ເອີ້ນໝູ່ມາເບິ່ງດ່ວນ! ຫາເບິ່ງໄດ້ຍາກ ບ່າວສາວຍຸກອອນລາຍຈີບກັນດ້ວຍກອນຮັກ.

ເອີ້ນໝູ່ມາເບິ່ງດ່ວນ! ຫາເບິ່ງໄດ້ຍາກ ບ່າວສາວຍຸກອອນລາຍຈີບກັນດ້ວຍກອນຮັກ.

ອັນວ່ານວນນາດນ້ອງ ຄີວບໍ່ກົ່ງດັງບໍ່ຄົມ ຜົມບໍ່ຍາວຜີວບໍ່ຂາວ ຫຸ້ນບໍ່ງາມປານແຕ້ມ ໄດ້ແຕ່ແນມຊາຍຄົນໂກ້ ໂອເດນໍບຸນບໍ່ຮອດຄາດຊິບໍ່ໄດ້ກອດນອນຊ້ອນ ຄຽງຂ້າງອ້າຍຜູ້ຮູບງາມຊ້ຳນໍ

ເຈົ້າຂາວງາມຄືນວນດອກຝ້າຍ ຂາວງົດງາມປານດອກຟ້າ ອ້າຍຜູ້ແຫຼ້ຕ່ຳດຳກາ ຊິມີວາດສະໜາໄດ້ເຊີຍຊົມບໍ່ນໍ

ຖ້າວ່າອ້າຍຮັກແທ້ໃຫ້ບອກແມ່ມາຂໍ ນ້ຊິບໍພຽງຊາຍໃຫ້ອ້າຍມາໝາຍໝັ້ນ ຫຼາຍພັນສາກະຊິຖ້າລໍຊາຍມາຕົບແຕ່ງຄ່າສິນສອດບໍ່ແພງດອກອ້າຍ ຖະແນມອ້າຍນັ້ນຈິງໃຈ

ນ້ອງຜູ້ສູງພຽງຟ້າ ຄົນງາມອາດມີຄູ່ຊ້ອນ ອ້າຍຄືຊິໄດ້ແຕ່ຄອງຄອຍຖ້າ ບໍ່ມີບຸນວາດສະໜາໄດ້ຮ່ວມຊ້ອນຫາກມີບຸນຮ່ວມສ້າງ ກັບນວນນ້ອງຜູ້ງົດງາມ ຄືຊິເປັນບຸນແກ່ຊາຍ ໂຕອ້າຍຜູ້ໝາຍປອງພຽງນາງນັ້ນເດ

 

 

ອ້າຍຜູ້ແຫຼ້ຕ່ຳດຳກາ ບໍ່ມີຍິງໃດໝາຍປ່ອງ ບໍ່ຄືນ້ອງຜູ້ຂາວງາມຄີ້ວກົ່ງ ຢ້ານມີຫຼາຍຊາຍໝາຍປ່ອງໝັ້ນ ເຫັນຊາຍອື່ນດີກ່ວາອ້າຍ  ຫົວໃຈນາງພັດຊິປ່ຽນຈາກຊາຍ ອ້າຍຜູ້ຕ່ຳພຽງດິນ ບໍ່ຫວນຄູ່ຄອງຫົງຟ້າ ອາຍຸວັນນາພ້ອມ ໜ້າຕາກາຍກໍ່ເຖົ້າ ຫາກວ່າໃຈນາງເຈົ້າບໍ່ຕິອ້າຍກາງຖ້າຕໍ່ໃຈຊາຍ ຫາກວ່ານາງບໍ່ໝາຍຊາຍອື່ນ ຕົວອ້າຍຊິຂໍຮ່ວມສ້າງ ເຮັດໃຫ້ໃຈຊາຍເຊື່ອໝັ້ນ ເວລາຜ່ານໄປບໍ່ມີປ່ຽນ ຊິຂໍວຽນເວີ້ງ ມາສູ່ນວນນາງ ແທ້ແລ້ວ

ຂ່າວທົ່ວໄປ