ບົດທີ່1 ການຂ້າມດ່ານຍຸກໂຄວິດ-19
ຂ້ອຍເປັນໜຶ່ງໃນຄົນລາວທີ່ກັບຈາກຕ່າງປະເທດ(ໄທ) ຂ້ອຍອາໄສຢູ່ປະເທດໄທ(ມີວີຊ່າຖືກຕ້ອງ) 10ກວ່າປີ ແລະມີທຸລະກິດນ້ອຍໆຢູ່ພາກເໜືອຂອງລາວ (ແຂວງບໍ່ແກ້ວ) ຜ່ານມາແມ່ນທຽວເຂົ້າ-ອອກດ່ານຂົວມິດຕະພາບ4 ອາທິດລະຄັ້ງ ເນື່ອງຈາກຕ້ອງຂ້າມໄປເບິ່ງກິດຈະການຢູ່ຝັ່ງລາວ
ຫຼັງຈາກທີ່ທາງລັດທະບານລາວ ແລະ ໄທ ສັ່ງປິດດ່ານ ຂ້ອຍແມ່ນຢູ່ໄທກັບຄອບຄົວ ຕັ້ງແຕ່ 20/3/2020 ໂດຍອາໃສໂລກອອນລາຍໃນການຕິດຕາມ ແລະ ບໍລິຫານ ກິດຈະການຢູ່ຝັ່ງລາວ
ຈົນເຖິງເດືອນ7 ແມ່ຂອງຂ້ອຍປ່ວຍໜັກ ຂ້ອຍໄດ້ປະສານ ກັບສະຖານທູດລາວ ປະຈຳປະເທດໄທຢູ່ ກຸງເທບ ຂໍລົງທະບຽນ ກັບປະເທດລາວ ເພື່ອຈະໄດ້ໄປເຫັນໜ້າແມ່ເປັນຄັ້ງສຸດທ້າຍ
ໃນທີ່ສຸດຫຫຼັງຈາກລົງທະບຽນກັບສະຖານທູດ ປະມານອາທິດທີ່3 ຂ້ອຍກໍ່ໄດ້ຮັບໃບອານຸຍາດໃຫ້ກັບລາວໄດ້ ສະຖານທູດເພິ່ນລະບຸໃຫ້ຂ້າມດ່ານ ຂົວມິດຕະພາບ1 (ໜອງຄາຍ-ວຽງຈັນ)
ໃນທີ່ສຸດກໍ່ເຖິງມື້ເດີນທາງ ຊີວິດຄົນເຮົາບາງຄັ້ງມັນກໍ່ບໍ່ຍຸດຕິທຳ ພໍເດີນທາງມາໄດ້ເຄິ່ງທາງ ຂ້ອຍໄດ້ຮັບຂ່າວຈາກອ້າຍບອກວ່າ ແມ່ເສຍແລ້ວ
ແນວໃດກໍ່ຕາມຂ້ອຍກໍ່ຍັງຢາກຂ້າມກັບບ້ານຢູ່ດີ ມີຄວາມຫວັງວ່າຖ້າອະທິບາຍຄວາມຈຳເປັນ ໃຫ້ເພິ່ນຟັງບາງເທື່ອ ເພິ່ນອາດຈະມີນະໂຍບາຍໃຫ້ຂ້າພະເຂົ້າ ໄດ້ໄປງານສົບແມ່ ແຕ່ບໍ່ເລີຍ ແນວໃດກໍ່ຕ້ອງກັກຕົວກ່ອນ 14 ວັນ ຂ້ອຍໄດ້ລົມກັບພີ່ນ້ອງວ່າ ບໍ່ຕ້ອງລໍຖ້າຂ້ອຍ ໃຫ້ເຮັດຮີດຄອງໂລດ ຂ້ອຍໄດ້ຢຽບແຜ່ນດິນລາວອີກຄັ້ງ ໃນມື້ທີ່ແມ່ຂຶ້ນສະຫວັນ (ສົ່ງສະການ10/8/2020)
