ແມ່ຫນີທ່ຽວກັບຜູ້ຊາຍ ຖິ້ມລູກສາວອາຍຸ 3ປີ ຢູ່ບ້ານຄົນດຽວ 8ມື້ຈົນສິ້ນໃຈ

ແມ່ຫນີທ່ຽວກັບຜູ້ຊາຍ ຖິ້ມລູກສາວອາຍຸ 3ປີ ຢູ່ບ້ານຄົນດຽວ 8ມື້ຈົນສິ້ນໃຈ

ເຫດສະເທືອນໃຈຊັອກໄປທົ່ວຍີ່ປຸ່ນ ຕຳລວດໃນກຣຸງໂຕກຽວຂອງຍີ່ປຸ່ນ ຈັບກຸມນາງຊາກິ ຄາເຄອາຊິອາຍຸ 24 ປີ

ຫລັງຈາກທີ່ລາວປ່ອຍໃຫ້ລູກສາວຊື່ເດັກຍິງໂນອະ ອາຍຸ 3 ປີ ຢູ່ໃນຫ້ອງພັກໃນຕຶກຫລັງຫນຶ່ງຕາມລຳພັງຜູ້ດຽວດົນກວ່າ 1 ອາທິດຈົນເປັນເຫດໃຫ້ລູກສາວນັ້ນເສຍຊີວິດເພາະຂາດອາຫານ

ຈາກການສອບສວນຂອງຕຳລວດພົບວ່ານາງຄາເຄອາຊິ ໄດ້ຖິ້ມລູກສາວອາຍຸ 3 ປີໄວ້ຕາມລຳພັງ ເພື່ອໄປຢູ່ກັບແຟນຫນຸ່ມທີ່ຈັງຫວັດຄາໂງຊິມະ ດົນເຖິງ 8 ມື້

ຕັ້ງແຕ່ຊ່ວງຕົ້ນເດືອນທີ່ຜ່ານມາ ກ່ອນທີ່ຈະກັບມາບ້ານແລະພົບຮ່າງລູກສາວນອນແນ່ນິ່ງກາຍເປັນຮ່າງໄຮ້ວິນຍານ ລາວຈຶ່ງຮີບໂທເອີ້ນລົດພະຍາບານແລະພະຍາຍາມປ່ຽນຜ້າອ້ອມໃຫ້ລູກສາວ ລາວບອກຕຳລວດວ່າ ບໍ່ຄິດວ່າລູກສາວຈະເສຍຊີວິດແລະຄິດວ່າບໍ່ເປັນຫຍັງ ທີ່ຈະປ່ອຍລູກໃຫ້ຢູ່ຄົນດຽວໃນຫ້ອງພັກ

ຈາກການສືບສວນນາງຄາເຄອາຊິ ເບື້ອງຕົ້ນ ຍັງພົບວ່າເປັນໄປໄດ້ທີ່ນາງຄາເຄອາຊິ ນັ້ນມັກຈະຖິ້ມປະລູກສາວໃຫ້ຢູ່ໃນຫ້ອງຕາມລຳພັງຫລາຍຄັ້ງແລະມີການທາລຸນກຳແລະທຳຣ້າຍຮ່າງກາຍລູກສາວ

ຂະນະທີ່ຜົນການຊັນສູດສົຍ ພົບວ່າລູກສາວຂອງລາວເສຍຊີວິດເນື່ອງຈາກຫິວໂຫຍແລະຂາດນ້ຳໃນຮ່າງກາຍຂັ້ນຮຸນແຮງ

ເນື່ອງຈາກແພດໄດ້ຜ່າຊັນສູດບໍ່ພົບເສດອາຫານຢູ່ໃນກະເພາະ ແລະຍັງພົບວ່າມີຕຸ່ມຕາມກົ້ນ

ຊຶ່ງຄາດວ່າເປັນເພາະໃສ່ຜ້າອ້ອມເດັກທີ່ບໍ່ໄດ້ປ່ຽນມາເປັນເວລານານ ແລະພາວະຄວາມສົກກະປົກພາຍໃນຫ້ອງທີ່ເຕັມໄປດ້ວຍກອງຂີ້ເຫຍື້ອ

ຂ່າວທົ່ວໄປ