ສາມີຮັກພັນລະຍາຫລາຍ ຂໍສ້າງອານຸສອນລະລຶກໄວ້ໃນບ້ານ

ສາມີຮັກພັນລະຍາຫລາຍ ຂໍສ້າງອານຸສອນລະລຶກໄວ້ໃນບ້ານ

ເຮົາມັກຈະເຫັນວິທີການທີ່ແຕກຕ່າງກັນອອກໄປໃນການສະແດງຄວາມຮັກຄວາມເຄົາລົບຕໍ່ຄົນທີ່ເຮົາຮັກ ເພື່ອຈະລະລຶກເຖິງສະເມີເວລາທີ່ຫ່າງໄກກັນ ແຕ່ຊາຍຄົນນີ້ເຂົາໄປໄກກວ່ານັ້ນຫລາຍ

ສິຣິນິວັສ ກຸບຕາ ນັກທຸລະກິດຊາວອິນເດຍຈາກລັດຄານາຕາກາ ສ້າງຄວາມປະຫລາດໃຈແກ່ຊາວບ້ານແຖວໃກ້ຄຽງ ເມື່ອເຂາເປີດຕົວຫຸ່ນຊິລິໂຄນຮູບອະດີດພັນລະຍາຜູ້ລ່ວງລັບຂອງຕົນເອງ ຂະໜາດເທົ່າຕົວຈິງ ເພື່ອໃຫ້ແນ່ໃຈວ່າພັນລະຍາສຸດທີ່ຮັກຂອງເຂົາໄດ້ຢູ່ເປັນສ່ວນຫນຶ່ງໃນຊ່ວງເວລາດີໆຢ່າງເຊັ່ນພິທີຂຶ້ນບ້ານໃຫມ່ຂອງເຂົາໃນວັນດັ່ງກ່າວ

ຢ້ອນກັບໄປເມື່ອປີ 2017 ພັນລະຍາຂອງເຂົາ ມະຫາວີ ໄດ້ເດີນທາງໄປຍັງເມືອງຕິຣູປາຕີພ້ອມລູກສາວ 2 ຄົນ ແລະເກີດອຸບັດຕິເຫດລົດຕຳ ລູກສາວລອດຊີວິດແຕ່ແມ່ມະຫາວີທົນພິດບາດແຜບໍ່ໄຫວເລີຍເສຍຊີວິດໃນເວລາຕໍ່ມາ ສ້າງຄວາມໂສກເສົ້າເສຍໃຈໃຫ້ແກ່ສິຣິນິວັສຜູ້ເປັນສາມີ ຊຶ່ງກ່ອນທີ່ຈະເສຍຊີວິດພັນລະຍາຂອງເຂົາເຄີຍວາດຝັນວ່າຢາກຈະມີບັງກາໂລສັກຫລັງໄວ້ໃຊ້ຊີວິຕໃນບັ້ນປາຍ ເຮັດໃຫ້ເຂົາຕັດສິນໃຈສ້າງບັງກາໂລພ້ອມທັ້ງທຳພິທີຂຶ້ນບ້ານໃຫມ່ ແລະຕັ້ງຫຸ່ນຊິລິໂຄນພາບແທນພັນລະຍາອີກດ້ວຍ

ຫລັງຈາກພາບແລະຄລິບບັນຍາກາດໃນງານພິທີເຜີຍແພ່ອອກໄປ ຊາວເນັດຕ່າງເຂົ້າມາສະແດງຄວາມຊື່ນຊົມແລະຊາບຊຶ້ງຄວາມຮັກຂອງເຂົາທີ່ມີຕໍ່ພັນລະຍາຢ່າງຫລວງຫລາຍ ເຫັນໄດ້ຄວາມຊື່ສັດແລະຄວາມຮັກໃນຕົວມະຫາວີພັນລະຍາຂອງເຂົາຈົນຮອດປັດຈຸບັນ ແມ້ຈະຜ່ານໄປກວ່າ 3 ປີແລ້ວກໍ່ຕາມ…

ຂ່າວທົ່ວໄປ