່ານ ຟີນີ ເຮັດໃຫ້ທ່ານຄວນໄດ້ຮັບການຍົກຍ້ອງວ່າເປັນຮີໂລຂອງທຸກຄົນ.