ອຸບັດເຫດ ເປັນສິ່ງທີ່ບໍ່ມີໃຜຮູ້ລ່ວງໜ້າ ແລະ ມັນສາມາດເກີດຂຶ້ນໄດ້ທຸກເມື່ອ, ດັ່ງນັ້ນ ສິ່ງທີ່ເຮັດໄດ້ຄືຕ້ອງໃຊ້ຊີວິດຢ່າງມີສະຕິຢູ່ຕະຫຼອດ, ໂດຍສະເພາະກ່ຽວກັບການໃຊ້ລົດໃຊ້ຖະໜົນ ຍິ່ງຕອງລະວັງ ບໍ່ດັ່ງນັ້ນ ອາດເກີດການສູນເສຍຄືກັບກໍລະນີນີ້ ທີ່ຕ້ອງເສຍລູກຊາຍໄປແບບບໍ່ຮູ້ໂຕ.
ການສູນເສຍທີ່ແອັດກ່າວມາຂ້າງເທິງແມ່ນເກີດຂຶ້ນກັບ ຄອບຄົວໜຶ່ງທີ່ມີລູກຊາຍນ້ອຍອາຍຸພຽງ 4-5ປີ ແຕ່ໃນຕອນເຊົ້າຂອງວັນທີ 26 ສິງຫາ 2020 ທີ່ຜ່ານມາ ກັບເກີດເຫດເສົ້າສະຫຼົດໃຈ ລົດຈັກບິກໄບ້ແລ່ນມາດ້ວຍຄວາມໄວ ຕຳເດັກນ້ອຍຄົນນັ້ນ ເຮັດໃຫ້ເສຍຊີວິດຄາທີ່, ເຊິ່ງເຫດເກີດທີ່ ບ້ານນາທອນ ເມືອງໄຊຍະບູລີ ແຂວງໄຊຍະບູລີ.
ເປັນພາບທີ່ບີບຫົວໃຈຫຼາຍ
ແນວໃດກໍ່ຕາມ ແອັດຂໍສະແດງຄວາມເສຍໃຈຕໍ່ຄອບຄົວຜູ້ເສຍຊີວິດດ້ວຍ ແລະ ຝາກໃຫ້ເຫດການນີ້ເປັນອຸທາຫອນເຕືອນຜູ້ໃຊ້ລົດໃຊ້ຖະໜົນໃຫ້ຂັບຂີ່ຍານພາຫະນະຢ່າງລະມັດລະວັງ, ສ່ວນຜຼທີ່ມີລູກນ້ອຍກໍ່ຂໍໃຫ້ເອົາໃຈໃສ່ເບິ່ງແຍງລູກຂອງທ່ານໃຫ້ດີ ໂດຍສະເພາະຜູ້ທີ່ມີເຮືອນຢູ່ແຄມທາງ ບໍ່ດັ່ງນັ້ນ ທ່ານອາດພົບກັບການສູນເສຍແບບນີ້ກໍ່ເປັນໄດ້.