ຫນຸ່ມຖືກສາວຫລອກ ໂອນເງິນໃຫ້ 25 ຄັ້ງຄົບ 5 ປີ ຫວັງແຕ່ງງານ

ຫນຸ່ມຖືກສາວຫລອກ ໂອນເງິນໃຫ້ 25 ຄັ້ງຄົບ 5 ປີ ຫວັງແຕ່ງງານ

ຫນຸ່ມອາຍຸ 29ປີ ອອກມາຮຽກຮ້ອງຄວາມເປັນທຳ ຖືກສາວໃນຫມູ່ບ້ານດຽວກັນຫລອກ ຫລັງໂອນເງິນຈຳນວນ 15 ຄັ້ງ ໃຫ້ສາວເກັບເພື່ອໄວ້ແຕ່ງງານ ແຕ່ກັບຖືກຫັກຫລັງ

ວັນທີ່ 25 ກ.ຄ. ສຳນັກຂ່າວ ລາຍງານວ່າ ທີ່ ຕຳບົນທ້າຢທຸ່ງ ອຳເພີທັບຄໍ້ ຈັງຫວັດພິຈິດ ມີຫນຸ່ມອາຍຸ 29 ປີ ໄປທຳງານທີ່ຕ່າງຈັງຫວັດ ແລະຫລົງມັກສາວໃນຫມູ່ບ້ານດຽວກັນ ໂດຍທັງສອງຕົກລົງຊ່ວຍກັນເກັບເງິນເພື່ອຈະເອົາໄວ້ເປັນສິນສອດເພື່ອໃຊ້ໃນການຈັດງານແຕ່ງດອງ ແລະໄດ້ໂອນເງິນເດືອນທີ່ໄດ້ຈາກການທຳງານເຂົ້າບັນ ຊີ່ນາງສາວຕິ໋ມ (ຊື່ສົມມຸດ) ອາຍຸ 38 ປີ ຈຳນວນ 15 ຄັ້ງ ລວມເປັນຈ່ຳນວນເງິນ 58,500 ບາດ ຕົກລົງກັນເອົາໄວ້ເກັບເງິນຄົບ 5 ປີຈຶ່ງຈະແຕ່ງງານກັນ ສຸດທ້າຍໃນຊ່ວງທີ່ຕົວເອງຕົກງານໄປຂໍເງິນສາວໃຊ້ກັບຖືກປະດິເສດໂດຍຕົນເອງມາຮູ້ທີຫລັງວ່າ ຜູ້ຍິງໄດ້ຫລອກໃຫ້ໂອນເງິນ ແລະໄດ້ນຳເງິນທັ້ງຫມົດທີ່ຕົນເອງໂອນໄປ ໃຊ້ເພື່ອລົງທຶນເປີດຮ້ານຂາຍຂອງຈົນຫມົດ ແລະບໍ່ຄິດຈະແຕ່ງງານກັບຕົນເອງອີກເລີຍ

ທ້າວທະວັດໄຊ  ອາຍຸ 29 ປີ ຊາຍຄົນດັ່ງກ່າວ ເລົ່າວ່າຊ່ວງຕົ້ນປີຕົນເອງໄດ້ຕົກງານແລະຂັດສົນເລື່ອງເງິນ ຈຶ່ງໄດ້ໄປຂໍເງິນທາງຝ່າຍຍິງໃຊ້ 1,500 ບາດ ແຕ່ທາງສາວບໍ່ມີເງິນໃຫ້ ແລະບໍ່ຢອມບອກວ່າເງິນຍັງມີຢູ່ຫລືບໍ່ ຈຶ່ງຕັດສິນໃຈແຈ້ງເຈົ້າໜ້າທີ່

ເບື້ອງຕົ້ນທາງເຈົ້າຫນ້າທີ່ຕຳລວດເຊີນທັ້ງ 2 ຝ່າຍໄປເຈລະຈາໄກ່ເກ່ຍ ໂດຍທາງເຈົ້າໜ້າທີ່ຕັດສິນໃຫ້ ທ້າວທະວັດໄຊ ຈະໄດ້ຮັບເງິນຄືນຈ່ຳນວນ 38,000 ບາດ ໂດຍການຜ່ອນຊຳລະເປັນລາຍເດືອນ ສ່ວນທີ່ເຫລືອອີກ 20,500 ບາດ ທາງເຈົ້າຫນ້າທີ່ຕຳລວດບອກວ່າເອົາຄືນບໍ່ໄດ້ເນື່ອງຈາກເປັນການໃຫ້ໂດຍສະເໜ່ຫາ

ສາລະໜ້າຮູ້