ທາງໜ່ວຍສະເພາະກິດຢູ່ດ່ານເພິ່ນໄດ້ອະທິບາຍເຖິງຄວາມສ່ຽງ ຫຼາຍໆຢ່າງ ຂ້ອຍເຂົ້າໃຈວ່າ ພະຍາດໂຄວິດ19 ເຮັດໃຫ້ໂລກເຮົາປະຈຸບັນບໍ່ຄືເກົ່າແລ້ວ ຈະຖືເບົາບໍ່ໄດ້ ຕ້ອງຊ່ວຍກັນຮັບຜິດຊອບຕໍ່ສັງຄົມ ທຳອິດຂ້ອຍບໍ່ຢາກໄປກັກຕົວຢູ່ສູນ ຢ້ານວ່າບໍ່ມີພີ່ນ້ອງສົ່ງເຂົ້າສົ່ງນ້ຳ ຂ້ອຍມີຄວາມຫວັງຈະໄປກັກຕົວຢູ່ໂຮງແຮມທີ່ທາງການເພິ່ນກຳນົດໃຫ້ ແລະ ຄ່າໃຊ້ຈ່າຍແມ່ນແພງຫຼາຍ ຕ້ອງຈ່າຍເອງໝົດ ປັນຫາອີກອັນໜຶ່ງແມ່ນຂ້ອຍບໍ່ໄດ້ຕິດຕໍ່ໄວ້ກ່ອນລ່ວງໜ້າ (ທໍາມະດາຈະມີລົດຕູ້ຂອງໂຮງແຮມມາຮັບ) ສຸດທ້າຍຂ້ອຍເລີຍໄດ້ໄປຕາມຂະບວນການ (ກັບກຸ່ມພີ່ນ້ອງແຮງງານລາວທີ່ກັບຈາກໄທປະມານ 70ຄົນ)
ບົດທີ່2 ສະພາບການ ຫຼັງຈາກຂ້າມດ່ານມາຮອດລາວ
ທາງໜ່ວຍສະເພາະກິດເພິ່ນເອົາລົດທະຫານຄັນບັກໃຫຍ່ ໄປລໍຖ້າຮັບ 3 ຄັນ ຜູ້ຊາຍຂຶ້ນຄັນໜຶ່ງ ຜູ້ຍິງກັບເດັກນ້ອຍຂຶ້ນຄັນໜຶ່ງ ຄັນໜຶ່ງໃສ່ກະເປົາເຄື່ອງ ຕັ້ງແຕ່ນີ້ໄປອີກ14ມື້ຈະເປັນແນວໃດ ບໍ່ມີໃຜອະທິບາຍໃຫ້ຮູ້ລ່ວງໜ້າເລີຍ ໃນຊົ່ວໂມງນັ້ນ ຄິດໄດ້ແຕ່ວ່າ ພວກເຈົ້າຢູ່ໄດ້ຂ້ອຍກໍ່ຕ້ອງຢູ່ໄດ້ ຕົກຢູ່ເມືອງລາວເຮົາເວົ້າພາສາດຽວກັນ ຄົນລາວເຮົາພື້ນຖານແມ່ນເປັນຄົນມີນ້ຳໃຈຢູ່ແລ້ວ
ລົດທະຫານທັງ3ຄັນ ຂັບອອກຈາກດ່ານ ປະມານ30ນາທີ່ກໍເຖິງສູນກັກຕົວ ເພິ່ນວ່າສະຖານທີ່ແຫ່ງນີ້ ຜ່ານມາແມ່ນ ໂຮງຮຽນ ກອງພັນຍິງປືນອາຊຽນຫຼັກ27 ມາຮອດສູນ ກໍ່ມີໜ່ວຍສະເພາະກິດປະຈຳສູນ ເພິ່ນມາຕ້ອນຮັບກຸ່ມທີ່ມາໃໝ່ (ກໍ່ຄືກຸ່ມພວກເຮົານີ້ແຫຼະ) ເຈົ້າໜ້າທີ່ອະທິບາຍ ຈັດແຈງຫ້ອງໃຫ້ທຸກຄົນ ໂດຍຫ້ອງໜຶ່ງກຳນົດບໍ່ເກີນ 3ຄົນ ແຍກ ຕຶກຊາຍຕ່າງຫາກ ຕຶກຜູ້ຍິງຕ່າງຫາກ ແລະ ຕຶກທີ່ມາເປັນຄອບຄົວ ພໍ່ແມ່ລູກ ຕ່າງຫາກ ຂ້ອຍໄດ້ຢູ່ຫ້ອງກັບອີກສອງສາວ ທີ່ເຂົາເຈົ້າກໍ່ເດີນທາງມາຜູ້ດຽວ ຄືກັບຂ້ອຍ ເປັນຫ້ອງພັດລົມ ມີຫ້ອງນ້ຳໃນ ມີນເຄື່ອງເຮັດນ້ຳອຸ່ນພ້ອມ(ດີໃຈເພາະບໍ່ມັກອາບນ້ຳເຢັນ) ອຸປະກອນໃນຫ້ອງມີຜ້າເສື່ອບາງໆ 3ຜືນ ກັບໝອນເກົ່າທີ່ຜ່ານການໃຊ້ແລ້ວ 3 ໜ່ວຍ ບໍ່ມີຜ້າຫົມ ບໍ່ມີຜ້າປູ ເວົ້າບໍ່ອອກ ແຕ່ຄິດໃນໃຈ (ໂອ້ຍເນາະ ມາຫອມແທ້ເດ່ ກູຈະນອນໄດ້ບໍ່ນໍ້)
ສ່ວນຫຼາຍຜູ້ທີ່ເດີນທາງມາເຂົາເຈົ້າກຽມຕົວມາຢ່າງດີຄື ເອົາຜ້າຫົ່ມຜ້າປູມຸ້ງໝອນມານຳພ້ອມ ຫຼືໃຫ້ພີ່ນ້ອງຢູ່ແຖວມໍ່ນີ້ເອົາມາສົ່ງໃຫ້ກໍ່ໄດ້ ແຕ່ຂ້ອຍຕີ້ມີແຕ່ເສື້ອຜ້າກັບເຄື່ອງໃຊ້ສ່ວນຕົວເລັກໆນ້ອຍໆ ໂຊກດີນ້ອງສາວໃນຫ້ອງດຽວກັນເຂົາເຈົ້າມີພີ່ນ້ອງຢູ່ໃກ້ແຖວນີ້ ຂ້ອຍເລີຍວານຂໍໃຫ້ພີ່ນ້ອງເຂົາເຈົ້າຊື້ຜ້າຫົ່ມເຄື່ອງນອນ ແລະ ເຄື່ອງຂອງທີ່ຈຳເປັນມາໃຫ້
ບົດທີ່3 ສະພາບການຫ້ອງພັກ ທີ່ສູນກັກຕົວ ຫຼັກ27
ມື້ທີ່1. ສູນກັກຕົວນີ້ເປັນສູນໃຫຍ່ (ຄິດວ່າຮັບໄດ້ປະມານ1,000ຄົນ) ສູນລະດັບປະເທດກໍ່ວ່າໄດ້ ຄວາມເຂັ້ມງວດ ກໍ່ຕ້ອງເຂັ້ມງວດລະດັບປະເທດເຊັ່ນກັນ ມີທະຫານຍາມ ຄົນໃນບໍ່ໃຫ້ອອກ ຄົນນອກບໍ່ໃຫ້ເຂົ້າ ຖ້າພີ່ນ້ອງຕ້ອງການສົ່ງເຄື່ອງຂອງ ຫຼື ອາຫານມາໃຫ້ ກໍ່ເອົາມາປະໄວ້ ປ້ອມຍາມແລະຂຽຍຊື່ ເບີຕຶກ ເບີຫ້ອງ ຂອງຜູ້ຮັບໄວ້ລະອຽດ ແລ້ວ ອ້າຍທະຫານເພິ່ນຈະເປັນຜູ້ບໍລິການຫິ້ວມາໃຫ້ເອງ
