ສະຫະພັນແມ່ຍິງ ເມືອງນາໝໍ້ ແຂວງອຸດົມໄຊ ກໍາລັງ ປະສານງານ ກັບກົງສູນ ປະເທດຈີນ ໃຫ້ສືບຫາ ແມ່ຍິງລາວ ຈ່ຳນວນ 30 ປາຍຄົນ ທີ່ຫາຍໄປ ກັບຄົນຈີນ ຕັ້ງແຕ່ປີ 2004 ເປັນຕົ້ນມາ ດັ່ງເຈົ້າໜ້າທີ່ ສະຫະພັນແມ່ຍິງ ແຂວງອຸດົມໄຊ ໄດ້ກ່າວ ໃນວັນທີ 16 ທັນວາ ນີ້ວ່າ: ເມືອງນາໝໍ້ເຮົາ ມີ 30 ປາຍຄົນນີ້ ຍັງຢູ່ປະເທດຈີນ ຍັງບໍ່ໄດ້ກັບບ້ານ ແລະບໍ່ຮູ້ສາເຫດ ວ່າຢູ່ໃສ ແລ້ວກໍໂທຫາ ກົງສູນຈີນແລ້ວໃຫ້ຂະເຈົ້າສືບ
ໃຫ້ເຂົາເຈົ້າຕິດຕໍ່ ສອບຖາມໃຫ້ ເຂົາເຈົ້າກໍສືບ ກໍວ່າ ບໍ່ໄດ້ຂໍ້ມູນ ບໍ່ເຫັນ ປະຊາຊົນ ບ້ານ ປາງທອງ ເມືອງນາໝໍ້ ຜູ້ນຶ່ງ ກ່າວວ່າ ໃນລະຫວ່າງ ປີ 2004 ແລະ 2008 ໃນບ້ານປາງທອງ ມີແມ່ຍິງລາວ ຫາຍໄປກັບຄົນຈີນ ແລ້ວຍັງບໍ່ທັນ ກັບຄືນມາລາວ ຈ່ຳນວນ 4 ຄົນ ເຊິ່ງຕອນທີ່ພວກນາງ ຫາຍໄປນັ້ນ ອາຍຸພວກນາງ ລະຫວ່າງ 15 ແລະ 18 ປີ ແລະ ຄອບຄົວ ມີຖານະທຸກຍາກ ທ່ານກ່າວວ່າ ປັດຈຸບັນ ພໍ່ແມ່ຂອງພວກນາງ ກໍບໍ່ຮູ້ ຈະຊອກຫາ ພວກນາງແນວໃດ ຍ້ອນບໍ່ມີເງິນ.
“ມົ້ງຈີນຫັ່ນ ມາຕົວະບ້ານເຮົານີ້ ຊ່ວງໄລຍະຫັ່ນ ໄປແຕ່ 4 ຄົນ ບໍ່ຮູ້ຂ່າວເລີຍ ຈັກໄປທາງໃດເລີຍນ່າ ພໍ່ແມ່ກໍ່ທຸກຍາກແດ່ ເຂົາໄປແຈ້ງ ແລ້ວບາດນີ້ໄປຊອກແລ້ວບໍ່ຮູ້ຊອກວ່າຊີ້ເດ ແຈ້ງໃຫ້ ປກສ ໄປແນະນໍາແຕ່ວ່າບໍ່ມີເງິນເປັນຄ່່າລົດຄ່າລາງໃຫ້ເຂົາໄປ ກໍ່ເລີຍປະ” ທ່ານກ່າວຕື່ມວ່າ ວິທີທີ່ຄົນມົ້ງຈີນມາຕົວະເອົາແມ່ຍິງລາວ ຊົນເຜົ່າມົ້ງ 4 ຄົນ ພາຍໃນບ້ານປາງທອງໄປຈີນນັ້ນກໍຄື ໃນນັ້ນ 2 ຄົນ ຖືກຄົນມົ້ງຈີນຕົວະແຕ່ງງານຢູ່ລາວ.
ຫຼັງຈາກນັ້ນກໍ່ພາຂີ່ລົດໄປທາງລັດ ໂດຍບໍ່ຜ່ານດ່ານ ກວດຄົນເຂົ້າ-ອອກເມືອງຂອງລາວ ແລະ ຈີນ ໃນຂະນະທີ່ອີກ 2 ຄົນ ລົມກັບຄົນຈີນ ຜ່ານທາງໂທລະສັບນັດພົບກັນແລ້ວໄປທ່ຽວກໍ່ບໍ່ກັບເລີຍ ພໍ່ແມ່ພວກນາງກໍ່ບໍ່ສາມາດຕິດຕໍ່ໄດ້ ກ່ຽວກັບເລື່ອງດັ່ງກ່າວນີ້ ເຈົ້າໜ້າທີ່ຫ້ອງການສະກັດກັ້ນ ການຄ້າມະນຸດເມືອງນາໝໍ້ກ່າວວ່າ ປັດຈຸບັນ ປກສ ແຂວງໄດ້ແຈ້ງການໃຫ້ ປກສ ເມືອງຈັດຕັ້ງທີມງານລົງຮິບໂຮມຂໍ້ມູນ ທີ່ແມ່ຍິງລາວຫາຍໄປກັບຄົນຈີນຕາມຂອບເຂດບ້ານທີ່ຕິດຈອດກັບຊາຍແດນຈີນ ເພື່ອສົ່ງໃຫ້ກົງສູນຈີນ ຊອກຫາແມ່ຍິງລາວ ທັງ 4 ຄົນນັ້ນ.
“ແຂວງຫາກະໂທມາວ່າ ໃຫ້ພວກເຮົາເກັບກັມຂໍ້ມູນ ແລ້ວກໍໄລຍະນີ້ພວກເຮົາກໍຍັງຄາກອງປະຊຸມນີ້ຄາກອງປະຊຸມອົງຄະນະພັກເມືອງ ພວກເຮົາຍັງບໍ່ທັນເປີດເທື່ອ ພວກເຮົາຈະສຸມໃສ່ໂຕກອງປະຊຸມ ແລ້ວຈັ່ງຄ່ອຍລົງໄປເກັບກຳຫັ້ນນ່າ ເພາະວ່າກໍາລັງພວກເຮົາ ກໍໜ້ອຍແດ່” ເຖິງຢ່າງໃດກໍຕາມເຈົ້າໜ້າທີ່ຫ້ອງການສະກັດກັ້ນການຄ້າມະນຸດເມືອງນາໝໍ້ຜູ້ດຽວກັນນີ້ກ່າວວ່າ ປັດຈຸບັນ ປກສ ເມືອງຍັງພົບຄວາມຫຍຸ້ງຍາກ
ໃນການລົງຮິບໂຮມຂໍ້ມູນ ແມ່ຍິງລາວຫາຍໄປກັບຄົນຈີນຍ້ອນວ່າບໍ່ມີງົບປະມານໃນການເດີນທາງ ແຕ່ເຈົ້າໜ້າທີ່ ປກສເມືອງກໍຈະປະຕິບັດຕາມຄຳສັ່ງຂອງຂັ້ນເທິງຕໍ່ໄປ ກະຊວງປ້ອງກັນຄວາມສງົບ ລາຍງານວ່າສະເພາະປີ 2019ນີ້ໄດ້ກວດພົບຄົນລາວທີ່ຖືກສົ່ງກັບມາແຕ່ຕ່າງປະເທດຫຼາຍກວ່າ 4000 ຄົນ ໃນນີ້ມີຜູ້ຖືກເຄາະຮ້າຍຈາກການຄ້າມະນຸດຈ່ຳນວນຫນຶ່ງ ຈາກການຖືກຕົວະໄປແຕ່ງງານກັບຄົນຕ່າງປະເທດ ແລະ ຕົກເປັນເຫຍື່ອການຄ້າມະນຸດແບບບໍ່ຮູ້ໂຕ.