ບໍລິສັດຈີນ Jiangxi West Dajiu Lron & Steel Corporation ໄດ້ມອບໂບນັດສຸດພິເສດແຈກລົດ 4116ຄັນໃຫ້ພະນັກງານທຸກຄົນ ຈາກການທີ່ພວກເຂົາເປັນສ່ວນສຳຄັນທີ່ຊ່ວຍໃຫ້ຜົນກຳໄລຂອງບໍລິສັດບັນລຸເປົ້າໃນຊ່ວງ 5ປີທີ່ຜ່ານມາ
ຈາກລາຍງານລະບຸວ່າ ທາງບໍລິສັດສາມາດສ້າງຜົນກຳໄລເກີນຈາກເປົ້າໝາຍທີ່ຕັ້ງໄວ້ໃນຊ່ວງ 5ປີທີ່ຜ່ານມາໄດ້ສຳເລັດເຊິ່ງທາງຝ່າຍບໍລິຫານເບິ່ງວ່າມັນເປັນຜົນມາຈາກຄວາມທຸ່ມເທຂອງພະນັກງານທຸກຄົນ ດ້ວຍເຫດນັ້ນ ທາງບໍລິສັດຈຶ່ງທຸ່ມງົບປະມານ 500 ລ້ານຢວນ ເພື່ອຊື້ລົດໃໝ່ໃຫ້ກັບພະນັກງານທຸກຄົນ
ແຕ່ຍັງບໍ່ໝົດພຽງເທົ່ານັ້ນ ເພາະນອກຈາກເຂົາແຈກລົດໃໝ່ໃຫ້ແລ້ວ ທາງບໍລິສັດຍັງຈະຊ່ວຍອອກຄ່າໃຊ້ຈ່າຍສຳຫຼັບປ້າຍແລະທະບຽນ ແຖມຍັງເຮັດປະກັນໄພລົດໃຫ້ອີກ 5ປີອີກດ້ວຍ
ເຖິງຢ່າງໃດກໍ່ຕາມການທີ່ບໍລິສັດເລືອກທີ່ຈະແຈກລົດໃຫ່ຍໃຫ້ກັບພະນັກງານຈຳນວນຫຼາຍມັນເປັນຫຍັງທີ່ເໜືອຄວາມຄາດໝາຍ ແລະ ເຊື່ອວ່າພະນັກງານຫຼາຍໆຄົນກໍ່ຄືຈະຮູ້ສຶກຍິນດີກັບການໄດ້ຮັບໂບນັສໃນເທື່ອນີ້