ຢູ່ໃນຫ້ອງນ້ຳກໍ່ຈະມີອຸປະກອນ ນ້ຳຢາຖູພື້ນໄວ້ໃຫ້ເຮົາຊ່ວຍກັນເຊັດຖູຫ້ອງນອນໃຫ້ສະອາດ ອີກບໍ່ດົນ ກໍ່ມີເຈົ້າໜ້າທີ່ເອົາຖົງດຳໆມາສົ່ງໃຫ້ ຄົນລະຖົງ ໃນຖົງດຳປະກອບມີ ສະບູ່ ໄມ້ຖູແຂ້ວ ຢາຖູແຂ້ວ ແຟັບຊັກເຄື່ອງ ຜ້າອະນາໄມ(ສະເພາະຜູ້ຍິງ) ຈອກກິນນ້ຳ ແລະ ບ່ວງກັບສ້ອມ ຂອງໃຜຂອງລາວ (ຮູ້ສຶກດີ ທີ່ເພິ່ນໃສໃຈລາຍລະອຽດ)
ແລງມາອ້າຍທະຫານ ເອີ້ນປະຊຸມ ອ່ານກົດລະບຽບຂອງການກັກຕົວ ແລະ ໃຫ້ຮັກສາສຸຂະອານາໄມ ບໍ່ຈຳເປັນບໍ່ໃຫ້ອອກຈາກຫ້ອງ ຢູ່ຫ່າງຈາກຜູ້ອື່ນ ໃສ່ຫນ້າກາກອະນາໄມທຸກຄັ້ງ ທີ່ອອກໄປພົບຜູ້ຄົນຫລາຍໆ ພາຍນອກຫ້ອງ ຕອນແລງໃຫ້ຍ່າງ ຫຼື ແລ່ນອອກກຳລັງກາຍໄດ້ ເວລາຢູ່ນອກຫ້ອງ ຫຼື ນອກຕຶກ ຜູ້ຍິງຫ້າມໃສ່ໂສ້ງສັ້ນ ແລະ ອື່ນໆ ການປະຕິບັດກົດລະບຽບທຸກຂໍ້ກໍ່ເພື່ອຄວາມເປັນລະບຽບ ແລະ ຄວາມປອດໄພຂອງຕົວເຮົາເອງ
ຢູ່ໃນຫ້ອງນ້ຳກໍ່ຈະມີອຸປະກອນ ນ້ຳຢາຖູພື້ນໄວ້ໃຫ້ເຮົາຊ່ວຍກັນເຊັດຖູຫ້ອງນອນໃຫ້ສະອາດ ອີກບໍ່ດົນ ກໍ່ມີເຈົ້າໜ້າທີ່ເອົາຖົງດຳໆມາສົ່ງໃຫ້ ຄົນລະຖົງ ໃນຖົງດຳປະກອບມີ ສະບູ່ ໄມ້ຖູແຂ້ວ ຢາຖູແຂ້ວ ແຟັບຊັກເຄື່ອງ ຜ້າອະນາໄມ(ສະເພາະຜູ້ຍິງ) ຈອກກິນນ້ຳ ແລະ ບ່ວງກັບສ້ອມ ຂອງໃຜຂອງລາວ (ຮູ້ສຶກດີ ທີ່ເພິ່ນໃສໃຈລາຍລະອຽດ)
ແລງມາອ້າຍທະຫານ ເອີ້ນປະຊຸມ ອ່ານກົດລະບຽບຂອງການກັກຕົວ ແລະ ໃຫ້ຮັກສາສຸຂະອານາໄມ ບໍ່ຈຳເປັນບໍ່ໃຫ້ອອກຈາກຫ້ອງ ຢູ່ຫ່າງຈາກຜູ້ອື່ນ ໃສ່ຫນ້າກາກອະນາໄມທຸກຄັ້ງ ທີ່ອອກໄປພົບຜູ້ຄົນຫລາຍໆ ພາຍນອກຫ້ອງ ຕອນແລງໃຫ້ຍ່າງ ຫຼື ແລ່ນອອກກຳລັງກາຍໄດ້ ເວລາຢູ່ນອກຫ້ອງ ຫຼື ນອກຕຶກ ຜູ້ຍິງຫ້າມໃສ່ໂສ້ງສັ້ນ ແລະ ອື່ນໆ ການປະຕິບັດກົດລະບຽບທຸກຂໍ້ກໍ່ເພື່ອຄວາມເປັນລະບຽບ ແລະ ຄວາມປອດໄພຂອງຕົວເຮົາເອງ