ເຮືອຈັກໂຄມໄມ້ທີ່ກາງແມ່ນໍ້າຂອງ ຄົນຕົກນໍ້າ ເຮືອປິ່ນອ້ອມໄປມາ (ມີຄລິບ)

ເຮືອຈັກໂຄມໄມ້ທີ່ກາງແມ່ນໍ້າຂອງ ຄົນຕົກນໍ້າ ເຮືອປິ່ນອ້ອມໄປມາ (ມີຄລິບ)

ຈຳປາສັກ ລາຍງານຈາກປະຊາຊົນໃນຕອນເຊົ້າຂອງວັນທີ່ 19 ສິງຫາ 2020 ຜ່ານມາເກີດເຫດສະເທືອນຂວັ ເຮືອຈັກໄປຄົມເອົາຂອນຢູ່ກາງແມ່ນ້ຳຂອງ ເຂດບ້ານດອນຖານ ເມືອງໂຂງ ແຂວງຈຳປາສັກ

ອຸບັດຕິເຫດເຮັດໃຫ້ຄົນຂັບເຮືອ ແລະ ຜູ່ໄປນໍາອີກ 1 ຄົນ ຕົກລົງຈາກເຮືອ, ສ່ວນເຮືອແມ່ນຈັກຍັງຕິດ ແລະ ແລ່ນປິ່ນອ້ອມຕົນເອງໄປມາ.

ເຮືອເສຍຫຼັກ ບໍ່ຮູ້ສາຍເຫດ

Posted by ນາງສຸກສະຫວັນ ເຂັມຄຳ on Tuesday, August 18, 2020

ປະຊາຊົນ ໄດ້ພາກັນໄປຊ່ວຍເອົາຄົນ ແລະ ເຮືອເຈົ້າຝັ່ງໄດ້ປອດໄພ. ເຕືອນໄພທຸກຄົນ ໃຫ້ລະມັດລະວັງການເດີນທາງໃນລະດູຝົນເພາະອາດມີໄມ້ໃຫຍ່ໄຫຼຈົມມາຕາມກະແສນໍ້າ.

ຂ່າວທົ່ວໄປ