ຄອມເມັ້ນຢອກກັນໃນເຟສບຸກ ຈົນໄດ້ເມຍຍ້ອນ

ຄອມເມັ້ນຢອກກັນໃນເຟສບຸກ ຈົນໄດ້ເມຍຍ້ອນ

ຜູ້ໃຊ້ເຟສບຸກຊື່ ບີກຊີ ທິບຊົມພູ  ໂພສ( 30 /10/2020) ວ່າ :#ຄອມເມັ້ນຈົນໄດ້ເມຍ

ຖ້າເຂົາຊິຮັກຄອມເມັ້ນເທື່ອດຽວເຂົາກະຮັກ

ຄອມເມັ້ນຫລີ້ນໆພໍເຫັນນາງຕອບເຮົາກະເຂີນ ລັກຍິ້ມຄົນດຽວ..ຫລັງຈາກນັ້ນກະລອງແອັດເຟດໄປ ພໍນາງຮັບເເອັດດີໄຈເເຮງເລີຍຕັດສິນໄຈທັກໄປ ນາງຕອບແຫ່ງດີໄຈ ເຮົາກະແຊັດໄປເຂີນໄປ

ໂທຄໍຄັ້ງເເລກ ເຂີນໆໆໆບໍ່ກ້າສູ້ຫນ້າ ຫຼັງຈາກນັ້ນກະໄດ້ແຊັດຫາໂທຫາລົມດຽວໄດ້ໄລຍະໜຶ່ງງ ກະເລີ່ມສະນິດກັນ( ເປັນຫມູ່ກັນ)

ເຫັນກັນຄັ້ງເເລກ ຮູ້ສຶກດີກະເລີຍຕັດສິນໄຈຖາມນາງວ່າ. ລອງຄົບກັນບໍ່? ນາງມິດ ເຮົາກະທັງອາຍທັງຢ້ານເສຍໝູ່..ສຸດທ້າຍນາງຕອບວ່າ ຕົກລົງ ດີໄຈເເຮງ

ເຫັນກັນຄັ້ງທີ່ 2 ນາງຊື້ເສື້ອຄູ່ໃຫ້ (ເປັນເເຟນກັນເເລ້ວ) ຄົບຮອບ 5 ເດືອນ ຮູ້ສຶກດີມາຕະຫລອດ ຕັ້ງໄຈວ່າຊິຢຸດທີ່ຜູ້ຍິງຄົນນີ້ ເລີຍຕັດສິນໃຈໃຫ້ພໍ່ເເມ່ໄປຂໍ

(ຄົບຮອບ 5 ເດືອນ ໄປສູ່ຂໍ )

ຂ່າວທົ່ວໄປ