ໃນວັນທີ 7 ກັນຍາຜ່ານມາ, ເຈົ້າໜ້າທີ່ກອງຄະດີອາຍາ ປກສ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ນໍາຕົວ ນາງ ປາລະມີ ອາຍຸ 30 ປີ, ບ້ານໂນນຄໍ້ເໜືອ ພາຍຫຼັງທີ່ຖືກຜູ້ເສຍຫາຍແຈ້ງຈັບໃນຂໍ້ກ່າວຫາສໍ້ໂກງຊັບພົນລະເມືອງ, ເຊິ່ງຜູ້ກ່ຽວກໍ່ເຫດແອບອ້າງຂາຍຜ້າປິດປາກ. ນອກນັ້ນ, ຍັງສໍ້ໂກງຊັບຫຼາຍຄັ້ງ ລວມມູນຄ່າເສຍຫາຍປະມານ 200 ກວ່າລ້ານກີບ.
ເລື່ອງລາວຂອງສາວຄົນນີ້ຍາວຫຼາຍ ແຕ່ແອັດຂໍສະຫຼຸບໂດຍຫຍໍ້ໃຫ້ແຟນເພຈໄດ້ຮູ້ນໍາກັນວ່າສາວຄົນນີ້ເຄີຍກໍ່ເຫດ ດາວລົດ ຜ່ອນລົດ ແຕ່ຈ່າຍຄ່າງວດບໍ່ໝົດແລ້ວກໍ່ເອົາໄປຂາຍຕໍ່ມາແລ້ວຫຼາຍຕໍ່ຫຼາຍຄັ້ງ ຫຼັງຈາກດາວມາກໍ່ປະກາດຂາຍຕໍ່ ເຊິ່ງເງິນທີ່ໄດ້ມາກໍ່ເອົາໄປຫຼິ້ນກິນຟຸມເຟືອຍ.
ເຊິ່ງຜູ້ກ່ຽວກໍ່ເຫດໃນລັກສະນະນີ້ມາແລ້ວຫຼາຍຕໍ່ຫຼາຍຄັ້ງ ຈົນມາຮອດການກໍ່ເຫດຄັ້ງຫຼ້າສຸດກໍ່ຄືຕວະຂາຍຜ້າປິດປາກຈົນເຮັດໃຫ້ມີຄົນຫຼົງເຊື່ອສູນເງິນໄປນໍາຜູ້ກ່ຽວເປັນຮ້ອຍລ້ານກີບ ແຕ່ຫຼ້າສຸດເວນກໍາຕາມສະໜອງມາຮອດ ວັນທີ 4 ມິຖຸ ນາ 2020, ຈຶ່ງຖືກເຈົ້າໜ້າທີ່ ກັກຕົວ ນາງ ປາລະມີ ເພື່ອເປີດການສືບສວນ-ສອບສວນດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.
ເຊິ່ງຈາກຄໍາຮັບສາລະພາບຂອງສາວຄົນນີ້ແມ່ນມີເລື່ອງລາວສໍ້ໂກງຍາວປານຫ່າງວ່າວ ໂດຍຜູ້ກ່ຽວກໍ່ຍອມຮັບຜິດທຸກຢ່າງ ແລະ ນາງ ປາລະມີ ຍັງສາລະພາບຕື່ມອີກວ່າ: ຜ່ານມາຕົນໄດ້ສ້າງຄອບຄົວມາແລ້ວ ແລະ ມີລູກຮ່ວມກັນກັບຜົວ 4 ຄົນ ແລະ ຕະຫຼອດໄລຍະຜ່ານມາຕົນເອງໄດ້ກໍ່ເຫດສໍ້ໂກງຊັບແທ້ ໂດຍອາໄສຄວາມຮູ້ຈັກ-ຕີສະໜິດນໍາ ພາຍຫຼັງທີ່ໄດ້ເງິນມາ ກໍເອົາໄປໃຊ້ຟຸມເຟືອຍ ແລະ ຫຼິ້ນການພະນັນ ແລະ ຫຼິ້ນເກມເຕີມເຊີຈົນໜົດ