ວັນທີ່ 3/12/2020 ຫ້ອງການກົງສຸນລາວທີ່ຄຸນມິງ ສປ ຈີນ ສົ່ງໜັງສືທາງການ ຢືນຢັນ ການຈັບຊາຍຈີນ 2 ຄົນ ທີ່ລັກລອຍເຂົ້າ ສປປ ລາວ ກ່ອນຈະຂ້າມໄປຈີນ ແລະ ຖືກຈັບ. ຜົນການກວດແມ່ນມີເຊື້ອ ໂຄວິດ-19
ຢືນຢັນຄົນຈີນ 2 ຄົນ ທີ່ເດີນທາງເຂົ້າມາເມືອງຕົ້ນເຜິ້ງຕິດເຊື້ອໂຄວິດ 19 ແທ້
ຫ້ອງວ່າການແຂວງຫຼວງນໍ້າທາໄດ້ອອກແຈ້ງການດ່ວນເມື່ອວັນທີ 3 ທັນວາ 2020 ທີ່ຜ່ານມາ ເຖິງປະຊາຊົນພາຍໃນແຂວງໃຫ້ເພີ່ມທະວີມາດຕະການຕ້ານພະຍາດໂຄວິດ-19 ຕາມທີ່ທາງຄະນະສະເພາະກິດຄວບຄຸມ, ປ້ອງກັນ ແລະ ແກ້ໄຂພະຍາດໂຄວີດ19 ວາງອອກຢ່າງເຂັ້ມງວດ,ແຕ່ຢ່າແຕກຕື່ນ,
ໃຫ້ຢູ່ເຮືອນຂອງຕົນເປັນປົກກະຕິ ໃຫ້ການຮ່ວມມືໃນເວລາເຈົ້າໜ້າທີ່ລົງໄປເອົາຂໍ້ມູນ ເກັບກໍາສະພາບຄວາມເປັນຈິງ ເພື່ອແກ້ໄຂໃຫ້ທັນການ ພາຍຫຼັງທີ່ກວດພົບຄົນ ໄຂ້ທີ່ມີອາການຄ້າຍຄືນິຍາມຕິດເຊື້ອພະຍາດໂຄວິດ-19 ຢູ່ແຂວງຫຼວງນໍ້າທາໃນວັນທີ 3 ທັນວາ 2020
ເປົ້າໝາຍຕົ້ນຕໍຂອງແຈ້ງການດັ່ງກ່າວນີ້ ແມ່ນເນັ້ນໃສ່ປະຊາຊົນທີ່ອາໄສຢູ່ຈຸດສຽ່ງກ່ຽວກັບການຕິດ ພະຍາດນີ້ ໂດຍສະເພາະແມ່ນຢູ່ເມືອງຫຼວງນໍ້າທາ ເຂດບ້ານນາເຕີຍ ແລະ ບ້ານບໍ່ປຽດ, ເຂດເສດຖະກິດສະເພາະບໍ່ເຕັນແດນງາມ ທີ່ມີຜູ້ປະກອບການ ແລະ ປະຊາຊົນອາໄສຢູ່ພາຍໃນ.ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງຜົ້ງສາລີກໍໄດ້ອອກແຈ້ງການດ່ວນເຊັ່ນກັນໃນວັນທີ 3 ທັນວາ 2020 ທີ່ຜ່ານມາເຖິງຫ້ອງການ ຍທຂ 7 ເມືອງພາຍໃນແຂວງໃຫ້
ຢຸດການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າທຸກປະເພດທີ່ນໍາມາຈາກແຂວງຫຼວງນໍ້າທາ ເພື່ອເຂົ້າມາ ແຂວງຜົ້ງສາລີ ຊົ່ວຄາວ ພາຍຫຼັງທີ່ກວດພົບຄົນໄຂ້ທີ່ມີນິຍາມຄ້າຍຄືຕິດເຊື້ອພະຍາດໂຄວິດ-19 ຢູ່ແຂວງຫຼວງນໍ້າທາ ເມື່ອວັນທີ 3 ທັນວາ 2020.ແຈ້ງການດັ່ງກ່າວນີ້ກໍ່ເພື່ອຄວາມບໍ່ປະໝາດ ແລະ ເປັນການເພີ່ມທະວີມາດຕະການປ້ອງກັນພະຍາດ ດັ່ງກ່າວ ຕາມ ການຊີ້ນໍາຂອງຄະນະສະເພາະກິດຄວບຄຸມ, ປ້ອງກັນ ແລະ ແກ້ໄຂພະຍາດໂຄວີດ19.