ສຸດຍອດໄປເລີຍ! ແຮ່ນນ້າ ສາວລາວທີ່ຮ່ວມແຂ່ງຂັນໃນລາຍການໄທ ຄວ້າໝວກ MVP ອີກແລ້ວ ເກັ່ງຫຼາຍນ້ອງບອກເລີຍວ່ານັບມື້ນັບເກັ່ງຂຶ້ນ ສຳລັບສາວລາວ ແຮ່ນນ້າ ໂຣຊັ່ນບູ້ມ ຮອງອັນດັບ 2 ມິສທີນ ລາວ 2019 ທີ່ເປັນຄົນລາວຄົນດຽວຮ່ວມແຂ່ງຂັນໃນລາຍການ Girl Group Star ຫຼາຍຄົນຕິດ
ຕາມການແຂ່ງຂັນມາໂດຍຕະຫຼອດນັບວ່າສາວນ້ອຍຄົນນີ້ບໍ່ທຳມະດາ ຄວາມສາມາດ ຄວາມກ້າສະແດງອອກເຮັດໃຫ້ນັບມື ແຮ່ນນ້າ ຍິ່ງພັດທະນາ ການຮ້ອງ ແລະ ເຕັ້ນ ຫຼັງຈາກທີ່ ແຮ່ນນ້າ ໃນຮອບ Group Performance ຂອງ Girl Group Star ຜົນງານແຮ່ນນ້າໜ້າປະທັບໃຈຫຼາຍແຮ່ນນ້າສາມາດ
ຄວ້າ MVP ໄປໄດ້ ເປັນຜູ້ທີ່ເຮັດຜົນງານໄດ້ດີທີ່ສຸດໃນທີມ Unicorn ໃນບົດເພງ Lemon Tree ແລະ ໄດ້ຮັບຄຳຍ້ອງຈາກຄະນະກຳມະການຢ່າງບໍ່ຂາດສາຍ.ແລະ ມື້ນີ້ ສາວ ແຮ່ນນ້າ ກໍໄດ້ຮັບໝວກ MVP ອີກ ນັ້ນກໍສະແດງວ່າເຮັດໂຊໄດ້ດີທີ່ສຸດກວ່າໝູ່ໃນທີມ ສຳລັບມື້ນີ້ 31 ສິງຫາ 2020 ແລະ ແຮ່ນນ້າ
ຈະໄດ້ເປັນ CENTER ໃນຮອບຕໍ່ໄປ ສຳລັບ ລາຍການ Girl Group Star ເປັນອີກໜຶ່ງລາຍການທີ່ໜ້າຕື່ນເຕັ້ນ ແລະ ຢາກຕິດຕາມທຸກ Ep ເພາະແຕ່ລະອາທິດການສະແດງຂອງຜູ້ເຂົ້າແຂ່ງຂັນຈະພັດທະນາຂຶ້ນເລື້ອຍໆ.ຝາກທຸກໆຄົນນັ້ນຕິດຕາມທຸກໆຕອນຂອງ 4EVE Girl Group Star ຢູ່ທີ່ຊ່ອງ 23 Workpoint ທຸກໆວັນຈັນເວລາ 8 ໂມງເເລງເດີ້.